Select your language

ໃນວັນທີ 24 ກຸມພາ 2023 ນີ້, ຫ້ອງການ ການສຶກສາຫຼັງປະລິນຍາຕີ (ມຊ) ໄດ້ເປີດກອງປະຊຸມເຝິກອົບຮົມຂະບວນການຂໍຕຳແໜ່ງວິຊາການຄູ ຄັງທີ I ປະຈຳປີ 2023 ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ ໂດຍການເປັນປະທານຂອງທ່ານ ຮສ. ປອ. ໄກສອນ ເພັງໂສພາ ຫົວໜ້າຫ້ອງການ ການສຶກສາຫຼັງປະລິນຍາຕີ, ມີຫົວໜ້າພະແນກການທີ່ກ່ຽວຂ້ອງກັບວຽກງານສະພາມະຫາວິທະຍາໄລແຫ່ງ ພາຍໃນຄະນະວິຊາ ແລະ ສະຖາບັນ, ພ້ອມນັ້ນ ຍັງມີ ບັນດາລັດຖະກອນຄູ ທົວ ມຊ ຜູ້ທີ່ສົນໃຈ ສະໝັກຕຳແໜ່ງວິຊາການຄູ ເຂົ້າຮ່ວມທັງໝົດ ເກືອບ 200 ກ່ວາທ່ານ.

ປັດຈຸບັນ ມຊ ມີລັດຖະກອນຄູ ທີ່ໄດ້ຮັບຕຳແໜ່ງ ວີຊາການຄູຂັ້ນຕ່າງໆ ລວມທັງໝົດ ຫຼັງກ່ວາ 500 ຄົນ ແລະ ຍັງມີພະນັກງານລັດຖະກອນຄູທີ່ຍັງບໍ່ທັນໄດ້ຮັບຕຳແໜ່ງ ປະມານ 900 ຄົນ. ດັ່ງນັ້ນ ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດາພະນັກງານ, ຄູ-ອາຈານ ຜູ້ທີ່ສົນໃຈຂໍຕຳແໜ່ງວິຊາການຄູ ແລະ ພາກສ່ວນຮັບຜິດຊອບໃນວຽກງານດັ່ງກ່າວ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຂະບວນການການຂໍຕຳແໜ່ງວິຊາການຄູ; ໃຫ້ເຂົ້າໃຈກ່ຽວກັບ ບັນດານິຕິກຳຕ່າງໆ ທີ່ເປັນບ່ອນອີງ ໂດຍສະເພາະກໍ່ແມ່ນ ດຳລັດ ເລກທີ 03/ລບ ວ່າດ້ວຍ ຕຳແໜ່ງວິຊາການຄູຢູ່ ສະຖານການສຶກສາຊັ້ນສູງ ແລະ ຄຳແນະ ເລກທີ 1054/ສສກ ວ່າດ້ວຍ ການຄັດເລືອກ ແລະ ຮັບຮອງຕຳແໜ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ, ນອກນັ້ນກໍ່ຈະມີການນຳສະເໜີ ບັນດາວິທີ່ການ ແລະ ຂັ້ນຕອນເປັນອັນລະອຽດໂດຍການນຳສະເໜີຂອງທ່ານ ປທ. ໂສພາພອນ ສຸລິຍະວົງ, ປອ ເກສອນ ກັນຫາລິຄຳ ແລະ ປທ. ອາລິຕ້າ ຂັນທະວົງໄຊ.