Select your language

ຄວາມເປັນມາ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ(ມຊ), ວິທະຍາເຂດດົງໂດກ ບົນພື້ນຖານການຮ່ວມມືລະຫວ່າງ ມຊ ແລະ ອົງການ JICA. ໃນເດືອນພຶດສະພາ 2010 ໄດ້ຍົກລະດັບຂຶ້ນຈາກສູນລາວ-ຍີ່ປຸ່ນ ມາເປັນ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI)ເຊິ່ງໄດ້ສືບຕໍ່ດໍາເນີນກິດຈະກໍາດ້ານການພັດທະນາຊັບພະຍາກອນມະນຸດ ເພື່ອຊ່ວຍພັດທະນາປະເທດຊາດ. ດ້ວຍການສະໜັບສະໜຸນຂອງປະຊາຊົນທັງ 2 ຊາດ ລາວ-ຍີ່ປຸ່ນ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ເປັນອົງການຈັດຕັ້ງໜຶ່ງທີ່ສໍາຄັນ ມີບົດບາດສູງໃນການເຊື່ອມສາຍພົວພັັນຜ່ານການແລກປ່ຽນວັດທະນະທໍາ, ການພັດທະນາຊັບພະຍາກອນມະນຸດດ້ານການບໍລິຫານທຸລະກິດ ແລະການຮຽນພາສາຍີ່ປຸ່ນ.


ພາລະບົດບາດ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມີອັກສອນຫຍໍ້ ”ສລຍ” ມີສໍານັກງານຕັ້ງຢູ່ວິທະຍາເຂດດົງໂດກ, ເປັນສະຖາບັນໜຶ່ງທີ່ມີສະຖານະພາບເທົ່າກັບຄະນະວິຊາໜຶ່ງໃນກົງຈັກການຈັດຕັ້ງ ແລະຢູ່ພາຍໃຕ້ການຊີ້ນໍາດ້ານ ມະຫາພາກຂອງມະຫາວິທະຍາໄລແຫ່ງຊາດ(ມຊ), ມີບົດບາດເປັນເສນາທິການໃຫ້ແກ່ອະທິການບໍດີ ມຊ ໃນການຄຸ້ມຄອງບໍລິຫານຮອບດ້ານ ໃນການຮ່ວມມືກັບຝ່າຍຍີ່ປຸ່ນ ແລະ ການຮ່ວມມືກັບພາກສ່ວນຕ່າງໆຢູ່ພາຍໃນ ແລະ ນອກ ມຊ, ເພື່ອພັດທະນາຊັບພະຍາກອນມະນຸດຢູ່ພາຍໃນ ແລະ ພາຍນອກ ມຊ. ດ້ວຍການຈັດຕັ້ງການຮຽນ-ການສອນ ເພື່ອກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າໃນສາຂາການບໍລິຫານ ແລະ ພາສາຍີ່ປຸ່ນ, ຈັດຕັ້ງການຄົ້ນຄວ້າຫົວຂໍ້ຕ່າງໆ ລວມທັງດໍາເນີນວຽກຍີ່ປຸ່ນສຶກສາ ແລະຕອບສະໜອງການບໍລິການວິຊາການໃຫ້ແກ່ສັງຄົມ, ສົ່ງເສີມການແລກປ່ຽນວັດທະນະທໍາ ແລະ ແລກປ່ຽນວິຊາການລະຫວ່າງ ມຊ  ກັບສະຖາບັນການສຶກສາແຫ່ງຕ່າງໆຂອງຍີ່ປຸ່ນ ກໍຄື ການແລກປ່ຽນວັດທະທໍາລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນຍີ່ປຸ່ນໂດຍລວມ ແລະ ລະຫວ່າງບັນດາປະເທດສະມາຊິກອາຊຽນດ້ວຍກັນ. ພ້ອມດຽວກັນນັ້ນ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຍັງເຮັດໜ້າທີ່ສົ່ງເສີມການຮ່ວມມືທາງດ້ານທຸລະກິດລະຫວ່າງບໍລິສັດຍີ່ປຸ່ນ ແລະ ບໍລິສັດລາວ.


ວິໄສທັດ

ສລຍ ພັດທະນາສັງຄົມໃນທິດຢືນຍົງ ດ້ວຍການສ້າງບຸກຄະລາກອນທີ່ມີຄຸນນະພາບສູງ


ພາລະກິດ

ສລຍ ປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດທີ່ມີຄວາມອາດສາມາດສູງ, ເປັນເຈົ້າການຮ່ວມມື, ສົ່ງເສີມເຄື່ອຂ່າຍທາງດ້ານວິຊາການ ແລະ ທຸລະກິດໃນສັງຄົມລາວ ແລະ ສາກົນ


ຫຼັກການ

ຫ້າວຫັນ, ເຮັດວຽກເປັນໝູ່ຄະນະ , ມີຄວາມສາມັກຄີ, ຮຽນຮູ້ - ປັບປຸງ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ


ຜູ້ອໍານວຍການ

ທ່ານ ປອ. ພອນແກ້ວ ຈັນທະມາລີ


ພະແນກ

ສລຍ ປະກອບມີ 5 ພະແນກ ຄື:

1. ພະແນກຈັດຕັ້ງ-ສັງລວມ:  ມີ 5 ໜ່ວຍງານ ຄື:

- ໜ່ວຍງານຈັດຕັ້ງ-ພະນັກງານ

- ໜ່ວຍງານແຜນການ ແລະ ການເງິນ

- ໜ່ວຍງານຮ່ວມມື ແລະ ປະຊາສໍາພັນ

- ໜ່ວຍງານໄອທີ ແລະ ອຸປະກອນ

-ໜ່ວຍງານຫ້ອງສະໝຸດ

2. ພະແນກກິດຈະກໍາ ແລະ ແລກປ່ຽນວັດທະນະທໍາ:  ມີ 2 ໜ່ວຍງານ ຄື:

- ໜ່ວຍງານແລກປ່ຽນວັດທະນະທໍາ

- ໜ່ວຍງານແລກປ່ຽນວິຊາການ

3.ພະແນກຫຼັກສູດບໍລິຫານທຸລະກິດ:  ມີ 3 ໜ່ວຍງານ ຄື:

- ໜ່ວຍງານຄຸ້ມຄອງຫຼັກສູດເຝິກອົບຮົມ

- ໜ່ວຍງານໃຫ້ຄໍາເປິກສາ ແລະ ພັດທະນາວິສາຫະກິດ

- ໜ່ວຍງານຄຸ້ມຄອງກິດຈະກໍານອກຫຼັກສູດ

4. ພະແນກຫຼັກສູດພາສາຍີ່ປຸ່ນ: ມີ 2 ໜ່ວຍງານ ຄື:

- ໜ່ວຍງານຄຸ້ມຄອງວິຊາການ

- ໜ່ວຍງານຄຸ້ມຄອງກິດຈະກໍານອກຫຼັກສູດ

໌5. ພະແນກຄົ້ນຄວ້າ ແລະ ການສຶກສາຫຼັງປະລິນຍາຕີ:  ມີ 2 ໜ່ວຍງານ ຄື:

- ໜ່ວຍງານຄົ້ນຄວ້າ

- ໜ່ວຍງານຄຸ້ມຄອງຫຼັກສູດການສຶກສາຫຼັງປະລິນຍາຕີ


ຫຼັກສູດ

ສລຍ ເປີດການຮຽນ-ການສອນ ຫຼັກສູດປະລິນຍາໂທສາຂາບໍລິຫານທຸລະກິດ, ຫຼັກສູດພາສາຍີ່ປຸ່ນ ແລະຫຼັກສູດເຝິກອົບຮົມໄລຍະສັ້ນ

ຫຼັກສູດປະລິນຍາໂທບໍລິຫານທຸລະກິດ

ສລຍ ຮ່ວມກັບຄະນະເສດຖະສາດ ແລະບໍລິຫານທຸລະກິດ, ພາຍໃຕ້ການສະໜັບສະໜຸນຈາກອົງການ JICA ໄດ້ເປີດດໍາເນີນການຮຽນ-ການສອນ ໃນລະດັບປະລິນຍາໂທ ສາຂາວິຊາ ບໍລິຫານທຸລະກິດ (MBA) ໂດຍເນັ້ນຄວາມສົມດຸນລະຫວ່າງທິດສະດີການບໍລິຫານທຸລະກິດ ແລະຄວາມຮູ້ຕົວຈິງທີ່ຈໍາເປັນສໍາລັບການພັດທະນາເສດຖະກິດຕາມກົນໄກການຕະຫຼາດໃນທ່າມກາງສະພາບແວດລ້ອມການເຊື່ອມໂຍງເສດຖະກິດພາກພື້ນ ແລະໃນໂລກໂດຍສະເພາະແມ່ນການເຊື່ອມໂຍງເຂົ້າໃນປະຊາຄົມເສດຖະກິດASEAN. ຜູ້ທີ່ຮຽນຈົບຫຼັກສູດນີ້ຈະມີຄວາມຮູ້-ຄວາມສາມາດພຽງພໍສໍາລັບການດໍາເນີນທຸລະກິດຢ່າງມີຜົນສໍາເລັດໃນເງື່ອນໄຂເສດຖະກິດເປີດກວ້າງພາຍໃນ

ປະເທດລາວ.
ເງື່ອນໄຂຜູ້ສະໝັກ:
- ຕ້ອງຈົບການສຶກສາລະດັບປະລິນຍາຕີໃນສາຂາວິຊາໃດໜຶ່ງ
- ມີປະສົບການໃນການເຮັດວຽກຢ່າງໜ້ອຍ2ປີ
- ມີຄວາມຮູ້ດ້ານພາສາອັງກິດທີ່ສາມາດອ່ານ, ຂຽນ, ຟັງ ແລະສື່ສານໄດ້ໃນລະດັບດີ
- ຜູ້ສະໝັກທີ່ມີປະສົບການ ແລະຄວາມຮູ້ພື້ນຖານດ້ານບໍລິຫານທຸລະກິດ ຫຼືເສດຖະສາດຈະໄດ້ຮັບການພິຈາລະນາເປັນພິເສດ
- ຜູ້ສໍາເລັດການສຶກສາລະດັບປະລິນຍາຕີໃໝ່ໃນສາຂາວິຊາບໍລິຫານທຸລະກິດ ຫຼືເສດຖະສາດທີ່ມີຄະແນນສະເລ່ຍ .....ຂຶ້ນໄປກໍອາດຈະໄດ້ຮັບການພິຈາລະນາ
ໄລຍະເວລາໃນການສຶກສາ:
- ຫຼັກສູດທັງໝົດໃຊ້ເວລາ2ປີ (ຮຽນທິດສະດີ1 ປີ 6 ເດືອນ, ຂຽນວິທະຍານິພົນ6ເດືອນ)
- ມື້ຮຽນ: ຈັນ-ສຸກ (ພາກຄໍ່າ)

ຫຼັກສູດພາສາຍີ່ປຸ່ນ

ຫຼັກສູດພາສາຍີ່ປຸ່ນສ້າງຂຶ້ນເພື່ອຕອບສະໜອງຄວາມຮຽກຮ້ອງຂອງສັງຄົມລາວທີ່ຕ້ອງການສຶກສາພາສາຍີປຸ່ນ, ຈຶ່ງໄດ້ເລີ່ມຕົ້ນເປີດຫຼັກສູດໃນປີ 2012 ໂດຍການສະໜັບສະໜຸນຂອງມູນນິທິຍີ່ປຸ່ນ (Japan Foundation)
ຫຼັກສູດມາດຕະຖານແມ່ນຮຽນມື້ລະ 2 ຊົ່ວໂມງ ແລະ ໃນ 1 ເທີມ ເທົ່າກັບ 4.5 ເດືອນ ຫຼື 18 ອາທິດ. ຫ້ອງຮຽນລະດັບເລີ່ມຕົ້ນ (B1-B3) ຈົບລະດັບນີ້ແມ່ນ 3 ປີ. ເພື່ອຍົກລະດັບພາສາຍີ່ປຸ່ນໃຫ້ສູງຂຶ້ນ ພວກເຮົາຈຶ່ງແນະນໍາຫ້ອງຮຽນລະດັບປານກາງ (In1-In3) ໃຊ້ເວລາຮຽນ 1 ປີ.
ນອກຈາກນັ້ນ ຍັງມີໂອກາດຫຼາຍຢ່າງອີກສໍາລັບຜູ້ທີ່ຮຽນເກັ່ງ ແລະ ມີຄະແນນດີ ເຊັ່ນ ການໄປສຶກສາຕໍ່ຢູ່ຍີ່ປຸ່ນ, ໄປທັດສະນະສຶກສາ, ໂອກາດໃນການຮັບທຶນຮຽນຟຼີ. ນອກຈາກນີ້, ຫຼັກສູດພາສາຍີ່ປຸ່ນຍັງເປີດສອນພາກພັກແລ້ງ ແລະ ຈັດຝຶກອົບຮົມດ້ານພາສາຍີ່ປຸ່ນໃຫ້ແກ່ອົງກອນ ຫຼຶ ບໍລິສັດ ອີກດ້ວຍ.

ຈຸດເດັ່ນຂອງຫຼັກສູດ

- ສ້າງຄວາມສາມາດໃນການສື່ສານທີ່ໄດ້ຜົນແທ້ຈິງ

- ບໍ່ພຽງແຕ່ສອນຕາມເນື້ອໃນບົດຮຽນເທົ່ານັ້ນ, ຍັງໄດ້ຝຶກສົນທະນາຕົວຈິງກັບຄົນຍີ່ປຸ່ນນຳອີກ.

- ປະສົບການທາງວັດທະນະທຳທີ່ຫຼາກຫຼາຍ ແລະ ການແລກປ່ຽນກິດຈະກຳກັບຄົນຍີ່ປຸ່ນ

- ມີໂອກາດສຳພັດກັບວັດທະນະທຳຍີ່ປຸ່ນ ແລະ ຄົນຍີ່ປຸ່ນທີ່ມາຢ້ຽມຢາມ ສລຍ ຜ່ານປະສົບການດັ່ງກ່າວ, ນັກຮຽນຈະໄດ້ຮຽນຮູ້ເຖິງແນວຄວາມຄິດ ແລະ ຮູບແບບການດຳລົງຊີວິດຂອງຄົນຍີ່ປຸ່ນ.

- ເຄັ່ງຄັດໃນການເລື່ອນຊັ້ນ ແລະ ລະບົບຄວບຄຸມຜົນການຮຽນ

- ນອກຈາກຄະແນນສອບເສັງແລ້ວ, ການຂຶ້ນຫ້ອງປົກກະຕິ ແລະ ການສົ່ງວຽກບ້ານຈະຄິດໄລ່ເຂົ້າໃນຜົນຄະແນນໃນການເລື່ອນຊັ້ນ, ສ້າງໃຫ້ນັກຮຽນທຸກຄົນມີລະບຽບວິໄນ ແລະ ຄວາມຮັບຜິດຊອບ.

- ຂ່າວສານສຳລັບຜູ້ທີ່ຕ້ອງການຢາກເຮັດວຽກ ຫຼື ໄປຮຽນຕໍ່

- ມີການແຈ້ງຂ່າວສານໃນກະດານຂ່າວ ແລະ ໃຫ້ຄຳປຶກ ສາສຳລັບບຸກຄົນ.

- ສອນໂດຍອາຈານທີ່ມີປະສົບການ

- ຈັດຕັ້ງການຮຽນການສອນໂດຍທີມງານຂອງຄົນລາວ ແລະ ຄົນຍີ່ປຸ່ນທີ່ມີປະສົບການ, ອາຈານສອນທຸກຄົນໄດ້ຮັບການຝຶກອົບຮົມຈາກທັງພາຍໃນ ແລະ ຕ່າງປະເທດ.

ຫຼັກສູດຝຶກອົບຮົມໄລຍະສັ້ນ

ເພື່ອແນໃສ່ການພັດທະນາຄວາມຮູ້ ແລະ ທັກສະດ້ານບໍລິຫານທຸະກິດໃຫ້ແກ່ບັນດາຜູ້ບໍລິຫານ, ຜູ້ຈັດການ ແລະ ບຸກຄະລາກອນທົ່ວໄປຂອງບໍລິສັດ, ລັດວິສາຫະກິດ, ອົງການລັດ ໆລໆສະຖາບັນລາວ-ຍີ່ປຸ່ນຈັດຂຶ້ນຝຶກອົບຮົມໄລຍະສັ້ນເປັນປະຈໍາ ໄລຍະການຝຶກອົບຮົມແມ່ນ 2 ອາທິດລົງມາ ເຊິ່ງປະກອບມີຫຼາຍຫົວຂໍ້ເຊັ່ນ:

- ການບໍລິຫານຄວາມຮູ້ເພື່ອເພີ່ມປະສິດທິພາບຂອງອົງກອນ

- ການພັດທະນາຄວາມຄິດສູ່ຄວາມສໍາເລັດ

- ການພັດທະນາແຜນທຸລະກິດ

- ການພັດທະນາທີມງານແລະຄວາມເປັນຜູ້ນໍາ

- ການນຳໃຊ້ຊອບແວເຂົ້າໃນການວິໄຈ

- ການພັດທະນາທັກສະຄວາມເປັນຜູ້ນຳ

- ການວິເຄາະສະພາບແວດລ້ອມທາງທຸລະກິດ

- ການບໍລິຫານໂຄງການ

- ການຕະຫຼາດໃນທາງປະຕິບັດຕົວຈິງ

- ການຕະຫຼາດສໍາລັບການບໍລິການ

- ການບໍລິຫານການປະຕິບັດງານ

- ການບໍລິຫານຫ້ອງການຍຸກໃໝ່


ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມ:

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ,ມະຫາວິທະຍາໄລແຫ່ງຊາດ​ (ວິທະຍາເຂດດົງໂດກ)

ຕູ້ ປ.ນ 7322, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທລະສັບ:   (+856-21) 720156-57

ແຟັກ:        (+856-21)770267

ອີເມວ: This email address is being protected from spambots. You need JavaScript enabled to view it.

ເວບໄຊ: http://www.lji.edu.la/index.php/en/

Facebook:    LJI: Laos-Japan Institute

YouTube:     LJI: Laos-Japan Institute