Select your language

ໃນຕອນເຊົ້າ ວັນທີ 14 ທັນວາ 2022 ຜ່ານມາ, ສູນເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມລາຍງານການສ້າງຕັ້ງເຄືອຂ່າຍການສຶກສາ ແລະການຄົ້ນຄວ້າວິທະຍາສາດລາວ Lao Education and Research Network (LERNET) ທີ່ຫ້ອງປະຊຸມ ໂຮງແຮມ ລາວພຣາຊ່າ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ມີທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ຜູ້ອຳນວຍການສູນເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ພ້ອມດ້ວຍແຂກທີ່ຖືກເຊີນ, ພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ:  (1)ສ້າງຄວາມຮັບຮູ້ ແລະຄວາມເຂົ້າໃຈເຖິງຄວາມຈຳເປັນຂອງ NREN ໃຫ້ຜູ້ກຳນົດນະໂຍບາຍ ແລະສ້າງສະມາຄົມໃໝ່ສຳລັບການຮ່ວມມື; (2) ເພື່ອກຳນົດການສ້າງແຜນແມ່ບົດ Master Proposal ໃນການສ້າງຕັ້ງ LERNET ແລະ (3) ເພື່ອສ້າງຄວາມຮັບຮູ້ ແລະເຂົ້າໃຈໃຫ້ກັບສັງຄົມ ກ່ຽວກັບແຫຼ່ງຂໍ້ມູນຂ່າວສານ, ກິດຈະກຳຕ່າງໆຂອງ LERNET ໂດຍຜ່ານທາງສື່ສັງຄົມອອນລາຍ ແລະເວັບໄຊທ ທີ່ກ່ຽວຂ້ອງເປັນຕົ້ນ; ເຊິ່ງໂຄງການດັ່ງກ່າວແມ່ນໄດ້ດຳເນີນມາແຕ່ເດືອນ ຕຸລາ 2022 ແລະຍັງສືບຕໍ່ດໍາເນີນໄປຈົນເຖິງເດືອນ ມິຖຸນາ 2023.

ພາບບັນຍາກາດ