Select your language

 

           

 


ປະຫວັດຄວາມເປັນມາຂອງຄະນະຊັບພະຍາກອນນ້ຳ

       ຄະນະຊັບພະຍາກອນນ້ຳ ມີຊື່ຫຍໍ້ ຄຊນ ໄດ້ເລີ່ມຕົ້ນມາຈາກວິທະຍາໄລຊົນລະປະທານ ຕັ້ງຢູ່ບ້ານຕາດທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໄດ້ຮັບການສ້າງຕັ້ງຂຶ້ນວັນທີ 01 ຕຸລາ 1981  ເຊິ່ງໄດ້ຍົກຍ້ານມາແຕ່ວິທະຍາໄລກະເສດນາບົງ. ປີ 1988 ໄດ້ປ່ຽນຊື່ເປັນ "ໂຮງຮຽນຊົນລະປະທານຊັ້ນສູງ" ໃນເວລານັ້ນຂຶ້ນກັບກະຊວງກະຊິກຳຊົນລະປະທານ ແລະສະຫະກອນກະເສດ. 

       ພາຍຫຼັງມະຫາວິທະຍາໄລແຫ່ງຊາດສ້າງຕັ້ງຂຶ້ນ ໄດ້ໃສ່ຊື່ວ່າ "ພາກວິຊາວິສະວະກໍາຊົນລະປະທານ" ຂຶ້ນກັບຄະນະວິສະວະກໍາສາດ ມຊ.  ແລະກະຊວງສຶກສາທິການ ແລະກີລາ ປີ 2008 ໄດ້ປ່ຽນຊື່ມາເປັນ "ພາກວິຊາ ວິສະວະກໍາຊັບພະຍາກອນນ້ຳ" ມາຮອດວັນທີ 15 ສິງຫາ 2014 ໄດ້ຮັບອະນຸຍາດສ້າງຕັ້ງເປັນ ຄະນະຊັບພະຍາກອນນ້ຳ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ.


ພາລະບົດບາດ ແລະໜ້າທີ

          ຄະນະຊັບພະຍາກອນນໍ້າ (ຂຽນຫຍໍ້ວ່າ ຄຊນ) ມີສໍານັກງານຄະນະບໍດີ ຕັ້ງຢູ່ວິທະຍາເຂດ ຕາດທອງ ນະຄອນຫຼວງວຽງຈັນ ເປັນຄະນະວິຊາໜຶ່ງທີ່ສັງກັດໃນໂຄງປະກອບການຈັດຕັ້ງ ຂອງມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດໃນການຈັດຕັ້ງການຮຽນ-ການສອນ ການວາງແຜນ ແລະກໍສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດທາງດ້ານຊົນລະປະທານ, ການພັດທະນາ ແລະການຄຸ້ມຄອງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະອຸທົກກະສາດ, ການຄຸ້ມຄອງໄພພິບັດ ແລະການປ່ຽນແປງດິນຟ້າອາກາດ. ສ້າງນັກສຶກສາ ແລະນັກຄົ້ນຄວ້າໃຫ້ໄດ້ຕາມ 3ສະນະ ແລະ 5 ຫຼັກມູນການສຶກສາ. 


ຄະນະນໍາ

  1. ທ່ານ ອຈ. ປອ. ອຸ່ນຫຼ້າ ສີວັນເພັງ                      ຄະນະບໍດີ
  2. ທ່ານ ອຈ. ຄຳເກັ່ງ ຈັນທະວົງສາ                        ຮອງຄະນະບໍດີຝ່າຍວິຊາການ
  3. ທ່ານ ອຈ. ບຸນຫອມ ສິລິມະໂນທຳ                     ຮອງຄະນະບໍດີຝ່າຍບໍລິຫານ
  4. ທ່ານ ອຈ. ປອ. ແກ້ວດວງໃຈ ແກ້ວຄຳຜຸຍ        ຮອງຄະນະບໍດີຝ່າຍຄົ້ນຄວ້າວິໄຈ

ພະແນກ

  ປະກອບມີ 7 ພະແນກ

  1. ພະແນກບໍລິຫານ-ສັງລວມ
  2. ພະແນກຈັດຕັ້ງ ແລະ ຄຸ້ມຄອງພະນັກງານ
  3. ພະແນກວິຊາການ
  4. ພະແນກການເງິນ ແລະ ຊັບສິນ
  5. ພະແນກຄຸ້ມຄອງນັກສຶກສາ
  6. ພະແນກການສຶກສາຫຼັງປະລິນຍາຕີ
  7. ພະແນກຄົ້ນຄວ້າ ແລະ ບໍລິການວິຊາການ

ພາກວິຊາ

ຄຊນ ປະກອບດ້ວຍ 3 ພາກວິຊາຄື:

  1. ພາກວິຊາ ຊົນລະປະທານ
  2. ພາກວິຊາ ພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນ້ຳ
  3. ພາກວິຊາ ອຸຕຸນິຍົມ ແລະ ອຸທົກກະສາດ

ຫຼັກສູດ

  • ຫຼັກສູດປະລິນຍາເອກ ປະກອບດ້ວຍ 1 ສາຂາ:
  1. ສາຂາ ການຄຸ້ມຄອງຊັບພະຍາກອນນ້ຳ
  • ຫຼັກສູດປະລິນຍາໂທ ປະກອບດ້ວຍ 3 ສາຂາ:
  1. ສາຂາ ການຄຸ້ມຄອງນໍ້າແບບປະສົມປະສານ
  2. ສາຂາ ອຸທົກກະສາດເພື່ອການຄຸ້ມຄອງຊັບພະຍາກອນນໍ້າ
  3. ສາຂາ ເຕັກໂນໂລຊີຊົນລະປະທານ
  • ຫຼັກສູດປະລິນຍາຕີປະກອບດ້ວຍ:
  1. ສາຂາ ວິສະວະກໍາຊົນລະປະທານ
  2. ສາຂາ ການຄຸ້ມຄອງຊັບພະຍາກອນນໍ້າ
  3. ສາຂາ ນໍ້າໃຕ້ດິນ
  4. ສາຂາ ວິທະຍາສາດອຸຕຸນິຍົມ ແລະອຸທົກກະສາດ
  5. ສາຂາ ການຄຸ້ມຄອງໄພພິບັດ
  • ຫຼັກສູດຕໍ່ເນື່ອງປະລິນຍາຕີປະກອບດ້ວຍ:
  1. ສາຂາ ວິສະວະກໍາ ຊົນລະປະທານ
  2. ສາຂາ ການວາງແຜນ ແລະ ຄຸ້ມຄອງຊັບພະຍາກອນນ້ຳ
  3. ການສໍາຫຼວດ-ອອກແບບກໍ່ສ້າງພື້ນຖານໂຄງລ່າງທາງນ້ຳ
  • ຫຼັກສູດອະນຸປະລິນຍາຕີປະກອບມີ:
  1. ສາຂາ ເຕັກນິກຊົນລະປະທານ

ການຮ່ວມມື

 


ຂໍ້ມູນຕິດຕໍ່

ເບີໂທລະສັບ 856-021-670848

ໂທລະສານ: 856-021-670607

ອີເມວ: This email address is being protected from spambots. You need JavaScript enabled to view it.