Select your language

ຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາມູນເຊື້ອຂອງພັກປະຊາຊົນ ປະວັດລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955 - 22 ມີນາ 2023) ເພື່ອເປັນການລະນຶກ ແລະ ຫວນຄືນເຖິງວັນສຳຄັນດັ່ງກ່າວ ແລະ ເພື່ອໃຫ້ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ໄດ້ຮັບຮູ້ເຂົ້າໃຈ ພ້ອມກັນນໍາເອົາແບບຍ່າງທີ່ດີໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 15 ມີນາ 2023 ທີ່ສະໂມສອນ ຊັ້ນ2 ມຊ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍ ສິນທະວອນ ດາລາວົງ ຄະນະພັກ ມຊ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງຊາວໜຸ່ມ ມຊ, ສະຫາຍ ສີສຸພັນ ພົມມະນີວົງ ກຳມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຮອງເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ, ເລຂາຊາວໜຸ່ມ ມຊ, ມີບັນດາຄະນະບໍລິຫານງານຊາວໜຸ່ມ, ຜູ້ຕາງໜ້າຄະນະຊາວໜຸ່ມຮາກຖານຕ່າງໆອ້ອມຂ້າງ ມຊ ແລະສະມາຊິກຊາວໜຸ່ມພາກສ່ວນພະນັກງານ, ຄູ-ອາຈານ ແລະຕົວແທນຊາວໜຸ່ມນັກສຶກສາ 200 ກວ່າສະຫາຍເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ເລົ່າເຖິງມູນເຊື້ອຂອງພັກປະຊາຊົນປະວັດວັດລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ວ່າ: ວັນສ້າງຕັ້ງພັກປະຊາຊົນ ປະຕວິດັລາວ ທີ່ໝູນວຽນມາບັນຈົບຄົບຮອບ 68 ປີ, ພັກປະຊາຊົນ ປະຕິວັດລາວ ໄດ້ກໍາເນີດ ຫຼື ສ້າງຕັ້ງຂຶ້ນໃນເງື່ອນໄຂປະເທດຊາດຕົກຢູ່ໃນແອກປົກຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະໃໝ່, ການກໍາເນີດຂອງພັກເຮົາແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສເພື່ອນໍາພາປະຊາຊົນລາວທັງຊາດຕໍ່ສູ້ກູ້ຊາດ ຍາດເອົາເອກະລາດມາສູ່ປະຊາຊົນລາວບັນດາເຜົ່າ, ເພື່ອເຮັດໃຫ້ປະຊາຊົນລາວ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ມາຮອດປີ 2023 ນີ້ ພັກປະຊາຊົນ ປະຕິວັດລາວ ມີອາຍຸຄົບຮອບ 68 ປີ ຊຶ່ງຜ່ານການຊີ້ນໍາ-ນໍາພາ ຕະຫຼອດໄລຍະ 68 ປີ ສາມາດຢັ້ງຢືນວ່າ ພັກເຮົາມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ນັບແຕ່ການນໍາພາຕໍ່ສູ້ກູ້ຊາດ ກ້າວໄປເຖິງຢຶດອໍານາດ ແລະ ສະຖາປະນາເປັນເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະກາຍເປັນພັກກໍາອໍານາດ, ຜ່ານການຊີ້ນໍາ-ນໍາພາ ຕະຫຼອດໄລຍະທີ່ຜ່ານມາ ກໍຄື ການປະຕິບັດຕາມສອງໜ້າທີ່ຍຸດທະສາດແມ່ນເຮັດໃຫ້ປະເທດຊາດຂອງພວກເຮົາໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງທາງດ້ານການເມືອງ, ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງຫຼາຍອັນໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂຶ້ນ ແລະ ເຮັດໃຫ້ບົດບາດຂອງ ສປປ ລາວ ສູງເດັ່ນຂຶ້ນໃນເວທີສາກົນ.

ຈາກບົດບາດ ແລະ ຜົນງານຂອງພັກເຮົາໃນການນໍາພາປະເທດຊາດກ້າວຂຶ້ນສູ່ເສັ້ນທາງສັງຄົມນິຍົມ ແມ່ນພາລະກິດ ແລະ ເສັ້ນທາງທີ່ຖືກຕ້ອງໃນການຂະຫຍາຍຕົວຂອງມວນມະນຸດເພາະເສັ້ນທາງດັ່ງກ່າວນີ້ ຈະເປັນການນໍາພາ ປວງຊົນລາວທັງຊາດກ້າວຂຶ້ນສູ່ຄວາມສີວິໄລໃນອະນາຄົດ ແລະ ກໍເປັນ ການຢັ້ງຢືນຄວາມຖືກຕ້ອງໃນການເລືອກເສັ້ນທາງເດີນຕາມລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເຮົາ ແລະ ກໍມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພັກເຮົາຈະສືບຕໍ່ເຂັ້ມແຂງຂຶ້ນເລື້ອຍໆ ແລະຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ແລະຈະນໍາພາ ປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງແນ່ນອນ. “ພັກປະຊາຊົນ ປະຕິວັດລາວ ຜູ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວໝັ້ນຍືນ”, ຊຶ່ງພາລະກິດອັນພົ້ນເດັ່ນ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 68 ປີ ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ພັກກໍໄດ້ປະເຊີນໜ້າກັບຈັກກະພັດອາເມລິກາ ຊຶ່ງເປັນຈັກກະພັດ ໂຕໃໝ່ທີ່ເຂັ້ມແຂງ, ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະກິດອັນໜັກໜ່ວງ ເພື່ອນຳພາ - ຊີ້ນຳປວງຊົນລາວ ທັງຊາດ ຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດ ແລະລູກມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ ແລະສືບຕໍ່ນຳພາປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດເປັນແຕ່ລະໄລຍະຢ່າງມີໄຊ.

ຂະນະດຽວກັນ, ໃນພິທີ ສະຫາຍ ສີສຸພັນ ພົມມະນີວົງ ຍັງໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມ ມຊ ທີ່ໄດ້ພ້ອມກັນສູ້ຊົນ ບຸກບືນຈັດຕັ້ງປະຕິບັດວຽກງານຕາມການມອບໝາຍໃຫ້ຢ່າງມີຜົນສຳເລັດເປັນຢ່າງສູງ.

ພາບບັນຍາກາດ