ຄວາມເປັນມາຂອງ ມຊ

ມະຫາວິທະຍາໄລແຫ່ງຊາດ ຂຽນຫຍໍ້ວ່າ: (ມຊ) ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທໍາອິດໃນປະຫວັດສາດ ຂອງຊາດລາວ, ມຊ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 5 ພະຈິກ 1996 ຕາມດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 9 ມິຖຸນາ1995, ໂດຍການເຕົ້າໂຮມເອົາບັນດາສະຖາບັນການສຶກສາຊັ້ນສູງ ເຊິ່ງຂຶ້ນກັບຫຼາຍກະຊວງໃນເມື່ອກ່ອນເຂົ້າເປັນ ມຊ. ບັນດາສະຖາບັນການສຶກສາດັ່ງກ່າວ ປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງ ດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫາສະຖານຊັ້ນສູງ, ໂຮງຮຽນ ຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງໄຟຟ້າເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລ ກະສິກໍາ-ປ່າໄມ້ເວີນຄໍາ. ນັບແຕ່ນັ້ນມາ ມະຫາວິທະຍາໄລແຫ່ງຊາດ ໄດ້ດໍາເນີນວຽກງານການຄຸ້ມຄອງ-ບໍລິຫານ ແລະ ຈັດການການຮຽນ-ການສອນຢ່າງເປັນລະບົບ. ໃນເບື້ອງຕົ້ນ ມຊ ປະກອບມີ 7 ຄະນະວິຊາ, 6 ຫ້ອງການ ແລະວິທະຍາໄລວິທະຍາສາດພື້ນຖານ. ຈາກນັ້ນມາກໍໄດ້ມີການສ້າງຕັ້ງຄະນະວິຊາ, ສະຖາບັນ, ຫ້ອງການ, ສູນ, ໂຮງໝໍວິທະຍາເຂດ, ໂຮງຮຽນປະຖົມສຶກສາສົມບູນ ແລະໂຮງຮຽນມັດທະຍົມສົມບູນ.

 ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ມຊ ມີໄລຍະການເຕີບໃຫຍ່ຂະຫຍາຍຕົວດັ່ງນີ້:

      - ໄລຍະ ປີ ຄສ 2000 – 2009 ໄດ້ມີການປັບປຸງພາລະບົດບາດ ແລະຈັດແບ່ງສາຂາວິຊາຮຽນໃຫ້ສົມຄູ່ກັບຄວາມຊ່ຽວຊານສະເພາະດ້ານໂດຍພັດທະນາຈາກ 8 ຄະນະ​ວິຊາ​ມາ​ເປັນ 11 ຄະນະ​ວິຊາຄື: ຄະນະ​ພາສາ​-ວັນນະຄະດີ ​ແລະ​ ມະນຸດ​ສາ​ດ ​ໄດ້​ແຍກອອກ​ເປັນ 2 ຄະນະວິຊາ ຄື: ຄະນະອັກສອນສາດ ​ແລະ ຄະນະ​ວິທະຍາສາດ​ສັງຄົມ ຕາມ​ດໍາລັດ​ຂອງ​ນາຍົກລັດຖະມົນຕີ​ ແຫ່ງ ​ສປປ ລາວ ສະບັບ​ເລກທີ 50/ ນຍ ລົງ​ວັນ​ທີ 9 ມິຖຸນາ 2000.

       - ປີ ຄສ  2006 ຄະນະ​ວິສະວະ​ກໍາ​ສາດ ​ແລະ ສະຖາປັດຕະຍະ​ກໍາ​ສາດ ກໍ​ໄດ້​ແຍກ​ອອກ​ເປັນ​ 2 ຄະນະວິຊາ ​​ໂດຍ​ແມ່ນ​ພາກ​ວິຊາ​ສະຖາປັດຕະຍະ​ກໍາ​ສາດ​ໄດ້​ແຍກມາ​ສ້າງ​ຕັ້ງ​ເປັນ​ຄະນະ​ວິຊາ​ເອກະລາດໜຶ່ງ ​ໃນ​ລຳດັບທີ 10 ຂອງ​ ມຊ ເອີ້ນ​ຊື່ວ່າ “ ຄະນະ​ວິຊາ​ສະຖາປັດຕະຍະ​ກໍາ​ສາດ ”.

       - ປີ ຄສ 2009 “ສູນ​ການ​ສຶກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ​” ທີ່​ສ້າງຕັ້ງ​ຂຶ້ນ​ໃນ​ປີ ຄສ 2004  ​ກໍ​ໄດ້ຍົກ​ຖານະ​ຂຶ້ນ​ເປັນ “ຄະນະ​ວິຊາ” ແລະກາຍມາເປັນຄະນະວິຊາທີ 11 ​ຂອງ​ ມຊ ​​ເອີ້ນ​ວ່າ “ຄະນະ​ວິທະຍາສາດ​ສິ່ງ​ແວດ​ລ້ອມ”.

       - ປີ ຄສ 2016 ​ບັນດາ​ຄະນະ​ວິຊາໃນ​ ມຊ ​ໄດ້​ເພີ່ມ​ຂຶ້ນ​ຈາກ 11 ຄະນະວິຊາ​ ມາ​ເປັນ 12 ຄະນະ​ວິຊາ ​ເຊິ່ງຄະນະວິຊາທີ່ຕັ້ງຂຶ້ນໃໝ່ແມ່ນ “ຄະນະ​ ຊັບພະຍາ​ກອນ​ນໍ້າ” ຊຶ່ງ​ເປັນ​ຄະນະວິຊາ ​ທີ່​ຫາ​ກໍ​ແຍກ​ຕົວ​ອອກ​ມາ​ຈາກ ​ຄະນະ​ວິສະວະ​ກໍາ​ສາດ.

       - ໄລຍະ ປີ ຄສ 2016 - 2021​ ໄດ້​ເພີ່ມ​ຂຶ້ນ​ຈາກ 12 ຄະນະ​ວິຊາ ມາ​ເປັນ 13 ຄະນະ​ວິຊາ ​ຄື: ຄະນະວິທະຍາສາດການກີລາ ແລະກາຍະກໍາ

 

ວິໄສທັດ

   ມະຫາວິທະຍາໄລແຫ່ງຊາດ ກາຍເປັນສູນກາງການສຶກສາ ແລະການຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບ ມາດຕະຖານພາກພື້ນ ແລະ ສາກົນ

ພາລະບົດບາດ

       ມະຫາວິທະຍາໄລແຫ່ງຊາດ ມີພາລະກິດ, ພາລະບົດບາດຫຼັກດັ່ງນີ້:

  1. ສະໜອງການສຶກສາລະດັບອະນຸປະລິນຍາ, ປະລິນ ຍາຕີ ແລະ ຫຼັງປະລິນຍາຕີ ເພື່ອກໍ່ສ້າງ ແລະ ພັດທະ ນາຊັບພະຍາກອນມະນຸດໃນສາຂາວິຊາຕ່າງໆ ຕອບ ສະໜອງໄດ້ທັງປະລິມານ ແລະ ຄຸນນະພາບໃຫ້ ແກ່ສັງຄົມ.
  2. ຈັດຕັ້ງການຄົ້ນຄວ້າວິທະຍາສາດສາຂາຕ່າງໆ ພ້ອມ ທັງເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດ ມີ ຜົນປະໂຫຍດແກ່ ການພັດທະນາເສດ ຖະກິດ-ສັງຄົມ.
  3. ຈັດຕັ້ງການໃຫ້ບໍລິການທາງດ້ານວິຊາການແກ່ສັງຄົມ.
  4. ປົກປັກຮັກສາ ແລະເສີມຂະຫຍາຍສິລະປະ-ວັດທະນະທຳ ແລະ ຮີດ ຄອງປະເພນີອັນດີງາມ ຂອງຊາດຂອງປະຊາຊົນບັນ ດາເຜົ່າຄຽງຄູ່ໄປກັບການສຶກສາຮຽນຮູ້ ແລກປ່ຽນ ແລະ ຮັບເອົາວັດທະນະທໍາສາກົນຢ່າງມີການເລືອກ ເຟັ້ນ.

ຄວາມໝາຍສັນຍະລັກ

     ມະຫາວິທະຍາໄລແຫ່ງຊາດ(ມຊ) ມີກາໝາຍເປັນຂອງຕົນເອງ ໂດຍແມ່ນສະພາ ມຊ ເປັນຜູ້ຮັບຮອງ ແລະອະນຸມັດ; ກາໝາຍຂອງ ມຊ ໃຊ້ສັນຍະລັກຮູບທາດຫຼວງເປັນສີຄໍາ ໝາຍເຖິງສັນຍະລັກ ທາງດ້ານວັດທະນະທໍາຂອງຊາດລາວ, ແອວມີກີບດອກບົວອ້ອມ ຮອບທີ່ພົ້ນເດັ່ນມີ 3 ກີບ ໝາຍເຖິງປັນຍາ, ຄວາມສາມາດ ແລະ ຄຸນນະທໍາ. ຢູ່ຈອມທາດມີແສງສະຫວ່າງແຫ່ງການສຶກສາ, ແທ່ນ ຮອງຮັບແມ່ນປຶ້ມ ຊຶ່ງໝາຍເຖິງ ຄັງຄວາມຮູ້, ມີໂຕອັກສອນຫຍໍ້ ຢູ່ເຄິ່ງກາງວ່າ ມຊ ໝາຍເຖິງ ມະຫາວິທະຍາໄລແຫ່ງຊາດ. ສອງຟາກ ຂ້າງມີໃບໄມ້ສີຂຽວຊຶ່ງໝາຍເຖິງ ຜົນສໍາເລັດຂອງການສຶກສາ, ຢູ່ລຸ່ມສຸດຂອງກາໝາຍມີໂບສີແດງ ຂຽນດ້ວຍຕົວໜັງສືສີຂາວວ່າ ມະຫາວິທະຍາໄລແຫ່ງຊາດ. ສ່ວນກາໝາຍຂອງຄະນະວິຊາ, ຫ້ອງການ, ສະຖາບັນ, ສູນ ແລະຫໍສະໝຸດກາງແມ່ນ ໃຫ້ໃຊ້ກາໝາຍ ແບບດຽວກັນກັບກາໝາຍຂອງ ມຊ ແຕ່ມີການ ປັບປ່ຽນຕົວອັກ ສອນຫຍໍ້ໄປຕາມຊື່ຂອງແຕ່ລະພາກສ່ວນ.

 ວິທະຍາເຂດ

ມະຫາວິທະຍາໄລແຫ່ງຊາດມີ 5 ວິທະຍາເຂດດັ່ງນີ້: