ພາລະບົດບາດ

           ຫ້ອງການການສຶກສາຫຼັງປະລິນຍາຕີ (ຂຽນຫຍໍ້​ວ່າ ຫປຕ) ມະຫາວິທະຍາ​ໄລ​ແຫ່ງ​ຊາດ(ມຊ) ເປັນ​ກົງ​ຈັກບໍລິຫານ​ໃນລະບົບ​ການ​ປົກ​ຄອງ ​ແລະ ຄຸ້ມ​ຄອງ​ການ​ສຶກສາ ຂອງ​ ມຊ, ມີ​ພາລະ​ບົດບາດ ເປັນເສນາ​ທິການ​ໃຫ້​ແກ່​ອະທິການ​ບໍດີ ທາງ​ດ້ານ​ການຄຸ້ມ​ຄອງ, ພັດທະນາ ​ແລະສົ່ງ​ເສີມ​ການ​ສຶກສາລະ​ດັບຫຼັງປະລິນຍາຕີ ພາຍ​ໃນ ມຊ ​ໃຫ້​ຂະ​ຫຍາ​ຍຕົວ​ຕາມ​ຍຸດ​ທະ​ສາດ ​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂຶ້ນ ແລະເປັນ​ກອງເລຂາທິການ ສະພາ ມຊ ໃນການສັງ​ລວມ ​ແລະ ສະໜອງຂໍ້​ມູນ, ກະກຽມ​ເອກະສານ​ຕ່າງໆ ​ເພື່ອ​ກຽມ​ເປີດກອງປະຊຸມສະພາ ມຊ ສະ​​ໄໝສາມັນ ​ແລະວິສາມັນ ​ປະຈຳ​ປີ ພ້ອມ​ທັງ​ເຊີນ​ແຂກ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ແຕ່ລະຄັ້ງ.


ຄະນະຫ້ອງການ

      1. ທ່ານ ຮສ. ປອ. ໄກສອນ ເພັງໂສພາ (ຫົວໜ້າຫ້ອງການ)

      2. ທ່ານ ປທ. ນາງ ບຸນນໍາ ຊົມວິມານ  (ຮອງຫົວໜ້າຫ້ອງການ)

      3. ທ່ານ ນາງ ສີພະຈັນ ສີວິໄລ (ຮອງຫົວໜ້າຫ້ອງການ)


ພະແນກ

   ຫ້ອງການການສຶກສາຫຼັງປະລິນຍາຕີ ມີ 3 ພະແນກຄື:

     1. ພະແນກຄຸ້ມຄອງນັກສຶກສາຫຼັງປະລິນຍາຕີ

     2. ພະແນກຄຸ້ມຄອງຫຼັກສູດຫຼັງປະລິນຍາຕີ

     3. ພະແນກສະພາມະຫາວິທະຍາໄລແຫ່ງຊາດ


ຂໍ້ມູນຕິດຕໍ່ ຫ້ອງການ

ເວັບໄຊ: 

Tel: +856 21 770389