ສະພາບລວມຂອງຄະນະອັກສອນສາດ

          ພາຍຫຼັງປະເທດຊາດໄດ້ຮັບການສ້າງຕັ້ງເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລ້ວ, ໃນປີ 1977 ສອງສະຖາບັນຊັ້ນສູງຄື: ໂຮງຮຽນສ້າງຄູຊັ້ນສູງວຽງຈັນ   ແລະມະຫາວິທະຍາໄລສ້າງຄູວຽງໄຊ ໄດ້ເຂົ້າຮ່ວມເປັນສະຖາບັນອັນດຽວເອີ້ນວ່າ: ມະຫາວິທະຍາໄລສ້າງຄູວຽງຈັນ (ມ. ສ. ຄ.) ເຊິ່ງຕັ້ງຢູ່ທີ່ເດີມຂອງໂຮງຮຽນງຄູວຽງຈັນໃນເມື່ອກ່ອນໃນວິທະຍາເຂດດົງໂດກປັດຈຸບັນ.

         ມ. ສ. ຄ. ວຽງຈັນມີໜ້າທີ່ສ້າງຄູສຳລັບໂຮງຮຽນມັດທະຍົມປາຍໃນທົ່ວປະເທດ. ບັນດາພະແນກທີ່ຂຶ້ນກັບ ມ. ສ. ຄ. ນັ້ນປະກອບດ້ວຍ: ວັນນະຄະດີ-ພາສາສາດ, ຈິດຕະສຶກສາສາດ, ພູມສາດ-ປະຫວັດສາດ, ວິທະຍາສາດການເມືອງ, ພາສາລັດເຊຍ, ພາສາອັງກິດ-ເຢຍລະມັນ, ພາສາຝະລັ່ງ-ແອັດສະປາໂຍນ, ຄະນິດສາດ-ຟີຊິກສາດ ແລະພະແນກຊີວະສາດ-ເຄມີສາດ.

         ເລີ່ມແຕ່ປີ 1996   ເປັນຕົ້ນມາກະຊວງສຶກສາທິການ ແລະກິລາ ໄດ້ເຕົ້າໂຮມທຸກສະຖາບັນຊັ້ນສູງເຂົ້າເປັນ ມະຫາວິທະຍາໄລແຫ່ງຊາດ ເຊິ່ງປະກອບດ້ວຍ 8 ຄະນະ ໃນນັ້ນມີ: ຄະນະວິສະວະກຳສາດ ແລະສະຖາປັດຕະຍະກຳສາດ, ຄະນະວິທະຍາສາດການແພດ, ຄະນະນິຕິສາດ ແລະລັດຖະສາດ, ຄະນະກະເສດສາດ ແລະປ່າໄມ້, ຄະນະເສດຖະສາດ  ແລະການຄູ້ມຄອງ, ຄະນະວິທະຍາສາດ, ຄະນະພາສາວັນນະຄະດີ   ແລະມະນຸດສາດ, ຄະນະສຶກສາສາດ ແລະວິທະຍາໄລວິທະຍາສາດພື້ນຖານ.

          ມະຫາວິທະຍາໄລແຫ່ງຊາດໄດ້ເຕີບໃຫຍ່ຂະຫຍາຍຕົວ  ແລະພັດທະນາເປັນກ້າວໆມາ, ມາຮອດເດືອນສິງຫາປີ  2000 ນາຍົກລັດຖະມົນຕີແຫ່ງ ສ. ປ. ປ. ລາວ ໄດ້ອອກດຳລັດເລກທີ    87/ນຍ/2000 ອັນໄດ້ເຮັດໃຫ້ ຄະນະກະເສດສາດ   ແລະປ່າໄມ້ ແຍກອອກເປັນ  2 ຄະນະ ຄື: ຄະນະກະເສດສາດ ແລະຄະນະປ່າໄມ້. ຄະນະພາສາວັນນະຄະດີ ແລະມະນຸດສາດໄດ້ແຍກອອກເປັນ 2 ຄະນະ ຄື: ຄະນະວິທະຍາສາດສັງຄົມ ແລະຄະນະອັກສອນສາດ(ຄ. ອ. ສ.) ນັ້ນແມ່ນທີ່ມາຂອງຄະນະອັກສອນສາດ ໂດຍສັງເຂບ. ດັ່ງນັ້ນ, ເລີ່ມແຕ່ສົກສຶກສາ 2000-2001 ເປັນຕົ້ນມາ ຄ. ອ. ສ. ໄດ້ເລີ່ມຕົ້ນປະຕິບັດພາລະໜ້າທີ່ການເມືອງ ແລະວິຊາສະເພາະຂອງຕົນໄປຄຽງຄູ່ກັບຄະນະອື່ນໆໃນມະຫາວິທະຍາໄລແຫ່ງຊາດ.


 ພາລະບົດບາດ ແລະໜ້າທີ່

           ຄະນະອັກສອນສາດ (ຂຽນຫຍໍ້ວ່າ “ຄ...“) ມີສຳນັກງານຄະນະບໍດີຕັ້ງຢູ່ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ເປັນຄະນະວິຊາໜຶ່ງທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດໃນການຈັດຕັ້ງການຮຽນ-ການສອນ, ການວາງແຜນ ແລະການກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດດ້ານການສຶກສາ, ນັກບໍລິຫານການສຶກສາ, ການອະນຸລັກ ແລະສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດກໍຄືຂອງປະຊາຊົນບັນດາເຜົ່າ ແລະໃຫ້ການບໍລິການດ້ານວິຊາການແກ່ສັງຄົມ ໂດຍພາຍໃຕ້ການຊີ້ນຳຂອງທ່ານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ຄະນະອັກສອນສາດມີໜ້າທີ່ຕົ້ນຕໍດັ່ງນີ້:

  1. ຈັດຕັ້ງການຮຽນ-ການສອນ ແລະສຶກສາອົບຮົມ;
  2. ຈັດຕັ້ງການຄົ້ນຄວ້າວິທະຍາສາດ;
  3. ບໍລິການວິຊາການໃຫ້ແກ່ສັງຄົມ;
  4. ປົກປັກຮັກສາ ແລະສົ່ງເສີມສິລະປະວັດທະນະທຳຂອງຊາດ ສົມທົບກັບການຮັບເອົາວັດທະນະທຳອັນດີງາມ ແລະກ້າວໜ້າຂອງໂລກ; ການບໍລິຫານ-ຄຸ້ມຄອງ.

ຄະນະນໍາ ຄອສ 

        1. ທ່ານ ອຈ. ທອງສຸກ ແກ້ວມະນີ ຮັກສາການຄະນະບໍດີ

        2. ທ່ານ ເກດແກ້ວ ພັນທະນີວົງ ຮອງຄະນບໍດີ ຝ່າຍຄຸ້ມຄອງນັກສຶກສາ

        3. ທ່ານ ປອ.ນ. ທອງມາລາ ໂພສີຄຳ ຮອງຄະນະບໍດີ ຝ່າຍຄົ້ນຄວ້າວິທະຍາສາດ-ບໍລິການວິຊາການ; ການສຶກສາຫຼັງປະລິນຍາຕີ

        4. ທ່ານ ມີໄຊ ສຸກຈະເລີນ ຮອງຄະນະບໍດີ ຝ່າຍຈັດຕັ້ງ-ສັງລວມ


ພະແນກ

ປະກອບມີ 6 ພະແນກ ຄື:

  1. ພະແນກຈັດຕັ້ງ-ສັງລວມ
  2. ພະແນກວິຊາການ
  3. ພະແນກຄຸ້ມຄອງນັກສຶກສາ
  4. ພະແນກຄົ້ນຄວ້າວິທະຍາສາດ-ບໍລິການວິຊາການ
  5. ພະແນກການສຶກສາຫລັງປະລິນຍາຕີ
  6. ພະແນກການເງິນ-ຊັບສິນ.

ພາກວິຊາ

ຄອສ. ປະກອບດ້ວຍ   9 ພາກວິຊາຄື

  1. ພາກວິຊາພາສາ ແລະວັດທະນະທຳລາວ
  2. ພາກວິຊາພາສາຝຣັ່ງ
  3. ພາກວິຊາພາສາອັງກິດ
  4. ພາກວິຊາພາສາເຢຍລະມັນ
  5. ພາກວິຊາພາສາຫວຽດ
  6. ພາກວິຊາພາສາຈີນ
  7. ພາກວິຊາພາສາຍີ່ປຸ່ນ
  8. ພາກວິຊາເກົາ ຫຼື ພາກວິຊາສື່ສານມວນຊົນ
  9.  ພະແນກວິຊາພາສາລັດເຊຍ.

ຫຼັກສູດ

* ຫຼັກສູດການສຶກສາຫຼັງປະລິນຍາຕີ ປະກອບດ້ວຍ:

  1. ຫຼັກສູດປະລິນຍາເອກອັກສອນສາດ ສາຂາພາສາ ແລະວັດທະນະທຳລາວ
  2. ຫຼັກສູດປະລິນຍາໂທອັກສອນສາດ ສາຂາວິຊາພາ​ສາ​ລາວ
  3. ຫຼັກສູດປະລິນຍາໂທອັກສອນສາດ ສາຂາວິຊາວັນນະຄະດີລາວ
  4. ຫຼັກສູດປະລິນຍາໂທອັກສອນສາດ ສາຂາວິຊາການສອນພາສາອັງກິດ-ພາສາຕ່າງປະເທດ
  5. ຫຼັກສູດປະລິນຍາໂທອັກສອນສາດ ສາຂາວິຊາພາສາອັງກິດສຳລັບການສື່ສານ ແລະການບໍລິຫານ

* ຫຼັກສູດປະລິນຍາຕີ ປະກອບດ້ວຍ:

  1. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາ-ວັດທະນະທຳລາວ
  2. ຫຼັກສູດຕໍ່ເນື່ອງປະລິນຍາຕີອັກສອນສາດສາຂາພາສາ-ວັດທະນະທຳລາວ
  3. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາຝຣັ່ງ 
  4. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາຝຣັ່ງສໍາຫຼັບການທ່ອງທ່ຽວ 
  5. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາອັງກິດ
  6. ຫຼັກສູດຕໍ່ເນື່ອງ-ປະລິນຍາຕີອັກສອນສາດສາຂາພາສາອັງກິດ
  7. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາເຢຍລະມັນ
  8. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາຫວຽດ
  9. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາຈີນ
  10. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາຍີ່ປຸ່ນ
  11. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາເກົາຫລີ
  12. ຫຼັກສູດປະລິນຍາຕີອັກສອນສາດສາຂາສື່ສານມວນຊົນ
  13. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາຣັດເຊຍ
  14. ຫຼັກສູດປະລິນຍາຕີອັກສອນສາດສາຂາພາສາແອັດສະປາໂຍນ

ການຮ່ວມມືພາຍໃນ ແລະສາກົນ

           ຄະນະອັກສອນສາດ ໄດ້ມີບົດບັນທຶກຄວາມເຂົ້າໃຈລະດັບກະຊວງສຶກສາທິການ ແລະກິລາ, ມະຫາວິທະຍາໄລແຫ່ງຊາດ ແລະຂັ້ນຄະນະວິຊາທີ່ໄດ້ລົງນາມການຮ່ວມມືທັງພາຍໃນ ແລະຕ່າງປະເທດ ເຊິ່ງມີບາງຂໍ້ມູນດັ່ງນີ້:

- ແຜນການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະກິລາ ກະຊວງສຶກສາ ແລະກໍ່ສ້າງ ສສ. ຫວຽດນາມ ຈັດຕັ້ງປະຕິບັດຢູ່ພາກວິຊາພາສາຫວຽດນາມ ຄະນະອັກສອນສາດ;

- ບົດບັນທຶກແຜນການຮ່ວມມືດ້ານການສຶກສາລະຫວ່າງກະຊວງສຶກສາທິການ ແລະກິລາ ສປປ ລາວ ແລະກະຊວງສຶກສາທິການ ສປ ຈີນ;

- ບົດບັນທຶກຄວາມເຂົ້າໃຈກະຊວງສຶກສາທິການ ແລະກິລາ ກົມພົວພັນຕ່າງປະເທດ ແລະສະຖາບັນພາສາອັງກິດ(ELIC) ຈັດຕັ້ງປະຕິບັດຢູ່ພາກວິຊາພາສາອັງກິດ;

- ບົດບັນທຶກຄວາມເຂົ້າໃຈລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລແຫ່ງລັດວາລາດີວາສະ

ຕົກ ສະຫະພັນລັດເຊຍ (Memorandum of understanding between Vladivostok State University of Economics and Service and National University of Laos) ຈັດຕັ້ງປະຕິບັດຢູ່ພະແນກວິຊາພາສາລັດເຊຍ ຄະນະອັກສອນສາດ;

- ສັນຍາຍ່ອຍກ່ຽວກັບຂໍ້ຕົກລົງລະຫວ່າງ ສະຖາບັນພາສາ ແລະວັດທະນະທຳຕາເວັນອອກແຫ່ງຊາດຝະລັ່ງ Institut National des Langues et Civilisations Orientales INALCO/Paris (ອີນາໂກ) ແລະ ມະຫາວິທະຍາໄລແຫ່ງຊາດລາວ ຈັດຕັ້ງປະຕິບັດຢູ່ພາກວິຊາພາສາຝະລັ່ງ ຄະນະອັກສອນສາດ;

- Agreement between the Japanese Foundation and the National University of Laos ຈັດຕັ້ງປະຕິບັດຢູ່ພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ;

- ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສົ່ງເສີມການຮຽນ-ການສອນ ລະຫວ່າງຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລໂລໂກສ ຈັດຕັ້ງປະຕິບັດຢູ່ພາກວິຊາພາສາ-ວັດທະນະທຳລາວ, ພາກວິຊາພາສາອັງກິດ, ພາກວິຊາພາສາເກົາຫລີ ຄະນະອັກສອນສາດ;

- ບົດບັນທຶກການຮ່ວມມື ແລະແນະນຳໂຄງການ: “ ສົ່ງເສີມການສ້າງຈິດສຳນຶກກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະສິດທິແມ່ຍິງໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ແລະວິທະຍາໄລໃນ ສປປ ລາວ”.


ຂໍ້ມູນຕິດຕໍ່

ສໍານັກງານ:

ອີເມວ:

ແຟັກ:

ເລາຂາ +856 20 97 795 899