Select your language

          ໃນຕອນເຊົ້າ ວັນທີ 21 ກຸມພາ 2023 ນີ້, ຫ້ອງການ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ເປີດນໍາໃຊ້ ເວັບໄຊໃໝ່ ຂອງ ມຊ ຂຶ້ນທີ່ຫ້ອງປະຊຸມ ຂອງສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມຊ, ໂດຍການເປັນປະທານຂອງທ່ານ ຮສ.ປອ ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ມີທ່ານ ຮສ.ປອ ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການ ມຊ, ມີບັນດາທ່ານຮອງຄະນະບໍດີ, ຜູ້ອໍານວຍການສະຖາບັນ, ຫົວໜ້າຫ້ອງການ, ຜູ້ອໍານວຍການສູນ, ຫໍສະໝຸດກາງ, ໂຮງໝໍ, ໂຮງຮຽນ ພ້ອມດ້ວຍພະນັກງານວິຊາການ ຜູ້ຮັບຜິດຊອບວຽກງານຂ່າວສານ ພາກສ່ວນຕ່າງໆອ້ອມຂ້າງ ມຊ ເຂົ້າຮ່ວມ.

          ໃນທີ່ປະຊຸມ ທ່ານ ນາງ ໃບສີ ວາເນັ່ງຈື ຮອງຫົວໜ້າຫ້ອງການ ມຊ, ຜູ້ຊີ້ນໍາພະແນກຂ່າວສານ ແລະປະຊາສໍາພັນ ໄດ້ຜ່ານ ຂໍ້ຕົກລົງຂອງອະທິການບໍດີ ມຊ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ວຽກງານຂ່າສວສານ ມຊ. ຈາກນັ້ນ ທ່ານ ຮສ.ປອ ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການ ມຊ ໄດ້ຂຶ້ນຜ່ານບົດສະຫຼຸບ ການດໍາເນີນການປັບປຸງເວັບໄຊໃໝ່ ຂອງ ມຊ ໃນໄລຍະຜ່ານມາ; ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດໃນບັນດາໜ້າວຽກຕ່າງໆ, ຍົກໃຫ້ເຫັນຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການປັບປຸງເວັບໄຊໃໝ່ ໃນໄລຍະຜ່ານມາ; ຂະນະດຽວກັນ ກໍໄດ້ນໍາສະເໜີ ຮູບແບບ ແລະໜ້າຕາ ຂອງເວັບໄຊ ທີ່ຜ່ານການປັບປຸງໃໝ່, ເຊິ່ງເຫັນວ່າ ຮູບແບບ ແລະໜ້າຕາ ຂອງເວັບໄຊໃໝ່ ຂອງ ມຊ ແມ່ນສົມບູນ ແລະກວ້າງຂວາງຫຼາກຫຼາຍ ຮູບແບບແທດເໝາະກັບ ສະພາບຄວາມເປັນຈິງຂອງ ມຊ ໃນປັດຈຸບັນ ແລະສາມາດເປັນແຫ່ຼງສະໜອງຂໍ້ມູນຕ່າງໆ ຂອງ ມຊ ແກ່ນັກຮຽນ-ນັກສຶກສາ ກໍຄື ສັງຄົມໄດ້ໃນລະດັບດີ.

ຈາກນັ້ນ, ໃນທີ່ປະຊຸມໄດ້ມີການສົນທະນາແລກປ່ຽນ ຄໍາຄິດ-ຄໍາເຫັນ ຕໍ່ກັບເວັບໄຊໃໝ່ ເພື່ອໃຫ້ມີຄວາມສົມບູນ, ສາມາດສະໜອງຂໍ້ມູນໃຫ້ແກ່ສັງຄົມໄດ້ຢ່າງກວ້າງຂວາງກວ່າເກົ່າ.

          ຕອນທ້າຍພິທີ, ທີ່ປະຊຸມໄດ້ຮັບຟັງການໂອ້ລົມ ຂອງທ່ານ ຮສ.ປອ ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ; ເຊິ່ງທ່ານ ໄດ້ຍົກໃຫ້ເຫັນບົດບາດ ແລະຄວາມສໍາຄັນຂອງວຽກງານຂ່າວສານໃນສັງຄົມ ຍຸກປັດຈຸບັນ; ເວົ້າສະເພາະແມ່ນ ມຊ. ຍິ່ງມີຄວາມຈໍາເປັນໃນການເຜີຍແຜ່ຂໍ້ມູນຂ່າວສານ ຜ່ານສື່ ເພື່ອຕອບສະໜອງຄວາມຕ້ອງການຂອງນັກຮຽນ-ນັກສຶກສາ ກໍຄື ສັງຄົມ ໄດ້ຢ່າງກວ້າງຂວາງ; ເຊິ່ງທ່ານໄດ້ກ່າວເນັ້ນໃຫ້ທຸກພາກສ່ວນອ້ອມຂ້າງ ມຊ ຕ້ອງໄດ້ເອົາໃຈໃສ່ ວຽກງານຂ່າວສານ ແລະສ້າງຊ່ອງທາງໃນການໂຄສະນາ-ເຜີຍແຜ່ ຂໍ້ມູນຕ່າງໆຂອງພາກສ່ວນຕົນອອກສູ່ສັງຄົມໃຫ້ກວ້າງກວ້າງ ໂດຍສະເພາະແມ່ນ ທຸກພາກສ່ວນຕ້ອງມີ ເວັບໄຊເປັນຂອງຕົນເອງ.