Select your language

ໃນວັນທີ 23 ກຸມພາ 2023 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປິດບັ້ນເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ 15 ທີ່ສະໂມສອນ ມຊ, ໂດຍການເປັນປະທານຂອງ ສະຫາຍ ຮສ. ພູວົງ ອຸ່ນຄຳແສນ ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະ ສະຫາຍ ຮສ. ປອ. ອຸດົມ ພອນຄຳເພັງ ເລຂາຄະນະພັກ, ອະທິການບໍດີ ມຊ, ບັນດາ ສະຫາຍ ຄະນະພັກ ມຊ, ພ້ອມດ້ວຍບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆ ອ້ອມຂ້າງ ມຊ ແລະ ນັກສຳມະນາກອນເຂົ້າຮ່ວມ.

ການເຝິກອົບຮົມຄັ້ງນີ້ແມ່ນພາຍໃຕ້ການຊີ້ນໍາ-ນຳພາ ແລະ ຄວາມຮັບຜິດຊອບໂດຍກົງ ຂອງຄະນະປະຈໍາພັກ ມຊ. ໂດຍມອບໃຫ້ພະແນກກໍ່ສ້າງພັກຫ້ອງການຈັດຕັ້ງ ແລະພະນັກງານ ຮັບຜິດຊອບ, ມີນັກສໍາມະນາກອນຈາກ 17ຮາກຖານພັກທົ່ວ ມຊ ທັງໝົດ 165 ສະຫາຍ, ຍິງ 73 ສະຫາຍ, ດ້ານວຸດທິການສຶກສາປະລິນຍາເອກ 12 ສະຫາຍ, ຍິງ 3 ສະຫາຍ; ປະລິນຍາໂທ 116 ສະຫາຍ, ຍິງ 53 ສະຫາຍ; ປະລິນຍາຕີ 34 ສະຫາຍ, ຍິງ 20 ສະຫາຍ; ຊັ້ນສູງ 3 ສະຫາຍ; ດ້ານຕໍາແໜ່ງທາງວິຊາການ ຂັ້ນ ອາຈານ ຈໍານວນ 12 ສະຫາຍ, ຍິງ 5 ສະຫາຍ; ຂັ້ນຜູ້ຊ່ວຍອາຈານ 35 ສະຫາຍ, ຍິງ 20 ສະຫາຍ; ໄດ້ແບ່ງອອກເປັນ 9 ໜ່ວຍ, ເຊິ່ງມີຄະນະໜ່ວຍໆລະ 3 ສະຫາຍ ແລະ ແຕ່ງຕັ້ງຄະນະຫ້ອງ 7 ສະຫາຍ, ຍິງ 2 ສະຫາຍເພື່ອສະດວກໃນການຄຸ້ມຄອງ, ນໍາພາຈັດຕັ້ງການເຄື່ອນໄຫວວຽກງານຕົວຈິງ; ຜ່ານການຮຽນ-ການສອນຕະຫຼອດໄລຍະ 45 ວັນຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ເນື້ອໃນຫຼັກສູດຕາມໂຄງການຫຼັກສູດ ແລະຕາມຕາຕະລາງຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດທີ່ກໍານົດໄວ້, ເຊິ່ງລວມມີ 5 ວິຊາຄື: ວິຊາປັດຊະຍາ 6 ບົດ, ວິຊາເສດຖະສາດການເມືອງ 8 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ 6 ບົດ, ວິຊາບໍລິຫານສາດ 8 ບົດ ແລະ ວິຊາກໍ່ສ້າງພັກ 5 ບົດ ລວມທັງໝົດ 33 ບົດ, ນອກຈາກນີ້ ຄະນະພັກຄະນະນໍາ ມຊ ຍັງໄດ້ຂຶ້ນບັນຍາຍແຜນແມ່ບົດ, ແຜນຍຸດທະສາດໃນການພັດທະນາ ມຊ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ມຊ. ຕະຫຼອດໄລຍະເວລາການເຝິກອົບຮົມສາມາດຕີລາຄາໄດ້ວ່າ: ນັກສໍາມະນາກອນເອົາໃຈໃສ່ຄົ້ນຄວ້າເຊື່ອມຊືມເອກະສານຕ່າງໆສະແດງອອກໃນການຂຶ້ນຫ້ອງ-ລົງຫ້ອງ ໂດຍລວມແມ່ນປະຕິບັດໂມງເວລາໄດ້ດີພໍສົມຄວນ,​ ມີຄວາມເປັນເຈົ້າການເກັບກໍາບົດຮຽນ, ເອກະສານຕໍາລາຮຽນດ້ວຍຕົນເອງ, ເຂົ້າຮ່ວມປະກອບສ່ວນຂະບວນການຮຽນ-ການສອນໃນແຕ່ລະວິຊາຢ່າງມີບັນຍາກາດ ແລະມີເນື້ອໃນດີ, ນອກຈາກການຮຽນ ການບັນຍາຍພາກທິດສະດີແລ້ວຍັງມີການສໍາມະນາຄົ້ນຄວ້າເປັນໜ່ວຍແລກປ່ຽນຄໍາຄິດເຫັນລົງເລິກບາງບັນຫາທີ່ສໍາຄັນໃນແຕ່ລະບົດແຕ່ລະວິຊາ ແລະຈັດຕັ້ງຂະບວນທັດສະນະສຶກສາ ຫໍພິພິທະພັນ ປະທານໄກສອນ ພົມວິຫານ ແລະ ສະພາແຫ່ງຊາດ. ພ້ອມກັນນີ້ ຍັງໄດ້ຢ້ຽມຢາມ ແລະ ຮັບຟັງການເຜີຍແຜ່ມູນເຊື້ອ ແລະ ປະຫວັດຄວາມເປັນມາ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ພົບປະກັບອາຈານເພື່ອສ້າງສາຍພົວພັນ, ຄວາມສາມັກຄີໃຫ້ໜັກແໜ້ນຂຶ້ນກວ່າເກົ່າ. ຈາກການເຝິກອົບຮົມ ຜົນການປະເມີນຄວາມຮັບຮູ້ ຂອງຜູ້ເຝິກອົບຮົມ ເຫັນວ່າ: 1. ຄວາມຮັບຮູ້ລະດັບດີຫຼາຍມີ 136 ສະຫາຍ; ສະເລ່ຍເທົ່າກັບ 82,42%; 2. ຄວາມຮັບຮູ້ລະດັບດີ ມີ 29 ສະຫາຍ ສະເລ່ຍເທົ່າກັບ 17,58%;  3. ຄວາມຮັບຮູ້ລະດັບດີປານກາງ     ມີ 0 ສະຫາຍ ສະເລ່ຍເທົ່າກັບ 0%; 4. ບໍ່ໄດ້ປະເມີນຜົນ ມີ 0 ສະຫາຍ ສະເລ່ຍເທົ່າກັບ 0%.

ໃນໂອກາດສໍາຄັນນີ້, ສະຫາຍ ຮສ. ປອ. ອຸດົມ ພອນຄຳເພັງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ; ເຊິ່ງກ່ອນອື່ນສະຫາຍໄດ້ກ່າວຍ້ອງຍໍ-ຊົມເຊີຍ ຕໍ່ຜົນສໍາເລັດ ບັ້ນການເຝິກອົບຮົມ ຕະຫຼອດໄລຍະ 45 ວັນ; ທັງໄດ້ກ່າວເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ທຸກສະຫາຍ ທີ່ໄດ້ສໍາເລັດການເຝິກອົບຮົມຊຸດທີ 15 ຈົ່ງສຸມສະຕິປັນຍາ ແລະກຳລັງແຮງ ເຂົ້າໃນການພັດທະນາການຮຽນ-ການສອນ ຂອງ ມຊ ແລະຈົ່ງນຳເອົາບົດຮຽນ ແລະ ແນວຄວາມຄິດຕ່າງໆທີ່ໄດ້ຈາກການເຂົ້າຮ່ວມເຝິກອົບຮົມຄັ້ງນີ້ ໄປໜູນໃຊ້ເຂົ້າໃນການດຳເນີນຊີວິດໃຫ້ເກີດດອກອອກຜົນ.

ພາບບັນຍາກາດ