Select your language

ໃນຕອນບ່າຍວັນທີ 27 ມັງກອນ 2023 ຜ່ານມານີ້, ສະຫະພັນກຳມະບານມະຫາວິມະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາເຜີຍແຜມູນເຊື້ອການເຕີມໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ແລະມອບຫຼຽນກາກໍາມະບານລາວເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳມະບານລາວຄົບຮອບ 67 ປີ (1 ກຸມພາ 1956 – 1 ກຸມພາ 2023) ຂຶ້ນທີ່ຫ້ອງປະຊຸມຂອງຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ. ໂດຍການປາຖະກະຖາໂດຍ ສະຫາຍ ຮສ. ໂພສີ ທິບດາວັນ ຄະນະປະຈໍາພັກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ, ຮອງອະທິການບໍດີ ມຊ. ເຂົ້າຮ່ວມມີ ສະຫາຍ ສີສະໝຸດ ແສນບຸດຕະລາດ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງສຶກສາທິການ ແລະກີລາ, ສະຫາຍ ຄໍາເຟືອງ ລໍວັນໄຊ ຄະນະພັກ ມຊ. ຜູ້ຊີ້ນໍາອົງການຈັດຕັ້ງກໍມະບານ ມຊ, ຮອງປະທານສະຫະພັນກໍາມະບານ ມຊ, ມີທ່ານປະທານສະຫະພັນກໍາມະບານ ມຊ, ທ່ານຮອງເລຂາຊາວໜຸ່ມປະຊາຊົນປະຕິວັດລາວກະຊວງສຶກສາທິການ ແລະກີລາ, ຕ່າງໜ້າຄະນະບໍລິການງານສະຫະພັນແມ່ຍິງ ມຊ, ມີບັນດາທ່ານ ຄະນະພັກຮາກຖານ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ທັງ 17 ຮາກຖານ, ບັນດາທ່ານຄະນະບໍລິຫານງານສະຫະພັນກໍາມະບານ ມຊ ພ້ອມດ້ວຍສະມາຊິກກໍາມະບານແຕ່ລະຮາກຖານທົ່ວ ມຊ.ເຂົ້າຮ່ວມ ຈໍານວນ 300 ກວ່າ ສະຫາຍ.

          ໃນພິທີໄດ້ຮັບຟັງການປາຖະກະຖາຂອງສະຫາຍ ຮສ. ໂພສີ ທິບດາວັນ ເຊິ່ງໄດ້ຍົກໃຫ້ເຫັນຄວາມເປັນມາຂອງວັນສ້າງຕັ້ງກໍາມະບານລາວໂດຍສະເພາະແມ່ນສະພາບແວດລ້ອມທີ່ພາໃຫ້ເກີດຊົ້ນຊັ້ນກໍາມະກອນລາວ ແລະສະຫະພັນກໍາມະບານລາວ, ຍົກໃຫ້ເຫັນເຖິງຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວທີ່ນັບມື້ນັບເຂັ້ມແຂງ, ໄດ້ມີຜົນສໍາເລັດອັນພົ້ນເດັ່ນໃນຫຼາຍດ້ານ ແລະຂໍ້ຈໍາກັດ ພ້ອມດ້ວຍບົດຮຽນທີ່ຖອດຖອນໄດ້ຈໍານວນໜຶ່ງ ໂດຍໄດ້ກໍານົດທິດທາງໃນການພັດທະນາວຽກງານກໍາມະບານລາວຢ່າງຕັ້ງໜ້າ ຕິດພັນກັບການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຊົນຊັ້ນກໍາມະກອນ ແລະຊາວຜູ້ອອກແຮງງານລາວ.

          ໃນວາລະດັ່ງກ່າວໄດ້ມີພິທີມອບ-ຮັບຫຼຽນກາກໍາມະບານລາວໃຫ້ກົມກອງ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຂອງສະຫະພັນກໍາມະບານ ແລະວຽກງານ 5 ເປັນເຈົ້າ ໃນນັ້ນ ໄດ້ຮັບຫຼຽນກາຂັ້ນສູນກາງສະຫະພັນກໍາມະບານລາວ ມີກົມກອງສະຫະພັນກໍາມະບານ ມຊ ໄດ້ຮັບ 1 ຫຼຽນກາ ແລະ ບຸກຄົນໄດ້ຮັບຈໍານວນ 17 ສະຫາຍ, ໄດ້ຮັບໃບຍ້ອງຍໍດີເດັ່ນຂັ້ນສະຫະພັນກໍມະບານກະຊວງສຶກສາທິການ ແລະກີລາ ກົມກອງດີເດັ່ນ 6 ກົມກອງທີ່ຂຶ້ນກັບສະຫະພັນກໍາມະບານ ມຊ, ບຸກຄົນດີເດັ່ນ ຈໍານວນ 107 ສະຫາຍ, ຍິງ 26 ສະຫາຍ ແລະໄດ້ຮັບໃບຍ້ອງຍໍຂັ້ນຄະນະບໍລິຫານງານສະຫະພັນກໍາມະບານ ມຊ. ມີຈໍານວນ 20 ສະຫາຍ, ຍິງ 9 ສະຫາຍ. ໂດຍການເປັນກຽດມອບຂອງສະຫາຍ ຮສ. ໂພສີ ທິບດາວັນ, ສະຫາຍ, ສີສະໝຸດ ແສນບຸດຕະລາດ ແລະສະຫາຍສະຫາຍ ຄໍາເຟືອງ ລໍວັນໄຊ

ພາບບັນຍາກາດ