• ການຈັດຕັ້ງການຮຽນ-ການສອນຜ່ານ​ສື່ເອເລັກໂຕຣນິກ

             ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກໝາຍເຖິງການນຳໃຊ້ອິນເຕີເນັດເປັນຊ່ອງທາງການສື່ສານການຮຽນ-ການສອນໂດຍມີການກຳນົດກິດຈະກຳການຮຽນ ແລະ ການສອນທີ່ອອກແບບດ້ວຍວິທີສອນຫຼາຍຮູບແບບ ມີການນຳສະເໜີເນື້ອໃນບົດຮຽນແບບດີຈີໂທ (Digital) ການສື່ສານ ການພົວພັນ ແລະສົນທະນາແລກປ່ຽນບົດຮຽນນໍາກັນ ແລະການປະເມີນຜົນຜ່ານລະບົບເຄື່ອຂ່າຍຄອມພິວເຕີ ຫຼືໃນຫ້ອງຮຽນ.

           ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ໃຊ້ການສື່ສານຜ່ານອິນເຕີເນັດລັກສະນະແບບອອນລາຍ (on line) ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ຖືກອອກແບບໃຫ້ມີຄວາມໃກ້ຄຽງກັບການສອນໃນຫ້ອງຮຽນປົກກະຕິ ໂດຍໃຊ້ໂປຣແກຣມ ລະບົບການຈັດການການຮຽນ-ການສອນ (Learning Management System: LMS) ເປັນໂປຣແກຣມສໍາຄັນເພື່ອຈໍາລອງວິທີການສອນຈາກການສອນແບບປົກກະຕິໃນຫ້ອງຮຽນມາໃຊ້ເຄື່ອງມືຕ່າງໆ ຂອງລະບົບຈັດການການຮຽນ-ການສອນ ເຊິ່ງອົງປະກອບຂອງລະບົບບໍລິຫານຈັດການການຮຽນ-ການສອນປະກອບດ້ວຍ ການເກັບຂໍ້ມູນພື້ນຖານຂອງຜູ້ຮຽນ, ສະຖິຕິການເຂົ້າຮຽນ, ການຮ່ວມກິດຈະກຳ, ການສື່ສານ ແລະ ສົນທະນາແລກປ່ຽນບົດຮຽນນໍາກັນ ລະຫວ່າງຄູສອນ ກັບຜູ້ຮຽນ ແລະ ຜູ້ຮຽນ ກັບຜູ້ຮຽນ ລວມໄປເຖິງການວັດ ແລະປະເມີນຜົນ.

  • ຈຸດປະສົງຂອງວຽກງານ e-learning

           ການຮຽນຜ່ານສື່ເອເລັກໂຕຣນິກ ຫຼື ພາສາອັງກິດຈະເອີ້ນວ່າ “ e-Learning ” ໄດ້ຖືກມານຳໃຊ້ໃນລະບົບການສຶກສາ ເພື່ອສະໜັບສະໜູນ ແລະເພີ່ມທາງເລືອກໃນການຮຽນຮູ້ຂອງຜູ້ຮຽນໃນສະຖາບັນການສຶກສາ ສາມາດເຂົ້າເຖິງຜູ້ຮຽນທີ່ຢູ່ຫ່າງໄກ ໂດຍບໍ່ຈຳກັດສະຖານທີ່ ແລະ ເວລາ (Anywhere-anytime learning) ແລະ ສະໜັບສະໜູນລະບົບການຮຽນຮູ້ທີ່ເນັ້ນໃສ່ຜູ້ຮຽນຮູ້ເປັນໃຈກາງ (Student-Centered Learning) ຜູ້ຮຽນສາມາດຄວບຄຸມ ການຮຽນຮູ້ໄດ້ດ້ວຍຕົນເອງ (Self-paced Learning) ການຮຽນຮູ້ໄດ້ດ້ວຍຕົນເອງໃນລະບົບຜ່ານສື່ເອເລັກໂຕຣນິກ ຈຶ່ງເປັນຊ່ອງທາງສຳຄັນທາງໜຶ່ງຂອງການຮຽນຮູ້ ຂອງທຸກຄົນໃນຍຸກນີ້; ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ຫຼື ການຮຽນ-ການສອນ ແບບອອນລາຍ (online) ຈັດເປັນການສຶກສາໃນລະບົບທາງໄກປະເພດໜຶ່ງໃນລະດັບການສຶກສາຊັ້ນສູງ.

  • ຂະບວນການພັດທະນາວິຊາການສອນຜ່ານສື່ເອເລັກໂຕຣນິກ
  1. ເຈົ້າຂອງລາຍວິຊາອອກແບບການສອນແບບຜ່ານສື່ເອເລັກໂຕຣນິກ ຈາກ ບົດສອນແບບເດີມ.
  2. ຄະນະຮັບຜິດຊອບພັດທະນາ ແລະເຈົ້າຂອງລາຍວິຊາຊ່ວຍກັນອອກແບບ ແລະ ສ້າງ.
  3. ຄະນະຮັບຜິດຊອບຖ່າຍທໍາຈະດຳເນີນການຖ່າຍທໍາການສອນໃນຫ້ອງສະຕູດີໂອ ແລະ ນອກສະຖານທີ່ ທີ່ກ່ຽວຂ້ອງກັບເນື້ອໃນບົດສອນຕາມວິຊານັ້ນໆ.
  4. ຄະນະຮັບຜິດຊອບຕັດຕໍ່ດຳເນີນການຕັດຕໍ່ເພື່ອໃຫ້ໄດ້ວີດີໂອອອກມາໄດ້ຕາມມາດຖານທີ່ວາງໄວ້.
  5. ຄະນະຮັບຜິດຊອບພັດທະນາ ແລະເຈົ້າຂອງລາຍວິຊາຊ່ວຍກວດແກ້ຄືນໃຫ້ໄດ້ຄົບຕາມເນື້ອໃນ ແລະ ມາດຖານທີ່ວາງໄວ້.
  6. ຄະນະຮັບຜິດຊອບລະບົບການຈັດການການຮຽນ-ການສອນ LMS ອັບໂຫຼດ ວີດີໂອການສອນເຂົ້າສູ່ລະບົບ.
  7. ຄະນະຮັບຜິດຊອບລະບົບການຈັດການ ການຮຽນ-ການສອນ ສ້າງລະຫັດໃຫ້ຄູສອນ ແລະນັກສຶກສາ.
  8. ຄູສອນ ເຂົ້ານໍາໃຊ້ລະບົບໂດຍນໍາໃຊ້ລະຫັດທີ່ທາງຄະນະຮັບຜິດຊອບລະບົບການຈັດການການຮຽນ-ການສອນ ສ້າງໃຫ້ເພື່ອສົນທະນາ ແລະ ຕອບຄໍາຖາມໃນກໍລະນີນັກສຶກສາຝາກຄໍາຖາມໄວ້ໃນລະບົບ.
  9. ນັກສຶກສາ ເຂົ້ານໍາໃຊ້ລະບົບໂດຍນໍາໃຊ້ລະຫັດທີ່ທາງຄະນະຮັບຜິດຊອບລະບົບການຈັດການການຮຽນ-ການສອນ ສ້າງໃຫ້ເພື່ອສົນທະນາ ແລະ ຕອບຄໍາຖາມນໍາຄູສອນ ຫຼື ນໍານັກສຶກສາດ້ວຍກັນ.
  • ວຽກ​ງານ​ການຮຽນ-ການສອນ E-Learning

ຫ້ອງການວິຊາການ ມຊ, ພະແນກການສຶກສາທາງໄກ ຮ່ວມມືກັບສູນໄອທີ ແລະ ບໍລິສັດພັດທະນາລາວ ແລະ ທີ່ປຶກສາຈໍາກັດຜູ້ດຽວ ໄດ້ພັດທະນາສື່ການຮຽນ-ການສອນໃນຮູບແບບ E-Learning ຂອງ 4 ລາຍວິຊາລວມຄື:  ວິຊາ​ລາວ​ສຶກສາ 1 (LS1), ວິຊາ​ລາວ​ສຶກສາ 2 (LS2), ວິຊາ​ຈິດຕະວິທະຍາທົ່ວໄປ (PY)  ​ແລະ ວິຊາ​ການ​ເມືອງ (PO) ສໍາລັບນັກສຶກສາ ປີທີ1 ​ໃນສົກສຶກສາ 2021-2022.

. ສົກສຶກສາ 2021-2022 ໄດ້ຈັດການຮຽນ-ການສອນ ໃນຮູບແບບ E-Learning ໃຫ້ຄະນະວິຊາຕ່າງໆ  2 ວິຊາພື້ນຖານຄຶ: ວິຊາ​ລາວ​ສຶກສາ 1 (LS1) ແລະ ວິຊາ​ຈິດຕະວິທະຍາທົ່ວໄປ (PY).

. ສົກສຶກສາ 2022-2023 ຈະໄດ້ຈັດການຮຽນ-ການສອນ 4 ລາຍວິຊາພື້ນຖານຄື: ວິຊາ​ລາວ​ສຶກສາ 1 (LS1), ວິຊາ​ລາວ​ສຶກສາ 2 (LS2), ວິຊາ​ຈິດຕະວິທະຍາທົ່ວໄປ (PY)  ​ແລະ ວິຊາ​ການ​ເມືອງ (PO).

ໃນຕໍ່ໜ້າ ຈະຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຜະລິດສື່ການຮຽນ-ການສອນໃນຮູບແບບ E-Learning ໃນສາຂາວິຊາລວມຂອງຄະນະວິຊາຕ່າງໆຕື່ມອີກ.

ລິ້ງ :  https://nuol-slms.laodevhub.com/

ໝາຍເຫດ: ມຊ ຈະມີຄູ່ມືການຈັດຕັ້ງການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ເຊິ່ງສ້າງຂຶ້ນມາໃນປີ 2021.