Select your language

ໃນຕອນເຊົ້າວັນທີ 17 ມັງກອນ 2023 ນີ້, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ເປີດງານປະຖົມນິເທດ ແລະທັດສະນະສຶກສາໃຫ້ແກ່ນັກສຶກສາປີ 1 ທົ່ວ ມຊ. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫໍສະໝຸດກາງ ມຊ. ໂດຍການກ່າວເປີດຂອງທ່ານ ອຈ. ນາງ ສີສະຫວັນ ລິນສະຫວັດ ຮອງຜູ້ອຳນວຍການຫໍໝຸດກາງ ມຊ, ມີບັນດາແຂກທີ່ຖືກເຊີນ, ພະນັກງານຫໍສະໝຸດ ພ້ອມດ້ວຍນັກສຶກສາປີທີ 1 ທົ່ວ ມຊ. ເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງໃນການຈັດງານຄັ້ງນີ້ແມ່ນເພື່ອເຝິກອົບຮົມທັກສະການນຳໃຊ້ຂໍ້ມູນຂ່າວສານຈາກສິ່ງພິມ ແລະຖານຂໍ້ມູນເອເລັກໂຕຼນິກວິຊາການ ເພື່ອການຮຽນ-ການສອນ ແລະການສຶກສາຄົ້ນຄວ້າດ້ວຍຕົນເອງສໍາລັບນັກຮຽນ-ນັກສຶກສາລະດັບຂັ້ນຕ່າງໆໂດຍສະເພາະ ນັກສຶກສາປີທີ 1 ຂອງ ມຊ. ການເຝິກອົບຮົມຄັ້ງນີ້ແມ່ນຢູ່ພາຍໃຕ້ຄຳຂວັນທີ່ວ່າ “ສົ່ງເສີມການນໍາໃຊ້ແຫຼ່ງຂໍ້ມູນຂ່າວສານຫໍສະໝຸດກາງ”  ເຊິ່ງນັກສຶກສາໄດ້ຮັບຟັງການບັນຍາຍຫຼາກຫຼາຍຫົວຂໍ້ເຊັ່ນ: ທັກສະການນໍາໃຊ້ຫໍສະໝຸດເພື່ອການຮຽນ-ການສອນ;  ການເຂົ້າເຖິງ ແລະການນໍາໃຊ້ຂໍ້ມູນອີເລັກໂຕຼນິກດ້ວຍລະບົບ DSpace; ເຂົ້າເຖິງ ແລະການນໍາໃຊ້ຂໍ້ມູນສິ່ງຕີພິມ ດ້ວຍລະບົບ PMB, ແນະນໍາພື້ນຖານການຄົ້ນຄວ້າຫາ ແລະການເຂົ້າເຖິງຂໍ້ມູນໃນຖານຂໍ້ມູນຂອງ ມຊ ແລະການຄົ້ນສິ່ງພິມເຕັບຮູບແບບ (Full texts), ບົດຄັດຫຍໍ້ (Abstracts) ວາລະສານວິທະຍາສາດ, ປຶ້ມ ແລະອື່່ນໆ ເພື່ອການຮຽນ-ການສອນ. ນອກຈາກນັ້ນ, ນັກສຶກສາທີ່ເຂົ້າຮ່ວມຍັງໄດ້ທ່ຽວຊົມເບິ່ງຕົວຈິງ ແລະຮັບຟັງການບັນຍາຍກ່ຽວກັບຈຸດໃຫ້ບໍລິການດ້ານຕ່າງໆຂອງຫໍສະໝຸດກາງ ມຊ. ອີກດ້ວຍ.

            ການເຝິກອົບຮົມແມ່ນໄດ້ດໍາເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 17-19 ມັງກອນ 2023 ຈຶ່ງໄດ້ປິດລົງ

ພາບບັນຍາກາດ