Select your language

ກິດຈະກໍາແລກປ່ຽນຄວາມຮູ້ກ່ຽວກັບການປ້ອງກັນຢາເສບຕິດ ພາຍໃຕ້ໂຄງການເຄືອຄ່າຍຊາວໜຸ່ມປ້ອງກັນຢາເສບຕິດ 6 ປະເທດລຸ່ມແມ່ນໍ້າຂອງຄັ້ງທີ 2 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 2 ມີນາ 2023 ນີ້ ຢູ່ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ(ມຊ), ໂດຍການເຂົ້າຮ່ວມຂອງ ທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄະນະສະຖາປັດຕະຍະກໍາສາດ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ມຊ, ທ່ານ ພັທ ພຸດສະຫວາດ ສູນທະລາ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະຈັດຕັ້ງນໍາພາ ແລະຊາວໜຸ່ມສາກົນມາຈາກ 6 ປະເທດໃນຂອບເຂດອະນຸພາກພື້ນແມ່ນໍ້າຂອງຄື ປະເທດຈີນ, ໄທ, ລາວ, ຫວຽດນາມ, ກໍາປູເຈຍ ແລະມຽນມາ ເຂົ້າຮ່ວມ.

          ທ່ານ ສິນທະວອນ ດາລາວົງ ໄດ້ມີຄໍາເຫັນຕໍ່ກິດຈະກໍາໃນຄັ້ງນີ້ວ່າ: ມະຫາວິທະຍາໄລແຫ່ງຊາດ ເປັນໜຶ່ງໃນມະຫາວິທະຍາໄລອັນດັບຕົ້ນຂອງ ສປປ. ລາວ ໃນການພັດທະນາການສຶກສາໃຫ້ແກ່ໄວໜຸ່ມລາວ ແລະຫັນການສົ່ງເສີມການຮ່ວມມື ແລະແລກປ່ຽນກິດຈະກໍາກັບບັນດາປະເທດຄູ່ຮ່ວມ ເພື່ອກ້າວເຂົ້າສູ່ຄວາມເປັນສາກົນ ແລະທັນສະໄໝ ຄຽງຄູ່ກັບວຽກງານການປ້ອງກັນ ແລະຕ້ານຢາເສບຕິດເຊິ່ງເປັນສອງວຽກງານພາລະກິດຂອງຊາດກໍຄືຂອງ ມຊ, ດັ່ງນັ້ນ, ຄະນະພັກ, ຄະນະນໍາຂອງ ມຊ. ໄດ້ເລັງເຫັນເຖິງຄວາມສໍາຄັນຂອງການແກ້ໄຂບັນຫາຢາເສບຕິດ ເພື່ອເປັນພື້ນຖານອັນສໍາຄັນໃນການແກ້ໄຂບັນຫາຢາເສບຕິດໃຫ້ແກ່ຊາວໜຸ່ມ ແລະໃຫ້ຊາວໜຸ່ມລາວໄດ້ມີຄວາມຮູ້ທັນກັບສະພາບການຢາເສບຕິດທີ່ມີການປ່ຽນແປງຢ່າງຫຼວງຫຼາຍໃນຍຸກປັດຈຸບັນ, ຄະນະຊາວໜຸ່ມແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມຊາວໜຸ່ມ ດ້ວຍຫລາຍຮູບການເພື່ອສ້າງຈິດສໍານຶກໃຫ້ແຕ່ລະຄົນໄດ້ຮູ້ຜົນຮ້າຍ ແລະພິດໄພຂອງຢາເສຍຕິດ, ຄຸ້ມຄອງ, ກວດກາ, ຄວບຄຸມ ແລະສະກັດກັ້ນຢາເສບຕິດ ສະນັ້ນ, ການເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ ຊາວໜຸ່ມທັງ 6 ປະເທດໃນອະນຸພາກພື້ນລຸ່ມແມ່ນໍ້າຂອງໄດ້ປຶກສາຫາລື ແລະແລກປ່ຽນຄວາມຮູ້ກ່ຽວກັບແນວທາງປ້ອງກັນຢາເສບຕິດ ຈາກທັດສະນະຂອງຊາວໜຸ່ມໃນແຕ່ລະປະເທດ, ເພື່ອຮຽນຮູ້ກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດຕາມຊາຍແດນແມ່ນໍ້າຂອງ ເພື່ອເສີມຂະຫຍາຍປະສົບການ ແລະຄວາມຮູ້ໃນການປ້ອງກັນ ແລະແກ້ໄຂບັນຫາຢາເສບຕິດໃນຕົວຈິງ ເພື່ອບັນລຸຈຸດປະສົງເປົ້າໝາຍທີ່ກໍານົດໄວ້ຢ່າງຍືນຍົງ ນອກນັ້ນ, ຍັງໄດ້ສຶກສາສິລະປະ ແລະວັດທະນະທໍາເຊິ່ງກັນ ແລະ ກັນຕື່ມອີກ.