ພາລະບົດບາດ

       ຫ້ອງການຄຸ້ມຄອງນັກສຶກສາມີພາລະບົດບາດ ເປັນເສນາທິການໃຫ້ແກ່ທ່ານອະທິການບໍດີ ໃນວຽກງານສຶກສາອົບຮົມແນວຄິດ-ການເມືອງ ແລະລະບຽບວິໄນໃຫ້ແກ່ນັກສຶກສາ, ທັງຈັດຕັ້ງການເຄື່ອນໄຫວວຽກງານນອກຫຼັກສູດ ແລະກິດຈະກໍາທີ່ເສີມສ້າງສຸຂະພາບທາງຮ່າງກາຍ, ຈິດໃຈ, ຈະລິຍະທໍາ ແລະຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ແກ່ນັກສຶກສາ ເພື່ອແນ່ໃສ່ຮັບປະກັນໃຫ້ນັກສຶກສາໄດ້ປະຕິບັດໜ້າທີ່ຂອງຕົນໃນການຄົ້ນຄວ້າຮໍ່າຮຽນ, ການຝຶກຝົນຫຼໍ່ຫຼອມຕົນເອງ ການປະຕິບັດຂໍ້ກໍານົດ ກົດລະບຽບຕ່າງໆ ແລະການເປັນເຈົ້າການໃນການເຂົ້າຮ່ວມເຄື່ອນໄຫວກິດຈະກໍາຕ່າງໆ ທີ່ການຈັດຕັ້ງວາງອອກໃຫ້ໄດ້ຜົນດີ.


ຄະນະຫ້ອງການ

  1.  ທ່ານ ເປີ້ນ ອິນທະໜໍ່                     (ຫົວໜ້າຫ້ອງການ)
  2. ທ່ານ ສະຫວັນ ເງິນງາມ                   (ຮອງຫົວໜ້າຫ້ອງການ)
  3. ທ່ານ ນາງ ສີວອນ ຫອມປິ່ນແກ້ວ      (ຮອງຫົວໜ້າຫ້ອງການ)
  4. ທ່ານ ກວນເພັດ ພວງມາລາ             (ຮອງຫົວໜ້າຫ້ອງການ)

ພະແນກ

ຫ້ອງການຄຸ້ມຄອງນັກສຶກສາ ມີ 4 ພະແນກຄື :

  1. ພະແນກກິດຈະກຳ ແລະ ສະໂມສອນນັກສຶກສາ.
  2. ພະແນກບໍລິການ ແລະ ທຶນການສຶກສາ.
  3. ພະແນກຄຸ້ມຄອງລະບຽບວິໄນ ແລະພັດທະນານັກສຶກສາ.
  4. ພະແນກກີລາ ແລະກາຍະກໍາ.

ຂໍ້ມູນຕິດຕໍ່ ຫ້ອງການ

ຫ້ອງ 102-105 , ຕຶກສຳນັກງານອະທິການບໍດີ(ຫຼັງເກົ່າ)

Tel: +856 21 770392