ພາລະບົດບາດ

         ຫ້ອງການກວດກາຂຽນຫຍໍ້: "ຫກກ" ເປັນກົງຈັກບໍລິຫານ ໃນໂຄງປະກອບການຈັດຕັ້ງຂອງມະຫາວິທະຍາໄລແຫ່ງຊາດ(ມຊ) ມີພາລະບົດບາດໃນການຈັດຕັ້ງປະຕິບັດ ແລະ ເປັນເສນາທິການໃຫ້ແກ່ການນຳ ມຊ, ພ້ອມທັງເປັນເສນາທິການໃຫ້ແກ່ອົງການກວດກາແຫ່ງລັດ ແລະກະຊວງສຶກສາທິການ ແລະກີລາ ກ່ຽວກັບວຽກງານຕິດຕາມ, ກວດກາ, ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ການແກ້ໄຂຄຳຮ້ອງທຸກ, ຄຳສະເໜີ, ການປະເມີນຜົນວຽກງານການສຶກສາ ແລະວຽກງານອື່ນໆ ຢູ່ໃນ ມຊ.


ຄະນະຫ້ອງການ

  1.  ທ່ານ ຄຳພາ ວ່າງດວງນະພາ (ຫົວໜ້າຫ້ອງການ)
  2. ທ່ານ ຖາວົງ ວົງສໍລະເສີນ    (ຮອງຫົວໜ້າຫ້ອງການ)

ພະແນກ

      ໂຄງປະກອບກົງຈັກການຈັດຕັ້ງຂອງຫ້ອງການກວດກາ ມະຫາວິທະຍາໄລແຫ່ງຊາດປະກອບມີ 5 ພະແນກຄື:

      1. ພະແນກກວດກາພັກ

      2. ພະແນກກວດກາລັດ

      3. ພະແນກສະກັ້ນກັນ ແລະຕ້ານການສໍ້ລາດບັງຫຼວງ

      4. ພະແນກບໍລິຫານ

      5. ພະແນກຕິດຕາມ ແລະປະເມີນຜົນ


ຂໍ້ມູນຕິດຕໍ່ ຫ້ອງການ

ຕຶກສຳນັກງານອະທິການບໍດີ

Tel: 020 5456 9356 ເລຂາ