ຄວາມເປັນມາ

        ວັນ​ທີ 09/09/2009 ລັດ​ຖະ​ບານ​ທັງສອງປະ​ເທດ​ໄດ້​ເຊັນ​ສັນຍາວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ສະຖານ​ບັນ​ຂົງຈື ​ຢ່າງ​ເປັນ​ທາງ​ການຢູ່​ທີ່​ປັກ​ກິ່ງ ສປ  ຈີນ ໂດຍການເປັນສັກຂີພະຍານຂອງພະນະທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ຫູຈິນທາວ ອາດີດປະທານປະເທດ ແຫ່ງ ສປ. ຈີນ ພ້ອມພ້ວຍຄະນະ. ວັນທີ 23 ມີນາ 2010 ໄດ້ເປີດປ້າຍສະຖາບັນຂົງຈື ຢ່າງເປັນທາງການທີ່ມະຫາວິທະຍາ​ໄລ​ແຫ່ງ​ຊາດຢ່າງເປັນທາງການ, ເຊິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນຖານ​ການ​ຮ່ວມ​ມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ສປປ.ລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ, ​​ຈຸດປະສົງແມ່ນ​ເພື່ອສ້າງບຸກຄະລາກອນດ້ານພາສາຈີນ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທໍາລະຫວ່າງສອງຊາດ ລາວ-ຈີນ. ​


ພາລະບົດບາດ 

        ສະຖາບັນຂົງຈື (ຂຽນຫຍໍ້ວ່າ “ສຂຈ”) ມີສໍານັກງານຕັ້ງຢູ່ ວິທະຍາເຂດດົງໂດກ, ເປັນສະຖາ​ບັນແຫ່ງ​ໜຶ່ງ ທີ່ມີສະຖານະພາບເທົ່າກັບຄະນະວິຊາໜຶ່ງໃນກົງຈັກການຈັດຕັ້ງ ແລະຢູ່ພາຍໃຕ້ການຊີ້ນໍາດ້ານມະຫາ​ພາກຂອງມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດ ສົ່ງເສີມການຮ່ວມມື ແລະການແລກປ່ຽນທາງດ້ານ​​ການສຶກສາ, ການສ້າງຫຼັກສູດ, ການເຝິກອົບຮົມ, ວັດທະນະທໍາ ແລະວິທະຍາສາດລະຫວ່າງ ສປປ​.ລາວ ​​​​ກັບ ສປ.ຈີນ ເວົ້າລວມ ເວົ້າສະເພາະແມ່ນລະຫວ່າງ ມະຫາວິທະຍາໄລແຫ່ງ​​ຊາດລາວ ກັບ ມະຫາວິທະຍາໄລ​​​​​ຊົນເຜົ່າກວາງຊີ ສປ.ຈີນ ແລະບັນດາສະຖາບັນຂົງຈື ຂອງ ສປ.ຈີນ ເພື່ອພັດທະນາຊັບພະຍາກອນມະນຸດຢູ່ພາຍໃນ ແລະພາຍນອກມະຫາວິທະຍາໄລແຫ່ງຊາດ ດ້ວຍການຈັດຕັ້ງການ​ຮຽນ - ການສອນ ເພື່ອກໍ່ສ້າງນັກວິຊາ​ການ​​​​​,​ ນັກຄົ້ນຄວ້າ, ນັກວິທະຍາສາດ ແລະໃຫ້ການບໍລິການທາງດ້ານວິຊາການໃຫ້ແກ່ສັງຄົມໃນສາຂາພາສາຈີນ, ການບໍລິຫານທຸລະກິດ ແລະເຕັກໂນ​​​​ໂລຊີ, ຈັດຕັ້ງການຄົ້ນຄວ້າວິທະຍາສາດ ແລະເປັນເສນາທິການໃຫ້ມະຫາ​​ວິທະຍາໄລແຫ່ງຊາດໃນການລະ ດົມທຶນ ແລະຍາດແຍ່ງເອົາການຊ່ວຍເຫຼືອດ້ານເຕັກນິກວິຊາການ, ດ້ານ​ທຶນຮອນໃນການກໍ່ສ້າງໂຄງລ່າງພື້ນຖານ ແລະການພັດທະນາບຸກຄະລາກອນດ້ານພາສາຈີນ ແລະອື່ນໆ.


ວິໄສທັດ

        ສະ​ຖາ​ບັນ​ຂົງຈື ຈະ​ກາຍເປັນ​ສູນກາງໃນການສົ່ງ​ເສີການພົວພັນຮ່ວມມືມແລກປ່ຽນດ້ານພາສາ ແລະ ​ວັດທະນະ​ທໍາ​ລາວ-ຈີນ, ເປັນເວທີແລກປ່ຽນວັດທະນະ​ທໍາຄວາມຮູ້​ລາວ-ຈີນ, ເປັນສູນສອບເສັງທຽບລະດັບພາສາຈີນ, ເປັນບ່ອນກໍ່ສ້າງພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມນໍາໜ້າວິຊາການດ້ານພາສາຈີນ ແລະ ສາຂາທີ່ກ່ຽວຂ້ອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ການມອບໝາຍຂອງພັກ-ລັດ, ສ້າງບຸກຄະລາກອນໃຫ້ມີຄຸນສົມບັດ, ຈະລິຍະທໍາ, ມີິຄວາມຮູ້ຄວາມສາມາດໃນວຽກງານການຄົ້ນຄວ້າວິທະຍາສາດເພື່ອຕອບສະໜອງບຸກຄະລາກອນທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.


ພາລະກິດ

        ມີພາລະກິດໃນການປະກອບສ່ວນເຂົ້າໃນວຽກງານການຮ່ວມມືແລກປ່ຽນວັດທະນະທໍາລາວ-ຈີນ, ສ້າງ ແລະ ພັດທະນາຊັບພະຍາກອນມະນຸດດ້ານພາສາຈີນ ແລະ ສາຂາທີ່ກ່ຽວຂ້ອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ເປັນເຈົ້າການໃນການຮ່ວມມື-ແລກປ່ຽນ, ສົ່ງເສີມເຄືອຂ່າຍທາງດ້ານວິຊາການ ແລະ ທຸລະກິດໃນ ສປປ ລາວ ແລະ ສາກົນ ໂດຍຖືກຕ້ອງຕາມກົດໝາຍຂອງ ສປປ.ລາວ ແລະ ສປ.ຈີນ.


ຫຼັກການ

       ເຮັດວຽກເປັນໝູ່ຄະນະ, ຍຶດຖືຫຼັກການລວມສູນປະຊາທິປະໄຕ, ມີຄວາມສະເໝີພາບ, ເປັນເຈົ້າການຮ່ວມກັນ, ມີຄວາມຫ້າວຫັນຮັບຜິດຊອບສູງຕໍ່ພາລະກິດໜ້າທີ່, ມີຄວາມສາມັກຄີພາຍໃນ ແລະ ພາຍນອກດີ, ແລກປ່ຽນຖອດຖອນບົດຮຽນ, ຮັບຟັງ, ປັບປຸງ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ.


ຄະນະນໍາສະຖາບັນ

 ຜູ້ຊື້ນໍາ:

  1.  ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ
  2.  ທ່ານ ສຈ. ປອ. ເຊ້ຍສ້າງກົວ ອະທິການບໍດີ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ.

ຄະນະຜູ້ອໍານວຍການ: 

  1. ທ່ານ ຄໍາຮຸ່ງ ຈັນທະວົງ                  (ຜູ້ອຳນວຍການຝ່າຍລາວ)
  2. ທ່ານ ຫຼົວໝິງ                            (ຜູ້ອຳນວຍການຝ່າຍຈີນ)
  3. ທ່ານ ນ. ວິເສດ ກິດຕິພັນທອງ         (ຮອງຜູ້ອໍານວຍການ)
  4. ທ່ານ ນ. ນິພາພອນ ກັນຍາວົງ          (ຮອງຜູ້ອໍານວຍການ)

ພະແນກ

ໂຄງປະກອບການຈັດຕັ້ງຂອງສະຖາບັນປະກອບມີ  4 ພະແນກ ແລະ 1 ພາກວິຊາຄື:

  1. ພະແນກຈັດຕັ້ງ-ບໍລິຫານ
  2. ພະແນກການເງິນ-ຊັບສິນ
  3. ພະແນກກິດຈະການນັກສຶກສາ ແລະຫ້ອງສະໝຸດ
  4. ພະແນກຄົ້ນຄວ້າ ແລະການສຶກສາຫຼັງປະລິນຍາຕີ 
  5. ພາກວິຊາ ຄູພາສາຈີນ

ຫຼັກສູດ

      ສະຖາບັນຂົງຈື ໄດ້ເປີດການຮຽນ-ການສອນຫຼັກສູດໄລຍະສັ້ນພາກບໍາລຸງພາສາຈີນທົ່ວໄປ,ພາສາຈີນສະເພາະ ແລະ ຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

ຫຼັກສູດພາກໄລຍະສັ້ນພາກບໍາລຸງທົ່ວໄປ: 

         ສະຖາບັນຂົງຈືເປີດການຮຽນການສອນພາກບໍາລຸງພາສາຈີນທົ່ວໄປໃນສົກສຶກສາໜຶ່ງ ແມ່ນເປີດ 2 ພາກຮຽນ, 1 ພາກຮຽນ 16 ອາທິດ.

ພາກຮຽນ​ທີ 1: ເລີ່ມເດືອນກັນ​ຍາ ຫາ ​ເດືອນມັງກອນ;

ພາກຮຽນ​ທີ 2:  ​​ເລີ່ມເດືອນ​ມີນາ ຫາ ​ເດືອນກໍລະກົດ.

ເວລາຮຽນແມ່ນໄດ້ແບ່ງອອກເປັນ 5 ເວລາຮຽນ(ພາກ)​ຄື:                                               

  • ວັນ​ຈັນ​-​ວັນພະຫັດ ພາກເຊົ້າ ​ເວລາ 08:00 - 11:00 ​ໂມງ;
  • ວັນ​ຈັນ​-​ວັນພະຫັດ ພາກ​ບ່າຍ ເວລາ 13:30 - 16:30 ​ໂມງ;
  • ​ວັນ​ຈັນ​-​ວັນພະຫັດ ພາກ​ຄໍ່າ ​ເວລາ 18:00 - 20:00 ໂມງ;
  • ວັນ​ເສົາ-ວັນອາທິດ ພາກ​ເຊົ້າ ​ເວລາ ​ 08:00 - 12:00 ​ໂມງ ແລະ
  • ວັນ​ເສົາ-ວັນອາທິດ​ ພາກ​ບ່າຍ ​ເວລາ 13:30 - 17:30 ໂມງ.

ການຮຽນການສອນແມ່ນແບ່ງອອກເປັນ 3 ລະດັບຄື: ລະດັບຕົ້ນ 1-2, ລະດັບກາງ 3-4 ແລະ ລະດັບສູງ 5-6.


ຫຼັກສູດບໍາລຸງພາສາຈີນສະເພາະ

        ສະຖາບັນຂົງຈື ນອກຈາກຈະມີຫຼັກສູດ​ຝຶກ​ອົບຮົມ​ພາສາ​ຈີນທົ່ວໄປໃຫ້ແກ່ສັງຄົມແລ້ວ ຍັງມີຫຼັກສູດຝຶກອົບຮົມພາສາຈີນສະເພາະໃຫ້ຄູ​ມັດທະຍົມທີ່​ສອນ​ພາສາ​ຈີນ ​ແລະ ບັນດາ​ພະນັກງານ, ຄູອາຈານ ທີ່​ສົນ​ໃຈ​ຮຽນ​ພາສາ​ຈີນທົ່ວ​ໄປ. ນອກ​ນັ້ນ, ສຂຈ ຍັງເປັນສູນສອບເສັງທຽບລະດັບພາສາຈີນ (HSK) ແລະ ການສອບເສັງທຽບລະດັບການເວົ້າພາສາຈີນ (HSKK).


ຫຼັກສູດປະລິນຍາຕີ ສາຂາ ຄູພາສາຈີນ

        ສະຖາບັນຂົງຈື ມຊ ຖືວ່າເປັນສະຖາບັນແຫ່ງທໍາອິດຂອງໂລກ ທີ່ມີການເປີດຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ໂດຍຮ່ວມມືກັບຄະນະອັກສອນສາດ ແລະ ຄະນະສຶກສາສາດ ແລະ ແມ່ນສະຖາບັນການສຶກສາແຫ່ງທໍາອິດຂອງ ສປປ.ລາວ ໃນການເປີດຫຼັກສູດດັ່ງກ່າວ; ຫຼັກສູດນີ້ມີລະບົບການຮຽນ 2+2, ເຊິ່ງ 2 ປີທໍາອິດແມ່ນສຶກສາຢູ່ ສປປ.ລາວ ແລະ 2 ປີສຸດທ້າຍນັກສຶກສາທີ່ຜ່ານມາດຕະຖານແມ່ນຮຽນຢູ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ. ຈີນ ພາຍໃຕ້ການສະໜັບສະໜູນຈາກ ສູນຮ່ວມມືແລກປ່ຽນພາສາຈີນ-ພາສາຕ່າງປະເທດ ແຫ່ງຊາດຈີນ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ. ຈີນ.


ການຄົ້ນຄວ້າ

ຫົວຂໍ້ຄົ້ນຄວ້າ

  1. ຄວາມຮຽກຮ້ອງຕ້ອງການ ການຮຽນ ແລະ ການພັດທະນາພາສາຈີນ ໃນ ສປປ ລາວ ພາຍໃຕ້ຍຸດທະສາດການຫັນປ່ຽນປະເທດເປັນສູນກາງເຊື່ອມໂຍງ-ເຊື່ອມຈອດ ຂອງ ສປປ ລາວ ແລະ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ສປ.ຈີນ

     2. ຂໍ້ສະເໜີແນະ ແລະ ສະພາບການສ້າງບຸກຄະລາກອນພາສາຈີນຂອງສະຖາບັນຂົງຈື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ.

ນັກຄົ້ນຄວ້າ: ທ່ານ ຄໍາຮຸ່ງ ຈັນທະວົງ


ການຮ່ວມມື

ການຮ່ວມມືພາຍໃນ: 

  1. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,
  2. ສະຖາບັນການເມືອງການປົກຄອງແຫ່ງຊາດ
  3. ສະຖານີວິທະຍຸກະຈາຍສຽງແຫ່ງຊາດ
  4. ສະຖານີວິທະຍຸສາກົນແຫ່ງຊາດຈີນ (CRI)
  5. ສູນວັດທະນະທໍາລາວ-ຈີນ
  6. ແລະ ອື່ນໆ.

ການຮ່ວມມືກັບຕ່າງປະເທດ: 

  1. ສູນຮ່ວມມືແລກປ່ຽນພາສາຈີນ-ພາສາຕ່າງປະເທດ ແຫ່ງຊາດຈີນ
  2. ມູນລະນີທິການສຶກສາພາສາຈີນ ສປ.ຈີນ
  3. ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ

ຂໍ້ມູນຕິດຕໍ່:

        ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ​ (ວິທະຍາເຂດດົງໂດກ), ຕູ້ ປ.ນ 7322, ນະຄອນຫຼວງວຽງຈັນ, ສປປ. ລາວ

ໂທລະສັບ:   (+856-21) 720 120​, 720 270

ແຟັກ:        (+856-21) 720 271

ອີເມວ:      This email address is being protected from spambots. You need JavaScript enabled to view it.

ເວບໄຊ:     http://www.cinuol.com

Facebook:    ສະຖາບັນຂົງຈື ມຊ