Select your language

ໃນຕອນບ່າຍວັນທີ 17 ກຸມພາ 2023 ຜ່ານມານີ້, ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດ-ປິດງານແຂ່ງຂັນກີລານັກສຶກສາທົ່ວ ມຊ. ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ຂຶ້ນທີ່ເດີ່ນກີລາກາງ ມຊ. ໂດຍການເປັນປະທານຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ທັງເປັນປະທານຈັດ

ການແຂ່ງຂັນ, ເປັນກຽດເຂົ້າຮ່ວມມີທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ເປີນ ອິນທະໜໍ່ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ຮອງປະທານຈັດງານແຂ່ງຂັນກີລາ, ມີບັນດາທ່ານຄະນະບໍດີ, ຫົວໜ້າຫ້ອງການ, ຕາງໜ້າບໍລິສັດ, ທະນາຄານ, ຫ້າງຮ້ານ ທີ່ສະໜັບສະໜູນງານກີລາ, ບັນດາແຂກທີ່ຖືກເຊີນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນ້ອງໆນັກສຶກສາຈາກຄະນະວິຊາ ແລະສະຖາບັນທົ່ວ ມຊ  ເຂົ້າຮ່ວມ ຢ່າງເປັນຂະບວນການຟົດຟື້ນ.

          ໃນພິທີ ທ່ານ ສະຫວັນ ເງິນງາມ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ທັງເປັນຮອງປະທານຈັດການແຂ່ງຂັນ ໄດ້ຂຶ້ນຜ່ານບົດສະຫຼຸບເຊິ່ງທ່ານໃຫ້ຮູ້ວ່າ: ການຈັດການແຂ່ງຂັນກີລານັກສຶກສາທົ່ວ ມຊ. ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ນີ້ ກໍເພື່ອຈັດຕັ້ງການເຄື່ອນໄຫວ ແລະແຂ່ງຂັນກີລາປະເພດຕ່າງໆ ໃຫ້ເປັນຂະບວນຟົດຟື້ນທົ່ວ ມຊ,  ເປັນການສ້າງເງື່ອນໄຂສົ່ງເສີມໃຫ້ນັກສຶກສານໍາໃຊ້ເວລາວ່າງມາເຝິກແອບ ແລະພັດທະນາຕົນເອງທາງດ້ານປະເພດກີລາໃດໜຶ່ງ ໃນລະດັບສາຍສູງ ແລະສ້າງຊື່ສຽງໃຫ້ແກ່ຕົນເອງ ກໍຄື ມຊ ແລະປະເທດຊາດ, ເພື່ອເປັນການສ້າງໂອກາດໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາຄະນະວິຊາ ແລະສະຖາບັນຕ່າງໆ ໄດ້ພົບປະກັນເພື່ອສ້າງຄວາມສາມັກຄີເຊິ່ງກັນ ແລະກັນ, ເປັນການຄັດເລືອກເອົານັກກີລາດີເດັ່ນປະເພດຕ່າງໆ ເຂົ້າເປັນນັກກີລາຂອງສະໂມສອນກີລາ ມຊ, ເພື່ອພັດທະນາຂະບວນການກີລາຂອງ ມຊ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະເພື່ອໃຫ້ສາມາດເຂົ້າຮ່ວມແຂ່ງຂັນກີລາລະດັບຊາດ ກໍຄື ພາກພື້ນ ແລະສາກົນ ໃຫ້ນັບມື້ນັບຫຼາຍຂຶ້ນ.  ທ່ານໃຫ້ຮູ້ອີກວ່າ: ການຈັດການແຂ່ງຂັນຄັ້ງນີ້ ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 11 ມັງກອນ 2023 ຫາວັນທີ 17 ກຸມພາ 2023 ເຊິ່ງມີ 13 ຄະນະວິຊາ ແລະ 1  ສະຖາບັນເຂົ້າຮ່ວມການແຂ່ງຂັນ, ມີຄະນະຄຸເຝິກ ແລະນັກກີລາເຂົ້າຮ່ວມທັງໝົດຈໍານວນ 1.534 ຄົນ, ຍິງ 427 ຄົນ. ຈັດແຂ່ງຂັນ  6 ປະເພດກີລາຄື 1. ກີລາ ບານເຕະ ຍິງ-ຊາຍ, 2. ກີລາ ຟຸດຊໍ ຊາຍ, 3. ກີລາ ບານສົ່ງໃນຮົ່ມ ຍິງ-ຊາຍ, 4. ກີລາ ກະຕໍ້ຫວາຍ ຍິງ-ຊາຍ, 5. ກີລາເປຕັງ ທີມຍິງ-ທີມຊາຍ ແລະທີມປະສົມ ແລະ 6. ກີລາແລ່ນ.

ຈັດລໍາດັບການແຂ່ງຂັນ ອັນດັບທີ 1 ໄດ້ແກ່ຄະນະວິທະຍາສາດການກີລາ-ກາຍະກໍາ, ອັນດັບ 2 ຄະນະສຶກສາສາດ, ອັນດັບ 3 ຄະນະກະເສດສາດ, ອັນດັບ 4 ຄະນະວິທະຍາສາດສັງຄົມ, ອັນດັບ 5 ຄະນະວິສະວະກໍາສາດ, ອັນດັບ 6 ຄະນະນິຕິສາດ ແລະລັດຖະສາດ, ອັນດັບ 7 ຄະນະວິທະຍາສາດທໍາມະຊາດ, ອັນດັບ 8 ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ອັນດັບ 9 ຄະນະວິທະຍາສາດສິ່ງແວດລ້ອມ, ອັນດັບ 10 ຄະນະສະຖາປັດຕະຍະກໍາສາດ ແລະອັນດັບ 11 ຄະນະອັກສອນສາດ ແລະຄະນະຊັບພະຍາກອນນໍ້າ.

ໃນພິທີໄດ້ຮັບຊົມການຍ່າງຂອງຂະບວນກ້ອນກໍາລັງນັກກີລາ, ຮັບຊົມການສະແດງສິລະປະເປັນຕົ້ນແມ່ນການຮ້ອງເພງລວມໝູ່, ການສະແດງມວຍລາຍລາວ ແລະການສະແດງບົດຟ້ອນ ນອກຈາກນັ້ນຍັງໄດ້ຮັບຊົມການແຂ່ງຂັນບານເຕະຊາຍ ຄູ່ຊີງຊະນະເລີດລະຫວ່າງ ທີມນັກກີລາ ຄະນະວິທະຍາສາດການກີລາ-ກາຍະກໍາ ແລະທີມນັກກີລາຄະນະວິສະວະກໍາສາດ; ເຊິ່ງບັນຍາກາດຂອງງານແມ່ນເຕັມໄປດ້ວຍຄວາມຄຶກຄື້ນ-ມ່ວນຊື່ນທ່າມກາງສຽງຂອງກອງເຊຍແຕ່ລະພາກສ່ວນທີ່ເຂົ້າຊົມເຕັມຂອບສະໜາມ ຢ່າງເບີກບານມ່ວນຊື່ນຕະຫຼອດການແຂ່ງຂັນ ແລະຕອນທ້າຍພິທີໄດ້ມີການມອບລາງວັນໃຫ້ນັກກີລາບານເຕະຊາຍ ໂດຍການມອບຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ.

ສໍາລັບລາງວັນ ກີລາບານເຕະຍິງ ແລະປະເພດອື່ນໆແມ່ນໄດ້ຈັດພິທີມອບ ໃນວັນທີ 15 ກຸມພາ 2023 ກ່ອນແລ້ວ.

ພາບບັນຍາກາດ