Select your language

ໃນຕອນເຊົ້າວັນທີ 3 ມີນາ 2023 ນີ້, ສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດ (ມຊ). ໄດ້ຈັດພິທີສະຫຼຸບຜົນງານເຄິ່ງສະໄໝ ແລະປາຖະກະຖາເພື່ອສະເຫຼີມ-ສະຫຼອງວັນແມ່ຍິງສາກົນຄົບຮອບ 113 ປີ ຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II. ໂດຍການເປັນປະທ່ານຮ່ວມຂອງ ສະຫາຍ ສຈ. ປອ. ນ. ລັດສະໝີ ບຸບຜາ ຄະນະພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງສະຫະພັນແມ່ຍິງ, ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມຊ, ສະຫາຍ ນາງ ບົວຄຳ ດາວສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງສຶກສາທິການ ແລະກີລາ, ສະຫາຍ ນາງ ໃບສີ ວາເນັງຈື ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະກີລາ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ມຊ, ມີປະທານກຳມະບານ ແລະເລຂາຊາວໝຸ່ມ ມຊ, ມີສະຫາຍ ນາງ ບົວວັນ ມະນີຈັນ ຜູ້ຮັບຜິດຊອບວຽກຄວາມສະເໜີພາບຍິງ-ຊາຍຈາກໂຄງການ RTI internatoinl, ບັນດາຄະນະພັກຮາກຖານຜູ້ຊີ້ນຳ 3 ອົງການຈັດຕັ້ງມະຫາຊົນ ທັງ 17 ຮາກຖານ, ບັນດາສະຫາຍ ຄະນະບໍລິຫານງານສະຫະພັນແມ່ຍິງ ມຊ, ຄະນະສະຫະພັນແມ່ຍິງຮາກຖານ ພ້ອມດ້ວຍຕົວແທນສະມາຊິກເອື້ອຍນ້ອງແມ່ຍິງທົ່ວ ມຊ. ເຂົ້າຮ່ວມ.

          ໃນພິທີ ສະຫາຍ ນາງ ໃບສີ ວາເນັງຈື ໄດ້ຂຶ້ນ ຜ່ານບົດສະຫຼຸບຜົນງານ​ເຄິ່ງສະໄໝ; ສະໄໝ ທີ V (2020-2022)  ແລະ ແຜນການເຄື່ອນໄຫວເຄິ່ງສະໄໝ (2022-2024)  ຂອງ​ສະ​ຫະ​ພັນ​ແມ່​ຍິງ ມຊ. ເຊິ່ງທ່ານໃຫ້ຮູ້ວ່າ: ສະຫະພັນແມ່ຍິງ ມຊ. ປະກອບ ມີ 17 ຮາກຖານ.  ມີສະມາຊິກສະຫະພັນແມ່ຍິງທັງໝົດ 9.425 ສະຫາຍ,  ສະມາຊິກແມ່ຍິງທີ່ເປັນພະນັກງານ  882 ສະຫາຍ, ສະມາຊິກແມ່ຍິງທີ່ເປັນນັກສຶກສາ ແລະນັກຮຽນ 8.543 ສະຫາຍ, ແບ່ງເປັນ 53 ໜ່ວຍ ແລະ 389 ຈຸ. ຜ່ານການເຄື່ອນໄຫວໃນໄລຍະເຄິ່ງສະໄໝຜ່ານມາ ໄດ້ມີຜົນສໍາເລັດຫຼາຍດ້ານໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານການປັບປຸງການຈັດຕັ້ງ, ວຽກງານຂະຫຍາຍສະມາຊິກສະຫະພັນແມ່ຍິງ ແລະບໍາລຸງສ້າງພະນັກງານເພດຍິງ, ວຽກງານນະໂຍບາຍ, ປົກປ້ອງສິດ-ຜົນປະໂຫຍດຂອງແມ່ຍິງ ແລະເດັກນ້ອຍ,  ວຽກງານຂະບວນການແຂ່ງຂັນ 3 ດີ, ວຽກງານປຸກລະດົມຂະບວນການແມ່ຍິງປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ແລະໜ້າທີ່ວິຊາສະເພາະ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຫາລາຍໄດ້ເພິ່ມໃຫ້ແກ່ຄອບຄົວ, ການຮັກສາສຸຂະພາບ, ວຽກງານວັດທະນະທຳ, ການເຄື່ອນໄຫວສິລະປະ-ກີລາ, ການຍ້ອງຍໍ ແລະອອກແຮງງານຕ່າງໆ, ວຽກງານສ້າງຄັງ, ວຽກງານກວດກາ ແລະອື່ນໆ.

           ຈາກຜົນງານທີ່ໄດ້ຈັດຕັ້ງເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງ ໄລຍະເຄິ່ງສະໄໝ (2020-2022)​, ສະມາຊິກແມ່ຍິງທົ່ວ ມຊ ສາມາດຍາດໄດ້ຜົນງານດີເດັ່ນປະເພດ 1 ແມ່ນໄດ້ຮັບໃບຍ້ອງຍໍ ຂັ້ນປະທານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະກີລາ ຈໍານວນ 767 ສະຫາຍ, ປະເພດ 2 ໄດ້ຮັບໃບຍ້ອງຍໍ ຂັ້ນປະທານສະຫະພັນແມ່ຍິງ ມຊ ຈໍານວນ 124 ສະຫາຍ.​

          ໃນໂອກາດດຽວກັນ, ໃນພິທີຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ ບົດບາດຂອງແມ່ຍິງໃນວຽກງານຮ່ວມມືສາກົນ ບັນຍາຍໂດຍ ສະຫາຍ ປອ. ນາງ ບົວລະພຽນ ສີສຸກ ຫົວໜ້າພາກວິຊາກົດໝາຍ ພົວພັນສາກົນ ຄະນະນິຕິສາດ ແລະລັດຖະສາດ ມຊ. ເພື່ອສະເຫຼີມ-ສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົນຮອບ 113 ປີ.

ພາບບັນຍາກາດ