Select your language

ຄະນະບໍລິຫານງານສະຫະພັນກິລາມະຫາວິທະຍາໄລລາວ (ສກມລ) ຊຸດທີີ 2 ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ໄລຍະ 5 ປີ (2018-2022) ແລະ ວາງທິດແຜນການໃນຕໍ່ໜ້າ ພ້ອມທັງປະກາດແຕ່ງຕັ້ງຄະນະຊຸດໃໝ່ ຊຸດທີ III ເພື່ອສືບຕໍ່ຊີ້ນຳວຽກງານໃນຕໍ່ໜ້າໃຫ້ນັບມື້ດີຂຶ້ນ.

          ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 14 ມີນາ 2023 ຢູ່ທີ່ຫ້ອງປະຊຸມສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະພັກ, ຄະນະບໍລິຫານງານສະຫະພັນກິລາມະຫາວິທະຍາໄລລາວ, ຄະນະອານຸກໍາມະການ, ຄະນະບໍດີ, ພ້ອມດ້ວຍພະນັກງານຄູອາຈານ, ແຂກທີ່ຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສຈ.ປອ ສົມສີ ຍໍພັນໄຊ ປະທານຄະນະບໍລິຫານງານສະຫະພັນກິລາ ມະຫາວິທະຍາໄລລາວ ຊຸດທີ 2 ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ໄລຍະຜ່ານມາ ວ່າ: ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຮັບອະນຸມັດຈາກລັດຖະບານ ສົ່ງຄະນະນັກກິລາລາວ ເຂົ້າຮ່ວມການ ແຂ່ງຂັນກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 19 ປີ 2018 ທີ່ປະເທດມຽນມ້າ ເປັນເຈົ້າພາບ ແຕ່ວັນທີ ວັນທີ 10- 19/12/2018, ຊຶ່ງປະກອບມີຄະນະນໍາ ແລະ ນັກກີລາເຂົ້າຮ່ວມລວມມີຈຳນວນທັງໝົດ 150 ທ່ານ (ຍິງ 27), ໃນການ ແຂ່ງຂັນ 09 ປະເພດກີລາຄື: ແລ່ນ ແລະ ລານ, ບານເຕະ ( ຊາຍ ), ຫວໍຫວຽດນາມ, ຍິງທະນູ, ວູຊູ, ເປຕັງ, ດອກປີກ ໄກ ແລະ ກ໊ອບ. ສາມາດຍາດໄດ້ 7 ຫຼຽນຄຳ, 9 ຫຼຽນເງິນ ແລະ 11 ຫຼຽນທອງ ລວມທັງໝົດ 27 ຫຼຽນ, ລື່ນຄາດ ໝາຍຂອງແຜນການ, ຈັດຢູ່ອັນດັບທີ 6 ໃນຈຳນວນ 11 ປະເທດ.

          ສໍາລັບງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 20 ໄດ້ຈັດຂຶ້ນຢູ່ທີ່ຣາຊະອານາຈັກໄທ ລະຫວ່າງວັນ ທີ 26 ກໍລະກົດ ຫາ 6 ສິງຫາ 2022, ຊຶ່ງປະກອບມີຄະນະ ແລະ ນັກກິລາຈຳນວນ ທັງໝົດ 215 ຄົນ, ຍິງ 42 ຄົນ, ໄດ້ກຳນົດເອົາກິລາ 12 ປະເພດກິລາສົ່ງເຂົ້າແຂ່ງຂັນ ຄື: ແລ່ນ ແລະ ລານ, ບານເຕະ, ເປຕັງ, ເທັກຄວັນໂດ, ມວຍລາວ, ປົ່ງ ປ່ອງ, ກະຕໍ້, ດອກປີກໄກ່, ອີສະປອດ, ປັນຈັກສີລັດ, ບານສົ່ງຫາດຊາຍ ແລະ ຄາລາເຕໂດ, ຜົນການເຂົ້າຮ່ວມແຂ່ງຂັນສາມາດຍາດໄດ້ 5 ຫຼຽນຄຳ 8 ຫຼຽນເງິນ ແລະ 20 ຫຼຽນທອງ ລວມທັງໝົດ 33 ຫຼຽນ ຈັດຢູ່ອັນດັບທີ 6 ໃນຈໍານວນ 11 ປະເທດເຂົ້າຮ່ວມ. ພ້ອມດຽວກັນນັ້ນ, ສະຫະພັນກິລາມະຫາວິທະຍາໄລລາວ ກໍໄດ້ປະກອບສ່ວນເປັນວິທະຍາກອນໃນກອງປະ ຊຸມສຳມະນາວຽກງານວິທະຍາສາດການກິລາ ໃນໄລຍະຈັດການແຂ່ງຂັນງານມະຫາກໍາກິລາ ຄັ້ງທີ 20 ຈຳນວນ 3 ຫົວຂໍ້ ຄື: ປະສົບການຈັດການແຂ່ງຂັນກິລາມຫາວິທະຍາໄລອາຊຽນ ຄັ້ງທີ 16; ວຽກງານສານກະຕຸ້ນກັບການ ກິລາ ແລະ ວຽກງານໄອທີກັບການພັດທະນາກິລາກາຍະກຳ ນອກນັ້ນ ມະຫາວິທະຍາໄລຈຳປາສັກ ຍັງສົ່ງກອງສິລະປະເຂົ້າຮ່ວມສະແດງຫົກລາຍການຕາມການເຊື້ອເຊີນຂອງປະເທດເຈົ້າພາບ ແລະ ມີຜົນສໍາເລັດຮອບດ້ານ. ສ່ວນທິດທາງແຜນການໃນຕໍ່ໜ້າຄະນະບໍລິຫານງານສະຫະພັນກິລາມະຫາວິທະຍາໄລລາວ ຈະສືບຕໍ່ສົມທົບກັບກົມວິຊາການທີ່ກ່ຽວຂ້ອງ ແລະ ສະຫະພັນກິລາແຫ່ງຊາດ ໃນການສ້າງແຜນພັດທະນາກິລາ ນັກສຶກສາ ໃຫ້ກາຍເປັນນັກກິລາຮຸ່ນສືບທອດໃນອານາຄົດ; ສົບທົບກັບສະຫະພັນກິລາແຫ່ງຊາດ ໃນການອໍານວຍຄວາມສະດວກໃຫ້ເຄື່ອຄ່າຍສະຫະພັນກິລາມະຫາ ວິທະຍາໄລລາວ, ໂດຍສະເພາະແມ່ນວິທະຍາຄານປ້ອງກັນຊາດ, ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ, ວິທະຍາໄລພາກລັດ ແລະ ພາກເອກະຊົນ ຈັດລາຍການແຂ່ງຂັນປະຈໍາປີ ຕໍ່ກັບປະເພດທີ່ເປັນທ່າແຮງ ແລະ ເປັນທີ່ນິຍົມໃນໝູ່ມະຫາຊົນ ແລະ ເປັນເຈົ້າການໃນການຍາດແຍ່ງການຊ່ວຍເຫຼືອຈາກເຄືອຄ່າຍສະຫະພັນກິລາມະຫາວິທະຍາໄລອາຊຽນ, ອາຊີ ແລະ ສະຫະພັນ ກິລາມະຫາວິທະຍາໄລໂລກ ໃນການສະໜັບສະໜູນການເຂົ້າຮ່ວມແຂ່ງຂັນກິລາຕາມການເຊື້ອເຊີນຢ່າງເປັນປົກກະຕິ ແລະ ໄດ້ຮັບປະສິດທິຜົນດີຂຶ້ນກວ່າເກົ່າ. 

          ຂະນະດຽວກັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານທີ່ທາງ ສກມລ ຍາດມາໄດ້ໃນໄລຍະຜ່ານມາ, ຊຶ່ງການເຄື່ອນໄຫວວຽກ​ງານ​ກິລາລະດັບມະຫາວິທະຍາໄລ ເປັນຂະບວນການໜຶ່ງທີ່​ໄດ້ປະກອບສ່ວນໃນການພັດທະນາກິລາລາວ​ທາງ​ດ້ານປະລິມານ ແລະ ຄຸນນະພາບຂະບວນການແຂ່ງຂັນທັງພາຍໃນ ແລະ ພາກ​ພື້ນ ໂດຍສະເພາະໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ​ໃນ​ໄລຍະ​ຜ່ານ​ມາ​ເປັນ​ການ​ສ້າງ​ຊື້​ສຽງ​ໃຫ້​ແກ່ ສປປລາວ ຂອງ​ເຮົາ, ຜົນງານຂອງຄະນະບໍລິຫານງານສະຫະພັນກິລາມະຫາວິທະຍາໄລ ຊຸດທີ II ເເຫັນວ່າມີຢ່າງຫຼວງຫຼາຍ ແລະ ມາ​ຮອດ​ປະຈຸ​ບັນການບໍລິຫານຂອງຄະນະບໍລິຫານງານ ສະຫະພັນກິລາມະຫາວິທະຍາໄລລາວ ຊຸດທີ II ແມ່ນໄດ້ປະຕິບັດຄົບສະໄໝ, ຕາມລະບຽບການຂອງ​ສະຫະພັນມະຫາວິທະຍາໄລລາວ ຈະຕ້ອງມີການປັບປຸງຄະນະບໍລິຫານງານ ເພື່ອສືບຕໍ່ໃຫ້ແກ່ວຽກງານ ແລະ ການພັດທະນາກິລາມະຫາວິທະຍາໄລຕໍ່ໄປ, ຊຶ່ງການຈັດພິທີໃນຄັ້ງນີ້ແມ່ນມີຄວາມຄັນຫຼາຍໃນການສະຫລຸບຜົນງານ ແລະ ປະກາດການຈັດຕັ້ງຮັບຮອງ​ເອົາຄະນະບໍລິຫານງານ ສະຫະພັນກິລາມະຫາວິທະຍາໄລລາວຊຸດໃໝ່ III ເພື່ອສືບຕໍ່ໃນການບໍລິຫານງານ ແລະ ພັດທະນາກິລາມະຫາວິທະຍາໄລລາວຂອງພວກເຮົາ.

          ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ສສກ ຍັງໄດ້ຮຽກຮ້ອງໃຫ້ ສກມລ ຊຸດໃໝ່ ຈົ່ງເພີ່ມທະວີເອົາໃຈໃສ່ວຽກງານແນວຄິດ, ຄວາມສາມັກຄີພາຍໃນໝູ່ຄະນະຢ່າງໜັ້ກແໜ້ນ, ປະຕິບັດລະບອບ ປະຊາທິປະໄຕ​ແບບລວມໝູ່ ຕົກລົງເປັນໝູ່ຄະນະ, ເຄົາລົບກົດໝາຍ, ລະບຽບການຕ່າງໆ ພ້ອມທັງປະສານສົມທົບກັບອົງການຈັດຕັ້ງພັກ, ລັດ ເວົ້າລວມ ເວົ້າສະເພາະກໍ່​ຄືກົມກິລາລະດັບສູງ, ​ຄະນະກຳມະການໂອແລມປິກແຫ່ງຊາດ, ບັນດາ​ສະຫະພັນ​ກິລາ​ແຫ່ງ​ຊາດ ແລະ ອົງການຈັດຕັ້ງກິລາອື່ນໆທີ່ກ່ຽວຂ້ອງ; ເອົາໃຈໃສ່​ເສີມ​ຂະ​ຫຍາ​ຍ, ແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງທີ່ເກີດຂຶ້ນໃນໄລຍະຜ່ານມາຢ່າງຈິງຈັງ, ຊອກສ້າງທຸກເງື່ອນໄຂເພື່ອສຸມໃສ່ພັດທະນາບຸກຄະລາກອນ, ສ້າງນັກກິລາ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານເຕັກນິກ, ຍຸດທະວິທີ ຍັບເຂົ້າໃກ້ມາດຕະຖານຂອງພາກພື້ນ ແລະ ສາກົນເທື່ອລະກ້າວ, ເພີ່ມທະວີການຕິດຕາມ,​ ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານໃຫ້ເປັນປົກກະຕິ ແລະ ເຂັ້ມງວດ; ພ້ອມກັນເສຍສະຫຼະຊ່ວຍກັນແບກຫາບວຽກງານຕາມການມອບໝາຍຢ່າງຈິງຈັງ ພ້ອມເຊື່ອໝັ້ນວ່າ ຄະນະຊຸດໃໝ່ ຈະພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດຂຶ້ນເທື່ອລະກ້າວ.

      ສຳລັບ ຄກມລ ຊຸດທີ III ທີ່ຖືກແຕ່ງຕັ້ງຄັ້ງນີ້ ມີທັງໝົດ 25 ທ່ານ, ສ່ວນຄະນະຊຸດເກົ່າແມ່ນມີທັງໝົດ ຈຳນວນ 22 ທ່ານ.

ພາບບັນຍາກາດ