Select your language

ໃນວັນທີ 6 ຕຸລາ 2022 ຜ່ານມາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບສົກຮຽນ ປະຈຳສົກສຶກສາ 2021-2022 ຊຸດຮຽນ 2018-2022 ແລະ ໄຂສົກຮຽນໃໝ່ 2022-2023 ທີ່ສະໂມສອນຊັ້ນສອງ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ມີທ່ານຮອງຄະນະບໍດີ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ແຂກຖືກເຊີນ, ອະດີດພະນັກງານບຳນານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

          ໃນພິທີ ທ່ານ ຮສ. ສະເຫຼີມສັກ ພາບຸດດີ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ກໍໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2021-2022 ຊຸດຮຽນ 2018-2022 ແລະ ຜ່ານແຜນການຈັດຕັ້ງປະຕິໃນສົກຮຽນໃໝ່ 2022-2023 ເຊິ່ງທ່ານໃຫ້ຮູ້ວ່າ: ຄສຄ ເປັນ 1 ໃນ 13 ຄະນະວິຊາທີ່ຂຶ້ນກັບ ມະຫາວິທະຍາໄລແຫ່ງຊາດ ມີທັງໝົດ 6 ພະແນກ ແລະ 5 ພາກວິຊາຄື: ພາກວິຊາການເມືອງ ແລະ ບໍລິຫານລັດກິດ, ພາກວິຊາພູມີສາດ ແລະສາລະສົນເທດ, ພາກວິຊາປະຫວັດສາດ ແລະບູຮານວິທະຍາດ, ພາກວິຊາການທ່ອງທ່ຽວ ແລະ ການໂຮມແຮມ ແລະພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ; ມີ 2 ສູນຄື: ສູນຄົ້ນຄວ້າ ແລະ ຝຶກອົບຮົມ RTC ແລະ ສູນເພດພາວະສຶກສາ. ມີພະນັກງານຄູ, ຄູ-ອາຈານທັງໝົດ 98 ຄົນ (48 ຄົນ), ອາຈານສອນ 31 ຄົນ ຍິງ 12 ຄົນ, ອາຈານສອນ ແລະເຮັດວຽກບໍລິຫານ 59 ຄົນ ຍິງ 30 ຄົນ ແລະພະນັກງານບໍລິຫານ 8 ຄົນ ຍິງ 6 ຄົນ.  ມີນັກສຶກສາທັງໝົດ 455 ຄົນ ຍິງ 155 ຄົນ (ນັກສຶກສາລະດັບປະລິນຍາໂທ 283 ຄົນ ຍິງ 96 ຄົນ ແລະ ນັກສຶກສາລະດັບປະລິນຍາຕີ 172 ຄົນ ຍິງ 59 ຄົນ); ສຳລັບສົກສຶກສານີ້ ຄສຄ ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 646 ຄົນ ຍິງ 376 ຄົນ (ລະດັບປະລິນຍາໂທ 111 ຄົນ ຍິງ 96 ຄົນ, ລະດັບປະລິນຍາຕີ 535 ຍິງ 336 ຄົນ) ແລະມີນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດກຽມນິຍົມ 3 ຄົນ ຍິງ 2 ຄົນ ແລະໄດ້ຮັບການຍ້ອງຍໍປະເພດຕ່າງໆ 195 ຄົນ ຍິງ 113 ຄົນ (ຍ້ອງຍໍດີເດັ່ນຮອບດ້ານ 30 ຄົນ ຍິງ 21 ຄົນ, ເດັ່ນການຮຽນ 52 ຄົນ ຍິງ 30 ຄົນ ແລະ ເດັ່ນກິດຈະກຳ 107 ຄົນ ຍິງ 56 ຄົນ). ສຳລັບທິດທາງແຜນການໃນຕໍ່ໜ້າ ຄສຄ ຈະສືບຕໍ່ປຸກລະດົມພະນັກງານ, ຄູ-ອາຈານ ໃນການປະກອບສ່ວນເຂົ້າໃນການປະຕິບັດແຜຍຸດທະສາດການພັດທະນາຂອງ ຄສຄ  (2021-2025) ໂດຍສະເພາະແມ່ນເລັ່ງໃສ່ການພັດທະນາການສຶກສາໃນມີຄຸນນະພາບ ແລະ ດີເລີດທາງດ້ານວິຊາການ ເປັນຕົ້ນ.

ພາບບັນຍາກາດ