Select your language

 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ໄດ້ໝູນວຽນມາຄົບຮອບ 74 ປີ(20 ມັງກອນ 1949-20 ມັງກອນ 2023), ຕາງໜ້າຄະນະນໍາ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ນໍາເອົາກະຕ່າຂອງຂວັນໄປອວຍພອນ ນາຍ ແລະພົນທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະກົມກອງຕ່າງໆອ້ອມຂ້າງນະຄອນຫຼວງວຽງຈັນ ເປັນຕົ້ນ: ໃນຕອນບ່າຍ ວັນທີ 19 ມັງກອນ 2023 ທ່ານ ຮສ.ປອ ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫອງການ ມຊ ພ້ອມຄະນະ ໃນນາມຕາງໜ້າ ຄະນະນໍາ ມຊ ໄດ້ນໍາເອົາກະຕ່າຂອງຂວັນໄປອວຍພອນນາຍ ແລະພົນທະຫານ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໂດຍມີທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະຄະນະຕ້ອນຮັບການອວຍພອນ ແລະມາໃນຕອນເຊົ້າ ວັນທີ 24 ມັງກອນ 2023; ທ່ານ ຮສ. ປອ. ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການ ມຊ. ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນໄປອວຍພອນນາຍ ແລະພົນທະຫານ ກອງພັນຂົນສົ່ງ 403(ຄ້າຍສະແຕ໋ກ), ໂດຍຮັບການອວຍພອນຂອງທ່ານ ພັນໂທ ສີມຸ່ຍ ໄຊສົມແພງ ຫົວໜ້າການເມືອງກອງພັນຂົນສົ່ງ 403 ແລະຄະນະຕ້ອນຮັບການອວຍພອນ.

  ໃນໂອກາດ ເຂົ້າອວຍພອນ ນາຍ ແລະພົນທະຫານ ຄັ້ງນີ້, ທ່ານ ຮສ.ປອ. ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການ ມຊ ໃນນາມຕາງໜ້າຄະນະນໍາ, ພະນັກງານ, ຄູ-ອາຈານ ມຊ. ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ຕໍ່ນາຍ ແລະພົນທະຫານທຸກພາກສ່ວນ ທີ່ຍາມໃດ ກໍໄດ້ອຸດທິດຕົນປົກປັກ-ຮັກສາຄວາມສະຫງົບສຸກໃຫ້ແກ່ປະເທດຊາດເວົ້າລວມ, ເວົ້າສະເພາະເປັນກໍາລັງນໍາໜ້າໃນການຄຽງບ່າ-ຄຽງໄຫຼ່ ກັບປະຊາຊົນ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ ທັງໃນອະດີດ ແລະປັດຈຸບັນ ແລະຍ້ອນມີກໍາລັງປົກປັກ-ຮັກສາຄວາມສະຫງົບ-ປອດໄພ ປະເທດຊາດຈິ່ງໄດ້ຮັບການພັດທະນາ; ສະເພາະ ມຊ ພວກເຮົາ ກໍເຄີຍໄດ້ຮັບການຮ່ວມມືຢ່າງໃກ້ຊິດ ຈາກກໍາລັງປ້ອງກັນຊາດໂດຍຕະຫຼອດມາ, ໂດຍສະເພາະແມ່ນເນື່ອງໃນໂອກາດ ການສະເຫຼີມ-ສະຫຼອງວັນສໍາຄັນ ແລະການເປັນເຈົ້າພາບຈັດງານຕ່າງໆ. ພ້ອມທັງໄດ້ກ່າວອວຍພອນໃຫ້ ນາຍ ແລະພົນທະຫານ ກອງບັນຊາການນະຄອນຫຼວງວຽງຈັນ ແລະກອງພັນຂົນສົ່ງ 403 ກໍຄືກໍາລັງປ້ອງກັນຊາດ ທຸກໝູ່ເຫຼົ່າ ຈົ່ງມີແຕ່ຄວາມຜາສຸກ, ມີຜົນສໍາເລັດໃນທຸກວຽກງານ ແລະເປັນທີ່ເພິ່ງຂອງປະຊາຊົນຕະຫຼອດໄປ.

ພາບບັນຍາກາດ