Select your language

ພິທີມອບລາງວັນຮອນດາສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ປະຈໍາປີ 2022 ຈັດຂຶ້ນວັນທີ 15 ກຸມພາ 2023 ຢູ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານນາງ ດອກແກ້ວ ພົນທະຈິດ ຮອງຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ), ທ່ານ Kenichi KOBAYASHI ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ, ທ່ານ Hiroto ISHIDA ປະທານມູນນິທິຮອນດາ ພ້ອມດ້ວຍຜູ້ອໍານວຍການ LJI ,ບັນດາຫົວໜ້າຫ້ອງການ JICA ປະຈໍາລາວ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

          ໃນພິທີ ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອໍານວຍການ LJI ກ່າວວ່າ: ມູນນິທິຮອນດາ ໄດ້ສ້າງຕັ້ງໂຄງການລາງວັນຮອນດາສໍາລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ແນໃສ່ປູກຈິດສໍານຶກໃຫ້ຊາວໜຸ່ມໃນທົ່ວໂລກ ມີວິດໄສທັດກວ້າງໄກ ມີແນວຄິດສ້າງສັນ ອົດທົນຜ່ານຜ່າບັນດາຂໍ້ຫຍຸ້ງຍາກ ແລະຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດບັນລຸຄວາມຝັນຂອງຕົນ ໂດຍໄດ້ຮັບການຊີ້ນໍາຈາກທ່ານອະທິການບໍດີ ມຊ ແລະຄະນະກໍາມະການຄັດເລືອກນັກສຶກສາເພື່ອຮັບລາງວັນດັ່ງກ່າວ ໄດ້ສອບເສັງຄັດເລືອກດ້ວຍການຂຽນບົດຄວາມເປັນພາສາລາວ ພາສາອັງກິດ ແລະ ສໍາພາດເປັນພາສາອັງກິດ ໂດຍຜ່ານການສອບເສັງ 3 ຄັ້ງ ເຊິ່ງມີຜູ້ເຂົ້າສອບເສັງຄັ້ງທີ1 ຈໍານວນ 35 ຄົນ ຄັ້ງທີ2 ຈໍານວນ 20 ຄົນ ສອບເສັງຄັ້ງທີ 3 ຈໍານວນ 10 ຄົນ ແລະສາມາດຄັດເລືອກໄດ້ຜູ້ຊະນະເລີດ 2 ຄົນ ຄື: ນາງ ອຸໄລພອນ ອ້ວນຄໍາຈັນ ແລະ ນາງ ໄມເຢີ ໄທທ່າວ ທັງສອງແມ່ນນັກສຶກສາຈາກພາກວິຊາວິທະຍາສາດຄອມພິວເຕີ ຄະນະວິທະຍາສາດທໍາມະຊາດ ມຊ.ໄດ້ຮັບໃບຢັ້ງຢືນ ຫຼຽນຊະນະເລີດ ແລະເງິນລາງວັນ 3.000 ໂດລາສະຫະລັດ.

          ທ່ານ ປອ. ພອນແກ້ວ ຈັນທະມາລີ ກ່າວຕື່ມອີກວ່າ: ປີ 2022 ເປັນປີທີ 15 ທີ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດໂຄງການຄັດເລືອກນັກສຶກສາເພື່ອຮັບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະວິສະວະກອນ ໜຸ່ມຢູ່ ສປປ ລາວ ຂອງມູນນິທິຮອນດາ ເຊິ່ງໄລຍະຜ່ານມາມີຜູ້ໄດ້ຮັບລາງວັນແລ້ວ 30 ຄົນ ໄດ້ໄປສຶກສາຄົ້ນຄວ້າໄລຍະສັ້ນຢູ່ປະເທດຍີ່ປຸ່ນ 8 ຄົນ ສຶກສາຕໍ່ປະລິນຍາໂທ 4 ຄົນ ສຶກສາຕໍ່ປະລິນຍາເອກ 1 ຄົນ.

ພາບບັນຍາກາດ