Select your language

ໃນຕອນບ່າຍວັນທີ 21 ທັນວາ 2022 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ສະຖານທູດຍີ່ປຸ່ນ ປະຈໍາ ສ ປປ ລາວ ຈັດພິທີມອບ-ຮັບ ຫ້ອງຮຽນໃໝ່ ຂອງພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ ມຊ ຂຶ້ນທີ່ພາກວິຊາດັ່ງກ່າວ. ເປັນກຽດກ່າວມອບໂດຍ ທ່ານ ທະເກະອິ ຊຸງຊຸເກະ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ, ກ່າວຮັບໂດຍ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ໂດຍມີ ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີບັນດາທ່ານແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາພາກວິຊາພາສາຢີ່ປຸ່ນເຂົ້າຮ່ວມ.

           ທ່ານ ທາເກະອິ ຊຸງຊຸເກະ ໄດ້ກ່າວວ່າ: ພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ ມຊ. ໄດ້ມີບົດບາດສຳຄັນໃນຂະແໜງການສຶກສາ ນັບຕັ້ງແຕ່ປີ 2003, ພາກວິຊາດັ່ງກ່າວ, ໄດ້ສະໜອງການສຶກສາພາສາຍີ່ປຸ່ນ ທີ່ມີຄຸນະພາບສູງ ເພື່ອເຮັດໃຫ້ຄົນລາວຈຳນວນຫລາຍໄດ້ບັນລຸຜົນສຳເລັດຢ່າງດີເດັ່ນໃນແຕ່ລະຂະແໜງວິຊາຂອງພວກເຂົາ ທີ່ກ່ຽວພັນກັນກັບລະດັບພາສາຍີ່ປຸ່ນ. ຂ້າພະເຈົ້າຫວັງວ່າຫ້ອງຮຽນທີ່ໄດ້ຮັບເພີ່ມຕື່ມນີ້, ຈະຍົກສູງສະພາບແວດລ້ອມທາງດ້ານການສຶກສາໃຫ້ດີຂຶ້ນ, ສົ່ງເສີມໃຫ້ມີນັກສຶກສາທີ່ຮຽນພາສາຍີ່ປຸ່ນຫລາຍຂຶ້ນກວ່າເກົ່າ ເພື່ອເພີ່ມພູນລະດັບພາສາຂັ້ນສູງໃນການສຶກສາລະດັບສູງ ຢູ່ທີ່ ສປປ ລາວ.

          ໂອກາດນີ້, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ໃນນາມການນໍາຂອງ ມຊ. ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະປະຊາຊົນຍີ່ປຸ່ນ ທີ່ໄດ້ເຫັນຄວາມສຳຄັນຂອງການສຶກສາຮ່ຳຮຽນຢູ່ໃນ ມຊ ເວົ້າລວມ; ເວົ້າສະເພາະ ແມ່ນ ພາກວິຊາພາສາຍີ່ປຸ່ນ, ຄະນະອັກສອນສາດ ມຊ. ເພື່ອເຮັດໃຫ້ນັກສຶກສາມີຫ້ອງຮຽນທີ່ດີ-ມີຄຸນນະພາບ, ພ້ອມທັງຢືນຢັນວ່າ ຈະປົກປັກຮັກສາ ຫ້ອງຮຽນທີ່ໄດ້ຮັບໃນຄັ້ງນີ້ ໄດ້ເປັນຢ່າງດີ ແລະຈະນໍາໃຊ້ເຂົ້າໃນການສຶກສາຮໍ່າຮຽນ ໃຫ້ເກີດຜົນປະໂຫຍດສູງສຸດ.

          ຫ້ອງຮຽນທີ່ສ້າງໃໝ່ ເປັນອາຄານ 2 ຊັ້ນ, ມີ 3 ຫ້ອງຮຽນ ພ້ອມອຸປະກອນຄົບຊຸດ ໂດຍໄດ້ຮັບການຊ່ວຍເຫລືອລ້າຈາກ ລັດຖະບານ ແລະປະຊາຊົນຍີ່ປຸ່ນ, ເຊິ່ງໄດ້ເລີ່ມສ້າງມາແຕ່ເດືອນ ມີນາ 2021 ແລະສໍາເລັດ ໃນເດືອນທັນວາ 2022 ລວມມູນຄ່າກໍ່ສ້າງທັງໝົດ 10.000.000 ເຢັນ ເປັນເງິນກີບຈໍານວນ 1.305.200.000 ກີບ.

ພາບບັນຍາກາດ