NUOL Programs

ສາຂາວິຊາ ຄູຊີວະສາດ

thumb
ສາຂາວິຊາ ຄູຊີວະສາດ
ຫຼັກສູດ:
ສາຂາວິຊາ ຄູຊີວະສາດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ຜົນໄດ້ຮັບຈາການຮຽນ ແລະ ອາຊີບທີ່ຄາດວ່າຈະສາມາດ

ປະກອບໄດ້.

ຜົນໄດ້ຮັບຈາການຮຽນ ດ້ານຄວາມຮູ້ ອະທິບາຍທິດສະດີ, ຫຼັກການ ແລະ ວິທີການສອນຊີວະສາດ ສັງລວມທິດສະດີ, ຫຼັກການໃນການປະຕິບັດຕົວຈິງກ່ຽວກັບຊີວະສາດ ດ້ານທັກສະ: ດຳເນີນການຄົ້ນຄວ້າວິທະຍາສາດ, ສ້າງນະວັດຕະກຳດ້ານການສິດສອນຊີວະສາດ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ ແລະ ການຮຽນຮູ້ຕະຫຼອດຊີວິດ ສະແດງຄວາມຄິດເຫັນແບບມີວິຈາລະນະຍານ ໃນການແກ້ໄຂບັນຫາໃນວຽກງານຕົວຈິງ ດ້ານການນໍາໃຊ້: ນຳໃຊ້ທິດສະດີ, ຫັຼັກການເຂົ້າໃນການທົດລອງດ້ານຊີວະສາດເຊັ່ນ: ຈຸລະຊີບວິທະຍາ່, ແມງໄມ້ວິທະຍາ, ການສືບພັນ, ກາຍະວິພາກພືດ-ສັດ, ສະລິລະສາດພືດ-ສັດ, ແລະ ລະບົບນິເວດ. ດໍາເນີນການຈັດການຮຽນ-ການສອນຊີວະສາດ ໂດຍນຳໃຊ້ນະວັດຕະກຳສື່ການຮຽນ-ການສອນທີ່ແທດ ເໝາະກັບສະພາບການປ່ຽນແປງໃນແຕ່ລະໄລຍະ. ດຳເນີນການຄົ້້ນຄ້ວາວິ​ທະ​ຍາ​ສາດ ກ່ຽວກັບຊີວະສາດ. ດ້ານທັກສະທາງສັງຄົມ: ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ, ຈັນຍາທໍາ, ມີມະນຸດສໍາພັນດີ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ-ຮີດຄອງປະເພນີອັນດີງາມ ເຮັດວຽກເປັນໝູ່ຄະນະ ພ້ອມທັງໃຫ້ບໍລິການວິຊາການ ແລະ ແນະນໍາການຈັດການຮຽນ-ການສອນຊີວະສາດໃຫ້ແກ່ສະຖາບັນການສຶກສາ ລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ ອາຊີບທີ່ຄາດວ່າຈະສາມາດປະກອບໄດ້. ອາຊີບທາງດ້ານວິຊາການ ແລະ ການສຶກສາວິໄຈເຊັ່ນ: ຄູສອນ, ນັກວິຊາການທາງດ້ານຊີວະສາດ, ນັກ ວິທະຍາສາດ, ນັກຄົ້ນຄວ້າວິທະຍາສາດ. ອາຊີບໃນອົງກອນພາກລັດເຊັ່ນ:

ຄູສອນໃນໂຮງຮຽນຕ່າງໆ, ກະຊວງສຶກສາທິການ ແລະ ກີລາ ແລະ ຂະແໜງ ການອື່ນໆທີ່ກ່ຽວຂ້ອງ. ອາຊີບໃນຂະແໜງການເອກະຊົນເຊັ່ນ: ຄູສອນໂຮງຮຽນເອກະຊົນ, ພະນັກງານບໍລິສັດຂຸດຄົ້ນບໍ່ແຮ່ຕ່າງໆ, ເປັນທີ່ປຶກສາໃຫ້ກັບອົງກອນທາງດ້ານວິທະຍາສາດ, ເຮັດວຽກດ້ານປະຊາສໍາພັນ ແລະ ເຜີຍແຜ່ໂຄສະນາກ່ຽວກັບສິ່ງແວດລ້ອມ ປະກອບທຸລະກິດສ່ວນຕົວເຊັ່ນ: ປູກຝັງ, ລ້ຽງສັດ, ເພາະພັນ ແລະ ອື່ນໆ

ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນພົນລະເມືອງດີ, ມີນ້ຳໃຈຮັກຊາດ, ຄຸນສົມບັດສີນທໍາປະຕິວັດ, ຈັນຍາບັນໃນວິຊາຊີບ, ອະນຸຮັກ ແລະ ເສີມຂະຫຍາຍວັດທະນາທໍາຂອງຊາດ ແລະ ສາກົນ.
  2. ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານຊີວະສາດ, ທັກສະການສິດສອນ, ການຄົ້ນຄວ້າວິທະຍາສາດ ໄດ້ຢ່າງມີປະສິດທິພາບ, ທັນສະໄໝ, ຮູ້ປະເມີນຜົນການຮຽນ, ສາມາດປະຍຸກໃຊ້ສື່ນະວັດຕະກຳເຕັກໂນໂລຊີຂໍ້ມູນຂ່າວສານເພື່ອການຮຽນຮູ້ ແລະ ການບໍລິການວິຊາການໃຫ້ແກ່ສັງຄົມ.
  3. ສ້າງນັກສຶກສາໃຫ້ມີຄວາມຫ້າວຫັນພັດທະນາຕົນເອງ ແລະ ວິຊາຊີບໄດ້ຢ່າງຕໍ່ເນື່ອງ, ສາມາດເຊື່ອມໂຍງຄວາມຮູ້ກັບສາຂາຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ມີທັກສະການຮຽນຮູ້ຕະຫຼອດຊີວິດ.
ລາຍລະອຽດ: