ພາລະບົດບາດ

          ມີ​ພາ​ລະ​ບົດ​​ບາດເປັນ​ເສ​ນາ​ທິ​ການດ້ານວິຊາການໃຫ້ແກ່ ຄະນະນຳມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ໃນການຄົ້ນຄວ້າ-ວິໄຈຄຸນນະພາບສິ່ງແວດລ້ອມ, ອຳນວຍຄວາມສະດວກເຄື່ອງມືວິເຄາະຂັ້ນພື້ນຖານ, ຂັ້ນສູງ ແລະ ຊີວະໂມເລກຸນ ໃຫ້ແກ່​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ການບໍລິການວິຊາການ ດ້ານການກວດສອບຄຸນະພາບດິນ, ນໍ້າ, ອາກາດ, ຈຸລິນຊີ, ການກວດສອບການປົນເປື້ອນ ແລະ ການຕົກຄ້າງຂອງທາດພິດໃນອາຫານ ແລະ ຜົນຜະລິດທາງກະສິກຳ. ນອກຈາກນີ້ ສຄລສ ຍັງໃຫ້ບໍລິການໃນການຈັດຕັ້ງເຜີຍແຜ່, ຝຶກອົມຮົມ, ສຳມະນາ  ແລະ ໃຫ້ຄຳປຶກສາ ດ້ານວິຊາການ ໃຫ້ແກ່ໜ່ວຍງານທາງພາກລັດ ແລະ ເອກະຊົນ, ພົວພັນຮ່ວມມືດ້ານວິຊາການກັບ​ບັນ​ດາສູນ, ສະຖາບັນການສຶກສາ ແລະ ສະຖາບັນຄົ້ນຄວ້າ ທັງພາຍໃນ ແລະ ຕ່າງປະເທດ (ລະດັບ​ພາກ​ພື້ນ ແລະ ສາກົນ).


ຜູ້ອຳນວຍການສູນ

            ທ່ານ ປອ. ສັນຕິ ກົງມະນີ         

ຂໍ້ມູນຕິດຕໍ່:

          ເບີໂທຕິດຕໍ່: 020 5504 3779

           ເວບໄຊ: https://coee.nuol.edu.la/lo/