Select your language

ເພື່ອເປັນການສືບຕໍ່ບໍາລຸງ ຍົກລະດັບທາງດ້ານທິດສະດີການເມືອງ ແລະການປົກຄອງໃຫ້ແກ່ ພະນັກງານສະມາຊິກພັກ ແລະພະນັກງານຫຼັກແຫຼ່ງ ຂອງມະຫາວິທະຍາໄລແຫ່ງຊາດ(ມຊ), ໃນຕອນເຊົ້າ ວັນທີ 23 ທັນວາ 2022 ນີ້, ມຊ ໄດ້ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານຫຼັກແຫຼ່ງ ທົ່ວ ມຊ. ຂຶ້ນທີ່ຫ້ອງປະຊຸມຊັ້ນ 2 ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງທ່ານ ຮສ. ໂພສີ ທິບດາວັນ ຄະນະປະຈໍາພັກ, ຮອງອະທິການບໍດີ ມຊ, ທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີບັນດາທ່ານຄະນະບໍລິຫານງານພັກ ມຊ, ຄະນະໜ່ວຍພັກຮາກຖານ, 3 ອົງການຈັດຕັ້ງມະຫາຊົນ, ຕາງໜ້າຄະນະຮັບຜິດຊອບຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ນັກສໍາມະນາກອນ ແລະຄະນະຮັບຜິດຊອບເຂົ້າຮ່ວມ.

        ການເຝິກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ທີ່ຈັດຂຶ້ນໃນຄັ້ງນີ້ ເປັນຊຸດທີ XV, ມີພະນັກງານສະມາຊິກພັກ ແຕ່ລະຮາກຖານທົ່ວ ມຊ ເຂົ້າຮ່ວມເຝິກອົບຮົມ ຈໍານວນ 165 ສະຫາຍ, ຍິງ 47 ສະຫາຍ; ສໍາລັບວິຊາທີ່ນໍາມາເຝິກອົບຮົມ ປະກອບມີ 6 ວິຊາຄື: ວິຊາປັດສະຍາ 8 ບົດ, ວິຊາເສດຖະສາດການເມືອງ 8 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ 10 ບົດ, ວິຊາບໍລິຫານສາດ 8 ບົດ, ວິຊາກໍ່ສ້າງພັກ 5 ບົດ ແລະວິຊາພາວະຜູ້ນໍາ.

       ການເຝິກອົບຮົມໃນຄັ້ງນີ້; ຄາດວ່າບັນດານັກສໍາມະນາກອນຈະສາມາດຮັບຮູ້ ແລະກໍາໄດ້ເນື້ອໃນພື້ນຖານຂອງທິດສະດີມາກ-ເລນິນ, ກໍາແໜ້ນແນວທາງການເມືອງຂອງພັກ-ລັດ ແລະສາມາດນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ. ກ້າສະແດງຄວາມຄິດ ຄວາມເຫັນໃນເວລາຄົ້ນຄວ້າ ແລະສົນທະນາ, ມີຄວາມຮູ້ພື້ນຖານ ທາງດ້ານທິດສະດີການເມືອງ ປະກອບໃສ່ໃນການປະຕິບັດວຽກງານຕົວຈິງ, ໂດຍສະເພາະແມ່ນການສິດສອນ,  ການຄົ້ນຄວ້າວິໄຈ ແລະວຽກງານການຊີ້ນໍາ ນໍາພາທີ່ຕົນຮັບຜິດຊອບໃຫ້ເກີດຜົນປະໂຫຍດຕໍ່ສ່ວນລວມຫຼາຍຂຶ້ນ.

ພາບບັນຍາກາດ