ຈຸດປະສົງ:

          ໂດຍປະຕິບັດຕາມແຜນຍຸດທະສາດ ໃນການພັດທະນາການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ ໃນການກໍ່ສ້າງ ແລະພັດທະນານັກສຶກສາໃຫ້ໄປຕາມ 05 ຫຼັກມູນການສຶກສາຂອງກະຊວງສຶກສາທິການ ແລະກີລາວາງອອກ ສະນັ້ນ, ໃນການຈັດການແຂ່ງຂັນກິລານັກສຶກສາ ທົ່ວມະຫາວິທະຍາໄລແຫ່ງຊາດ ປະຈຳສົກສຶກສາໃນແຕ່ລະປີແມ່ນມີຈຸດປະສົງຄື:

  1. ເພື່ອຈັດຕັ້ງເຄື່ອນໄຫວ ແລະແຂ່ງຂັນກິລາປະເພດຕ່າງໆ ໃຫ້ເປັນຂະບວນຟົດຟື້ນໃນທົ່ວມະຫາວິທະຍາໄລແຫ່ງຊາດ, ເປັນການສ້າງເງື່ອນໄຂ ສົ່ງເສີມໃຫ້ນັກສຶກສານໍາໃຊ້ເວລາວ່າງມາເຝິກແອບ ແລະພັດທະນາຕົນເອງທາງດ້ານປະເພດກີລາໃດໜຶ່ງໃນລະດັບສາຍສູງ ແລະສ້າງຊື່ສຽງໃຫ້ກັບຕົນເອງ ກໍຄື ມຊ ແລະປະເທດຊາດ.
  2.  ເພື່ອເປັນການເປີດໂອກາດໃຫ້ພະນັກງານ, ຄູ - ອາຈານ ແລະ ນັກສຶກສາແຕ່ລະຄະນະວິຊາ ໄດ້ມາພົບປະກັນ, ເພື່ອສ້າງຄວາມສາມັກຄີເຊິ່ງກັນ ແລະ ກັນ.
  3.  ເພື່ອຄັດເລືອກເອົານັກກີລາທີ່ດີເດັ່ນປະເພດຕ່າງໆຂອງແຕ່ລະຄະນະວິຊາເຂົ້າເປັນນັກກີລາ ທີມສະໂມສອນມະຫາວິທະຍາໄລແຫ່ງຊາດ.
  4.  ເພື່ອພັດທະນາຂະບວນການກີລາຂອງ ມະຫາວິທະຍາໄລແຫ່ງຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ສາມາດເຂົ້າຮ່ວມແຂ່ງຂັນກີລາປະເພດຕ່າງໆໃນລະດັບຊາດ ກໍຄືພາກພຶ້ນ ແລະສາກົນໃຫ້ນັບມື້ຫຼາຍຂຶ້ນ.

ປະເພດກິລາ:

  1. ກີລາປະເພດ ບານເຕະ
  2. ກິລາປະເພດ ບານສົ່ງ
  3. ກິລາປະເພດ ບານບ້ວງ
  4. ກິລາປະເພດ ກະຕໍ້ຫວາຍ
  5. ກິລາປະເພດ ແລ່ນ-ລານ
  6. ກິລາປະເພດ ມວນຕ່າງໆ
  7. ກິລາປະເພດ ປິ່ງປ່ອງ
  8. ກິລາປະເພດ ພື້ນເມືອງຕ່າງໆ
  9. ກິລາປະເພດ ດອກປີກໄກ່
  10. ກິລາປະເພດ ເປຕັງ
  11. ກິລາປະເພດອື່ນໆທີ່ສາມາດຈັດຕັ້ງຂຶ້ນໄດ້

ໄລຍະການຈັດແຂ່ງຂັນ: 

         ໃນແຕ່ລະປີ ມຊ. ໄດ້ຈັດງານແຂ່ງຂັນກີລາປະຈຳປີຂຶ້ນໃນລະຫ່ວາງເດືອນຕຸລາ ຫາ ເດືອນທັນວາ ( 10 – 12 ) ແລະ ປະມານເດືອນມັງກອນ ຫາ ເດືອນມີນາ ( 1 – 3 ) ຂອງທຸກໆສົກຮຽນ ເຊິ່ງມີນັກສຶກສາຈາກ 13 ຄະນະເຂົ້າຮ່ວມແຂ່ງຂັນເພື່ອຊີງລາງວັນ.