Select your language

ໃນຕອນເຊົ້າວັນທີ 6 ກຸມພາ 2023 ນີ້,  ຫ້ອງການແຜນການການເງິນ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ວຽກງານການເງິນຂຶ້ນທີ່ຫ້ອງປະຊຸມຂອງສະຖາບັນຂົງຈື. ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ,  ຜູ້ອຳນວຍການສະຖາບັນ,  ສູນ,  ໂຮງຮຽນ, ໂຮງໝໍ  ແລະມີບັນດາຫົວໜ້າພະແນກການເງິນແຕ່ລະຄະນະວີຊາ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

           ໃນກອງປະຊຸມ ທ່ານ ຮສ. ຄໍາເຜີຍ ພົມມະຈັນ ຫົວໜ້າຫ້ອງການແຜນການການເງິນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານຂອງຫ້ອງການແຜນການການເງິນ ປະຈຳປີ 2022 ແລະທິດທາງແຜນການປະຈຳປີ 2023 ເຊິ່ງທ່ານໃຫ້ຮູ້ວ່າ: ສະມາຊິກທຸກຄົນມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕໍ່ການຈັດຕັ້ງປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ເຮັດວຽກຕາມພາລະບົດບາດໜ້າທີ່ຕົນເອງຮັບຜິດຊອບພ້ອມທັງຖອດຖອນບົດຮຽນ ເຊິ່ງກັນ ແລະກັນເພື່ອໃຫ້ວຽກສໍາເລັດຕາມແຜນການທີ່ວາງໄວ້. ທ່ານໃຫ້ຮູ້ອີກວ່າ ວຽກງານວິຊາສະເພາະແມ່ນໄດ້ປະຕິບັດຈົນໄດ້ຮັບຜົນສໍາເລັດໃນຫຼາຍໆດ້ານ ໂດຍສະເພາະແມ່ນວຽກແຜນການ, ວຽກງົບປະມານ, ວຽກບັນຊີ, ວຽກຄັງເງິນ, ວຽກລາຍຈ່າຍ, ວຽກຄຸ້ມຄອງຊັບສິນ ແລະສະໜອງວັດຖຸ, ວຽກກວດກາ, ວຽກກວດສອບແຫ່ງລັດເຊັ່ນ ການປັບປຸງນິຕິກໍາ, ການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ສັນຍາເຊົ່າທີ່ດິນ, ການຄຸ້ມຄອງໜີ້ຕ້ອງຫ້າມ, ການຈັດຊື້ເຄື່ອງໃຊ້ຫ້ອງການ, ການຄິດໄລ່ອັດຕາໄປວຽກທາງການ, ເອກະສານຢັ້ງຢືນການຈ່າຍ ແລະການມອບລາຍຮັບວິຊາການ.

          ໃນກອງປະຊຸມຍັງໄດ້ຖອດຖອນບົດຮຽນການຈັດຕັ້ງປະຕິບັດການຄຸ້ມຄອງລາຍຮັບ-ລາຍຈ່າຍຂອງໜ່ວຍບໍລິຫານວິຊາການກຸ້ມຕົນເອງ ງົບປະມານ ປະຈໍາປີ 2022, ໄດ້ສະເໜີຂໍ້ຕົກລົງວ່າດ້ວຍການກໍານົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະການຕ້ານການຟູມເຟືອຍ ສະບັບເລກທີ 0200/ກງ, ລົ/ວັນທີ 25 ມັງກອນ 2023, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ລາຍຮັບວິຊາການຂອງ ມຊ ສະບັບເລກທີ 3570/ມຊ, ລົງວັນທີ 14 ກັນຍາ 2022 ແລະໄດ້ສະເໜີເອກະສານຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2023 ແລະກຽມສ້າງແຜນງົບປະມານແຫ່ງລັດປີ 2024. ພ້ອມດຽວກັນ ໃນທີ່ປະຊຸມຍັງໄດ້ມີການປຶກສາຫາລືແລກປ່ຽນຄວາມຄິດເຫັນໃນການປັບປຸງ, ວາງແຜນໃນວຽກງານງົບປະມານ, ວຽກງານລາຍຮັບ-ລາຍຈ່າຍ ຂອງ ມຊເພື່ອໃຫ້ມີຄວາມເໝາະສົມ ແລະເປັນເອກະພາບກັນ.

ພາບບັນຍາກາດ