Select your language

          ເພື່ອເປັນການແລກປ່ຽນຄວາມຮູ້- ຄວາມເຂົ້າໃຈ ດ້ານການອອກແບບ ແລະ ແລກປ່ຽນຄວາມຮູ້ດ້ານວັດທະນະທຳ ລະຫວ່າງສອງຝ່າຍ ຄື: ຄະນະສະຖາປັດຕະຍະກຳສາດ(ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ພາກວິຊາສະຖາປັດຕະຍະກຳສາດ ແລະ ອອກແບບສະພາບແວດລ້ອມ ມະຫາວິທະຍາໄລທາມະ ປະເທດຍີ່ປຸ່ນ, ໃນຕອນບ່າຍວັນທີ 27 ກຸມພາ 2023 ຜ່ານມາ, ທີ່ຄະນະສະຖາປັດຕະຍະກຳສາດ ມຊ ໄດ້ຈັດງານແລກປ່ຽນຄວາມຮູ້-ຄວາມເຂົ້າໃຈ ດ້ານການອອກແບບ ແລະແລກປ່ຽນຄວາມຮູ້ດ້ານ ວັດທະນະທໍາ ຂອງສອງຝ່າຍຂຶ້ນ; ໂດຍການເຂົ້າຮ່ວມຂອງທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ມຊ ແລະ ທ່ານ ອາກິຣະ ຄິສິໂມໂຕ (Akira KISHIMOTO) ຫົວໜ້າພາກວິຊາ ສະຖາປັດຕະຍະກຳສາດ ແລະ ອອກແບບສະພາບແວດລ້ອມ ມະຫາວິທະຍາໄລທາມະ (ຍີ່ປຸ່ນ) ມີບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາຈາກ 2 ມະຫາວິທະຍາໄລເຂົ້າຮ່ວມ.

ການຈັດງານແລກປ່ຽນຈັດງານແລກປ່ຽນຄວາມຮູ້-ຄວາມເຂົ້າໃຈ ດ້ານການອອກແບບ ແລະແລກປ່ຽນຄວາມຮູ້ດ້ານ ວັດທະນະທໍາ ຂອງສອງຝ່າຍຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຄິດສ້າງສັນທາງດ້ານການອອກແບບຂອງນັກສຶກສາ, ເພື່ອສ້າງສາຍພົວພັນການຮ່ວມມື ລະຫວ່າງນັກສຶກສາໃນລະດັບພາກພື້ນ ແລະສາກົນ, ທັງເປັນການແລກປ່ຽນຄວາມຮູ້ດ້ານວິຊາການລະຫວ່າງ ອາຈານ ແລະ ນັກສຶກສາ. ງານດັ່ງກ່າວນີ້ ມີນັກສຶກສາຈາກພາກວິຊາ ສະຖາປັດຕະຍະກຳສາດ ແລະ ອອກແບບສະພາບແວດລ້ອມ ມະຫາວິທະຍາໄລທາມະ (ຍີ່ປຸ່ນ) ເຂົ້າຮ່ວມ 11 ຄົນ  ແລະ ອາຈານນຳພາ 2 ທ່ານ, ຝ່າຍ ຄສປ ມີນັກສຶກສາ ສາຂາອອກແບບຜະລິດຕະພັນ, ສາຂາອອກແບບຕົກແຕ່ງ ແລະ ສາຂາສະຖາປັດຕະຍະກຳສາດເຂົ້າຮ່ວມ 12 ຄົນ. ການດຳເນີນກິດຈະກຳແມ່ນເລີ່ມແຕ່ວັນທີ 22 ຫາ ວັນທີ 27 ກຸມພາ;  ພາຍໃຕ້ຫົວຂໍ້: “ການສຳມະນາແບບປະຕິບັດດ້ານສິລະປະ, ວັດທະນະທຳ ແລະ ການປັບຕົວເພື່ອການເປັນຢູ່ແບບທັນສະໄໝ” ໂດຍໃຫ້ນັກສືຶກສາຈັດເປັນກຸ່ມ ແລະ ຮ່ວມກັນອອກແບບເພື່ອພັດທະນາດ້ານສະພາບແວດລ້ອມ ແລະ ຜະລິດຕະພັນໂດຍແນໃສ່ການພັດທະນາເສດຖະກິດ, ສົ່ງເສີມການພັດທະນາ ວັດທະນະທຳ ອັນດີງາມຂອງຊາດ ພ້ອມທັງເປັນການປົກປັກຮັກສາສະພາບແວດລ້ອມຕາມທິດຂອງ SDGs. ເຊິ່ງງານສຳມະນາຮູບແບບນີ້ຄັ້ງທໍາອິດແມ່ນຈັດຂຶ້ນ ໃນປີ 2017 ແລະຄັ້ງນີ້ ເປັນຄັ້ງທີ 4.