ພາລະບົດບາດ         

          ຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ (ຂຽນຫຍໍ້ວ່າ ຫຄບ) ມີພາລະບົດບາດດໍາເນີນການຄົ້ນຄວ້າວິທະຍາສາດ, ດໍາເນີນການສອນ ແລະ ຝຶກອົບຮົມ, ເປັນເສນາທິການໃຫ້ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໃນວຽກງານການຄຸ້ມຄອງຊັບສິນທາງປັນຍາ, ວຽກງານແຜນການ-ການຮ່ວມມືກັບການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຊີ້ນໍາ ແລະຄຸ້ມຄອງວຽກງານສູນຄົ້ນຄວ້າກ່ຽວກັບຈີນ, ວຽກງານສູນຄວາມເປັນເລີດດ້ານສິ່ງແວດລ້ອມ ແລະ ສູນຄົ້ນຄວ້າອື່ນໆຂອງ ມະຫາວິທະຍາໄລແຫ່ງຊາດ.


ຄະນະຫ້ອງການ

  1. ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ       (ຫົວໜ້າຫ້ອງການ)
  2. ທ່ານ ອຈ. ປອ. ສາຍທອງ ວິໄລວົງ       (ຮອງຫົວໜ້າຫ້ອງການ)
  3. ທ່ານ ປອ ຄໍາຫຼ້າ ອິນຄະວິໄລ             (ຮອງຫົວໜ້າຫ້ອງການ)

ພະແນກ

       ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ມີ 4 ພະແນກ ແລະ 3 ສູນຄື :

  1. ພະແນກການຄຸ້ມຄອງ ແລະສົ່ງເສີມການຄົ້ນຄວ້າວິທະຍາສາດ-ວາລະສານ
  2. ພະແນກແຜນການ ແລະ ການຮ່ວມມື
  3. ພະແນກບໍລິການວິຊາການ
  4. ພະແນກຄຸ້ມຄອງຊັບສິນທາງປັນຍາ

ສູນຕ່າງໆທີ່ຂຶ້ນກັບຫ້ອງການ:

  1. ສູນຄົ້ນຄວ້າຈີນ
  2. ສູນດີເລີດດ້ານສິ່ງແວດລ້ອມ
  3. ສູນດີເລີດດ້ານຊີວະນາໆພັນ

ຂໍ້ມູນຕິດຕໍ່ ຫ້ອງການ     

      ຫ້ອງ 214,215 ຕຶກສຳນັກງານອະທິການບໍດີ

      ໂທ: +85621 770 523

      Website: http://raso.nuol.edu.la

      E-Journal: https://journal.nuol.edu.la/