Select your language

            ໃນແຕ່ລະປີລັດຖະບານ ກໍຄືກະຊວງສຶກສາທິການ ແລະກິລາ ໄດ້ແບ່ງໂກຕ້າທຶນ(ໃນແຜນ) 20% ໃຫ້ຮັກຮຽນຈົບ ຊັ້ນມັດທະຍົມຕອນປາຍ(ມ7) ເຊິ່ງໃນນັ້ນ ໄດ້ມອບໃຫ້ ພະແນກສຶກສາທິການ ແລະກີລາແຂວງ/ນະຄອນຫຼວງ 10% ເປັນຜູ້ຄັດເລືອກແບ່ງປັນໃຫ້ນັກຮຽນທີ່ຈົບ ມ 7. ຜູ້ທີ່ມີຜົນການຮຽນດີເດັ່ນ, ນັກຮຽນເກ່ງ, ຜູ້ທຸກຍາກ, ຊົນເຜົ່າ ແລະພິການ. ນອກຈາກນີ້ຍັງມີນັກຮຽນຜູ້ທີ່ໄດ້ຮັບບຸລິມະສິດເຊັ່ນ:

  • ນັກຮຽນເກັ່ງລະດັບຊາດ ທີ 1 ຂອງ 4 ວິຊາ
  • ນັກຮຽນເກັ່ງປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ)
  • ນັກຮຽນເກັ່ງ ທີ່ 1 ຂອງແຂວງ
  • ນັກຮຽນຊົນເຜົ່າຂອງແຂວງ

ແລະ ອີກ 10% ແມ່ນມອບໃຫ້ ບັນດາມະຫາວິທະຍາໄລເປັນຜູ້ຄັດເລືອກເອົາໂດຍການຈັດການສອບເສັງໃນແຕ່ລະປີ ຜູ້ທີ່ໄດ້ຄະແນນສູງສຸດໃນສາຂາວິຊາທີ່ເລືອກສອບເສັງແມ່ນຈະໄດ້ຮັບທຶນເຂົ້າຮຽນໃນແຜນ.

          ນັກຮຽນຜູ້ທີ່ໄດ້ທຶນມາຈາກຫ້ອງການສຶກສາທິການ ແລະກີລາເມືອງ ແລະທຶນຈາກການສອບເສັງເຂົ້າ ມຊ. ແມ່ນຈະບໍ່ໄດ້ເສຍຄ່າຮຽນ ພ້ອມທັງໄດ້ຮັບເງິນເບ້ຍລ້ຽງໃນແຕ່ລະເດືອນຕື່ມອີກ.