ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ແຈ້ງຜົນສອບ​ເສັງ​ເຂົ້າຮຽນໃນສົກສຶກສາປີ 2024-2025

ຂໍ້ມູນເພີ່ມເຕີມ

ການເຂົ້າສຶກສາ
ການຄົ້ນຄວ້າ
ຫຼັກສູດການຮຽນ

ມະຫາວິທະຍາໄລແຫ່ງຊາດ.

(ມຊ) ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທຳອິດ ໃນປະຫວັດສາດຂອງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ພະຈິກ ປີ 1996, ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 9/6/1995; ໂດຍການໂຮມເອົາ ສະຖາບັນການສຶກສາຊັ້ນສູງເຊິ່ງຂຶ້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລແຫ່ງຊາດ. ບັນດາສະຖາບັນການສຶກສາດັ່ງກ່າວປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະຍາວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງ ຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ, ໂຮງຮຽນຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງ ໄຟຟ້າ ເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລກະສິກຳ-ປ່າໄມ້ເວີນຄຳ.
 

ການແລກປ່ຽນຮັກສຶກສາ

ມະຫາວິທະຍາໄລແຫ່ງຊາດມີການແລກປ່ຽນຮ່ວມມືກັບ ມະຫາວິທະຍາໄລຕ່າງໆ, ສະຖາບັນ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 31 ປະເທດ ເຊິ່ງຈຸດປະສົງຂອງການຮ່ວມມືແມ່ນເພື່ອແລກປ່ຽນທາງດ້ານວິຊາການ, ນັກສຶກສາ, ພະນັກງານ, ຄູ-ອາຈານ  ແລະເພື່ອຄົ້ນຄວ້າວິທະຍາສາດ. 

ທຶນມູນນິທິການສຶກສາ

ທຶນມູນນິທິການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ ແມ່ນຈັດຕັ້ງຂຶ້ນເພື່ອຊ່ວຍເຫຼືອນັກສຶກສາ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ທີ່ທຸກຈົນມາຈາກທ້ອງຖິ່ນຫ່າງໄກສອກຫຼີກ,  ກໍາພ້າ,  ກໍາພອຍໃຫ້ມີໂອກາດໄດ້ຮຽນຕໍ່ໃນ     ມະຫາວິທະຍາໄລແຫ່ງຊາດ ຈົນຈົບ. ເພື່ອຊຸກຍູ້ - ສົ່ງເສີມ ນັກສຶກສາທີ່ຮຽນເກັ່ງໃຫ້ຮຽນເກັ່ງຕະຫຼອດໄປ ເພື່ອສ້າງນັກວິຊາການໃຫ້ແກ່ທ້ອງຖິ່ນຫ່າງໄກສອກຫຼີກ.
 

ຂ່າວ ແລະ ກິດຈະກຳເດັ່ນ

ມຊ ຕ້ອນຮັບການຢ້ຽມຢາມ ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ

ໃນວັນທີ 18 ກັນຍາ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຕ້ອນຮັບການຢ້ຽມຢາມ ແລະບັນຍາຍພິເສດ ຂອງທ່ານ ດາແລນ ຕັງ ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ World Intellectual Property Organization (WIPO) ພ້ອມດ້ວຍຄະນະ, ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍເປັນກຽດຕ້ອນຮັບຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ...

ຄສປ ຈັດກອງປະຊຸມ ສະພາບໍລິຫານ ແລະ ສະພາວິຊາການ ປະຈຳສົກສຶກສາ 2023-2024 ແລະມອບເຄື່ອງຊ່ວຍເຫຼືອ

ໃນວັນທີ 5 ກັນຍາ 2024 ຜ່ານມາ, ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສະພາບໍລິຫານ ແລະ ສະພາວິຊາການ ປະຈຳສົກສຶກສາ 2023-2024 ແລະມອບເຄື່ອງຊ່ວຍເຫຼືອ ອຸປະກອນການສຶກສາ ທີ່ໂຮງຮຽນອະນຸບານ ໂພນເພັງ ເມືອງວັງວຽງ ແຂວງວຽງຈັນ ໂດຍມີ ທ່ານ ຮສ. ປອ. ສຸກັນ ຈິດປັນຍາ ຄະນະບໍດີ ຄສປ...