Select your language

ໃນຕອນບ່າຍວັນທີ 11  ມັງກອນ 2023 ນີ້, ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດ ສູນສຶກສາ ແລະພັດທະນາທັກສະຜູ້ປະກອບການ (Entrepreneurial Education and Skills Advancement Center, EESAC) ຢ່າງເປັນທາງການ. ໂດຍການເປັນປະທານຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ. ເຂົ້າຮ່ວມມີຫົວໜ້າຫ້ອງການ ມຊ, ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ, ຜູ້ອໍານວຍການສູນ EESAC ພ້ອມດ້ວຍຄະນະ ແລະນັກສຶກສາ ອາສາສະໝັກເຂົ້າຮ່ວມ.

           ສູນສຶກສາ ແລະພັດທະນາທັກສະຜູ້ປະກອບການ EESAC ແມ່ນສ້າງຕັ້ງຂຶ້ນພາຍໃຕ້ໂຄງການ ENCORE ເຊິ່ງເປັນໂຄງການທີ່ເນັ້ນໃສ່ການໃຫ້ຄວາມຮູ້ການເປັນຜູ້ປະກອບການ ເພື່ອສົ່ງເສີມການຄົ້ນຄວ້າ ແລະນະວັດຕະກໍາ ໃນສະຖາບັນການສຶກສາຊັ້ນສູງ. ໃນພິທີດັ່ງກ່າວ ທ່ານ ປອ. ຕຸລານີ ທະວີໄຊ ຮອງຜູ້ອໍານວຍການສູນ EESAC ໄດ້ຂຶ້ນກ່າວຈຸດປະສົງຂອງສູນ ເຊິ່ງທ່ານໃຫ້ຮູ້ວ່າສູນ ESSAC ເປັນສູນທີ່ບໍ່ຫວັງຜົນກໍາໄລເຊິ່ງສ້າງຕັ້ງຂຶ້ນພາຍໃຕ້ໂຄງການ ENCORE ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ. ປັດຈຸບັນສູນດັ່ງກ່າວຕັ້ງຢູ່ທີ່ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ. ເຊິ່ງມີຈຸດປະສົງຫຼັກໃນການສະໜອງການບໍລິການຄື: 1) ການບໍລິການການເຝິກອົບຮົມ: ໃຫ້ບໍລິການການເຝິກອົບຮົມໃຫ້ແກ່ ນັກຮຽນ, ນັກສຶກສາ ແລະຜູ້ທີ່ສົນໃຈໃນການເປັນຜູ້ປະກອບການ. ເຊິ່ງການເຝິກອົບຮົມແມ່ນຈັດໃນຮູບແບບໂມດູນໃນຫົວຂໍ້ຕ່າງໆປະກອບມີ: ຫຼັກການຂອງຜູ້ປະກອບການ, ແນວຄວາມຄິດການອອກແບບ, ການວາງແຜນທຸລະກິດ ແລະການສ້າງແນວຄວາມຄິດ ແລະການພັດທະນາແນວຄວາມຄິດ. 2) ໃຫ້ບໍລິການທີ່ປຶກສາໃຫ້ແກ່ທຸລະກິດລິເລີ່ມ (Startups) ກ່ຽວກັບການພັດທະນາແຜນທຸລະກິດ, ເຊິ່ງລວມໄປເຖິງການບໍລິຫານການເງິນ, ການບັນຊີ, ການຕະຫຼາດ, ການບໍລິຫານຊັບພະຍາກອນມະນຸດ ແລະການບໍລິຫານໂລຈີສຕິກ.

ພາບບັນຍາກາດ