ສະພາມະຫາວິທະຍາໄລແຫ່ງຊາດ

  •  ທີ່ຕັ້ງຂອງ ສະພາມະຫາວິທະຍາໄລແຫ່ງຊາດ

          ສະພາມະຫາວິທະຍາໄລແຫ່ງຊາດ (ເອີ້ນຊື່ຫຍໍ້ວ່າ “ສພມຊ.”) ສ້າງຕັ້ງຂຶ້ນຕາມດຳລັດສະບັບເລກທີ 50/ນຍ, ລົງວັນທີ 09 ມິຖຸນາ 1995

  • ພາລະບົດບາດຂອງ  ສະພາມະຫາວິທະຍາໄລແຫ່ງຊາດ

         ສະພາມະຫາວິທະຍາໄລແຫ່ງຊາດມີພາລະບົດບາດ:

  1. ຄົ້ນຄວ້າ ແລະ ຮັບຜ່ານນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ ແລະ ງົບປະມານຂອງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນດ້ານການສຶກສາ, ການຄົ້ນຄວ້າວິທະຍາສາດ, ການບໍລິການທາງວິຊາການໃຫ້ແກ່ຂະແໜງການຕ່າງໆໃນສັງຄົມ, ການປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ-ວັດທະນະທຳຂອງຊາດ, ຂອງບັນດາເຜົ່າ ໂດຍໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາຂອງລັດຖະບານ. ຮັບຜ່ານລະບຽບການ, ຫຼັກການ, ຂໍ້ກຳນົດ ແລະ ນິຕິກຳຕ່າງໆ ຂອງ ມຊ. ພິຈາລະນາຮັບຮອງຄະນະວິຊາ, ພາກວິຊາ, ສະຖາບັນ ແລະ ສູນ ເພື່ອນຳສະເໜີຂໍອະນຸມັດນຳກະຊວງສຶກສາທິການ ແລະ ກິີລາ;
  2. ຄົ້ນຄວ້າ ແລະ ພິຈາລະນາສະເໜີສະພາການສຶກສາຊັ້ນສູງແຫ່ງຊາດ ເພື່ອພິຈາລະນາຕໍາແໜ່ງວິຊາການຄູສອນຂັ້ນສາດສະດາຈານ, ຮອງສາດສະດາຈານໃຫ້ແກ່ຄູສອນພາຍໃນ ມຊ. ພ້ອມດຽວກັນນັ້ນ, ຍັງສະເໜີຕໍາແໜ່ງວິຊາການຄູສອນຂັ້ນສາດສະດາຈານກິດຕິຄຸນ (Emeritus Professor) ໃຫ້ແກ່ບຸກຄົນພາຍນອກ (ບໍ່ປະຈໍາ) ມຊ. ທີ່ມີຜົນງານ, ຄຸນງາມຄວາມດີໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ມຊ;
  3. ຄົ້ນຄວ້າ ແລະ ພິຈາລະນາສະເໜີລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ອະນຸມັດຕໍາແໜ່ງວິຊາການຄູສອນຂັ້ນອາຈານ ແລະ ຜູ້ຊ່ວຍອາຈານໃຫ້ແກ່ຄູສອນພາຍໃນ ມຊ;
  4. ຄົ້ນຄວ້າ ແລະ ພິຈາລະນາຕໍາແໜ່ງວິຊາການຄູສອນຂັ້ນສາດສະດາຈານກິດຕິມະສັກ (Honorary Professor)  ແລະ ສາດສະດາຈານພິເສດ (Adjunct Professor) ໃຫ້ແກ່ບຸກຄົນພາຍນອກຕາມການສະເໜີຂອງ ມຊ. ແລະ ຖອນຕໍາແໜ່ງສໍາລັບຜູ້ມີຄະດີເຮັດໃຫ້ມີການເສື່ອມເສຍກຽດສັກສີຂອງ ມຊ;
  5. ຄົ້ນຄວ້າ ແລະ ພິຈາລະນາການອອກປະກາສະນີຍະບັດປະລິນຍາເອກກິດຕິມະສັກ (Doctoral Honorarist Causa) ໃຫ້ແກ່ບຸກຄົນພາຍນອກເພື່ອເຊີດຊູຄວາມຮູ້ ແລະ ຄວາມສາມາດພິເສດ ຕາມການສະເໜີຂອງ ມຊ;
  6. ສະເໜີແຕ່ງຕັ້ງຄະນະກຳມະການ, ອະນຸກຳມະການ ຫຼື ບຸກຄົນໃດໜຶ່ງ ເພື່ອດຳເນີນງານໃດໜຶ່ງຢູ່ໃນຂອບເຂດ ແລະ ໜ້າທີ່ຂອງ ສພມຊ.
  • ໂຄງປະກອບການຈັດຕັ້ງຂອງ ສະພາມະຫາວິທະຍາໄລແຫ່ງຊາດ
  •  ໂຄງປະກອບບຸກຄະລາກອນ
  1. ປະທານ ສພມຊ;

         ທ່ານ ສຈ. ປອ. ບໍ່ແສງຄໍາ ວົງດາລາ

  1. ຮອງປະທານ ສພມຊ. ໂດຍຕຳແໜ່ງແມ່ນອະທິການບໍດີ ມຊ;

        ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ

  1. ເລຂາທິການ ສພມຊ. ໂດຍຕຳແໜ່ງແມ່ນຮອງອະທິການບໍດີຜູ້ຊີ້ນໍາວຽກງານການສຶກສາຫຼັງປະລິນຍາຕີ ມຊ.

       ທ່ານ ຮສ. ປອ. ນ. ສົມຈັນ ບຸນພັນມີ

    4. ສະມາຊິກສະພາ ມຊ. ປະກອບມີ:            

  1.  ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ
  2. ທ່ານ ຮສ. ໂພສີ ທິບດາວັນ
  3. ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ
  4. ທ່ານ ສຈ. ປອ. ນ. ລັດສະໝີ ບຸບຜາ
  5. ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ
  6. ທ່ານ ຮສ. ປອ. ສີຖານ ສຸຂະວົງ
  7. ທ່ານ ຮສ. ປອ. ໄກສອນ ເພັງໂສພາ
  8. ທ່ານ ຮສ. ປອ. ບົວດຳ ແສງຄຳຄຸດລາວົງ
  9. ທ່ານ ຮສ. ປອ. ສຸກັນ ຈິດປັນຍາ
  10. ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ
  11. ທ່ານ ອຈ. ປອ. ນ. ວັນແສງ ຈຸນລະມະນີ
  12. ທ່ານ ອຈ. ປອ. ນ. ວິມົນທາ ຂຽວວົງພະຈັນ
  13. ທ່ານ ສຈ. ພິເສດ ປອ. ຮຸ່ຍ ພົນເສນາ
  14. ທ່ານ ສຈ. ພິເສດ ປອ. ສົມພອນ ເດດອຸດົມ
  15. ທ່ານ ສຈ. ດາລັດ ບຸບຜາ
  16. ທ່ານ ຮສ. ປອ. ນ. ນຽນ ສີວົງໄຊ
  17. ທ່ານ ຮສ. ປອ. ນ. ສິລິນທອນ ສັກລໍຄຳ
  18. ທ່ານ ຮສ. ປອ. ຫຼ້າວັນ ວົງຄຳສານ
  19. ທ່ານ ປອ. ຄຳລຽນ ພົນເສນາ
  20. ທ່ານ ປອ. ເກດແກ້ວ ສີຫາລາດ
  21. ທ່ານ ປອ. ບຸນທ່ຽງ ສີລິປະພາພັນ
  22. ທ່ານ ປອ. ບຸນຖອງ ບົວຫອມ
  23. ທ່ານ ອຈ. ປອ. ນ. ດາວວີ ກອງມະນີລາ

6. ເລຂານຸການ ສພມຊ. ທີ່ມາຈາກຫ້ອງການການສຶກສາຫຼັງປະລິນຍາຕີ ມຊ.

  1. ທ່ານ ປທ. ນ. ບຸນນຳ ຊົມວິມານ
  2. ທ່ານ ປທ. ໂສພາພອນ ສຸລິຍະວົງ
  3. ທ່ານ ປອ. ນ. ເກສອນ ກັນຫາລີຄຳ