Select your language

 ສະຫະພັນກໍາມະບານຮາກຖານສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ຂຶ້ນໃນວັນທີ 1 ກຸມພາ 2023 ທີ່ເດີນກິລາຫ້ອງການຄຸ້ມຄອງຫໍພັກສັກສຶກສາ ເນື່ອງໃນໂອກາດສະເຫຼີມ-ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023) ເປັນກຽດເຂົ້າຮ່ວມໂດຍທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ເລຂາຄະນະພັກ, ອະທິການບໍດີ ມຊ, ທ່ານ ຮສ. ໂພສີ ທິບດາວັນ ຄະນະພັກ, ຮອງອະທິການບໍດີ ມຊ, ທ່ານ ຮສ. ຄໍາເຜີຍ ພົມມະຈັນ ເລຂາພັກຮາກຖານສໍານັກງານອະທິການບໍດີ, ຫົວໜ້າຫ້ອງການແຜນການການເງິນ ມຊ, ມີບັນດາຫົວໜ້າຫ້ອງການ, ຄະນະບໍລິຫານງານສະຫະພັນກໍາມະບານຮາກຖານສໍານັກງານອະທິການບໍດີ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຮາກຖານສໍານັກງານ, ບັນດາຫົວໜ້າໜ່ວຍ-ຮອງໜ່ວຍກໍາມະບານ ພ້ອມດ້ວຍສະມາຊິກກໍາມະບານທົ່ວຕຶກສໍານັກງານອະທິການບໍດີ ມຊ. ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ.

 ການແຂ່ງຂັນກິລາເປຕັງໃນຄັ້ງນີ້ປະກອບມີ 11 ພາກສ່ວນເຂົ້າຮ່ວມ ເຊິ່ງໄດ້ແບ່ງອອກເປັນທີມຊາຍ, ທີມຍິງ. ການແຂ່ງຂັນແມ່ນໄດ້ດໍາເນີນໄປຢ່າງຄຶກຄືນ ແລະມ່ວນຊື່ນ.

ພາບບັນຍາກາດ