Select your language

ເພື່ອເປັນການປະຕິບັດຕາມ 5 ຫຼັກມູນການສຶກສາຂອງກະຊວງສຶກສາທິການ ແລະກີລາວາງອອກ ມາໃນຕອນເຊົ້າວັນທີ 4 ມີນາ 2023 ຜ່ານມານີ້, ຫ້ອງການຄຸ້ມຄອງຫໍພັກນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກິດຈະກໍາແຂ່ງຂັນກີລາ ແລະຫຼິ້ນເກມພື້ນບ້ານຂອງນັກສຶກສາໃນຫໍພັກ ປະຈໍາສົກສຶກສາ 2022- 2023 ຂຶ້ນທີ່ເດີ່ນກີລາໜ້າຕຶກຫໍພັກສຶກສາ ມຊ. ໂດຍການກ່າວເປີດພິທີຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີບັນດາທ່ານຮອງຫົວໜ້າຫ້ອງການຄຸ້ມຄອງຫໍພັກນັກສຶກສາ, ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາລາວ ແລະຕ່າງປະເທດທີ່ນອນຢູ່ໃນຫໍພັກເຂົ້າຮ່ວມຢ່າງພ້ອມພຽງ.

          ການຈັດກິດຈະກໍາຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມສາມັກຄີລະຫວ່າງນັກສຶກສາລາວ ແລະນັກສຶກສາຕ່າງປະເທດຢູ່ພາຍໃນຫໍພັກໃຫ້ມີຄວາມຮັກແພງສາມັກຄີເຊິ່ງກັນ ແລະກັນ, ເພື່ອເປັນການອອກກຳລັງກາຍໃຫ້ມີສຸຂະພາບເຂັ້ມແຂງຮ່າງໄກຈາກພະຍາດໂລຄາ ແລະເພື່ອເປັນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ. ກິດຈະກໍາແຂ່ງຂັນຄັ້ງນີ້ ປະກອບມີ 5 ປະເພດກີລາຄື ປະເພດກີລາເປຕັງ ຍິງ-ຊາຍ, ປະເພດກີລາດຶງເຊືອກ ຍິງ-ຊາຍ, ປະເພດກີລາໂຍນບານເຂົ້າບ້ອງ ຍິງ-ຊາຍ, ປະເພດກິດຈະກໍາຊ່ວງເຮືອບົກ ຍິງ-ຊາຍ ແລະປະເພດກີລາແລ່ນປ່ຽນແພ ຍິງ-ຊາຍ.

          ຜົນການແຂ່ງຂັນປະເພດກີລາເປຕັງຍິງ ຊະນະເລີດ ທີມນັກສຶກສາລາວ, ທີ 2 ທີມນັກສຶກສາມົງໂກລີ, ປະເພດກີລາເປຕັງຊາຍ ຊະນະເລີດ ທີມນັກສຶກສາຫໍພັກເບີ 8, ທີ 2 ທີມນັກສຶກສາຫໍພັກເບີ 5, ປະເພດກີລາດຶງເຊືອກຍິງ ຊະນະເລີດ ທີມນັກສຶກສາກໍາປູເຈຍ, ທີ 2 ທີມນັກສຶກສາມົງໂກລີ, ປະເພດກີລາດຶງເຊືອກຊາຍ ຊະນະເລີດ ທີມນັກສຶກສາມົງໂກລີ, ທີ 2 ທີມນັກສຶກສາຈີນ, ປະເພດກີລາໂຍນບານເຂົ້າບ້ອງຍິງ ຊະນະເລີດ ທີມນັກສຶກສາມົງໂກລີ, ທີ 2 ທີມນັກສຶກສາກໍາປູເຈຍ, ປະເພດກີລາໂຍນບານເຂົ້າບ້ອງຊາຍ ຊະນະເລີດ ທີມນັກສຶກສາມົງໂກລີ, ທີ 2 ທີມນັກສຶກສາຈີນ, ປະເພດກິດຈະກໍາຊ່ວງເຮືອບົກຍິງ ຊະນະເລີດທີມນັກສຶກສາກໍາປູເຈຍ, ທີ 2 ທີມນັກສຶກສາຈີນ, ປະເພດກິດຈະກໍາຊ່ວງເຮືອບົກຊາຍ ຊະນະເລີດ ທີມນັກສຶກສາກໍາປູເຈຍ, ທີ 2 ທີມນັກສຶກສາຫວຽດນາມ ແລະປະເພດກີລາແລ່ນປ່ຽນແພຍິງ ຊະນະເລີດ ທີມນັກສຶກສາລາວ, ທີ 2 ທີມນັກສຶກສາຈີນ, ປະເພດກີລາແລ່ນປ່ຽນແພຊາຍ ຊະນະເລີດ ທີມນັກສຶກສາກໍາປູເຈຍ ທີ 2 ທີມນັກສຶກສາມ້ຽນມາ.

          ການແຂ່ງຂັນແມ່ນດໍາເນີນໄປຢ່າງຄຶກຄືນມ່ວນຊື່ນ ຖາມກາງສຽງຊົມສຽງເຊຍຂອງນັກກີລາດ້ວຍກັນ ແລະໃນຕອນທ້າຍຂອງງານໄດ້ມີການມອບລາງວັນໃຫ້ແກ່ທີມນັກກີລາທີ່ຊະນະການແຂ່ງຂັນອີກດ້ວຍ.