ພາບລວມ

          ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ເປັນໂຮງຮຽນທີ່ຂື້ນກັບສໍານັກງານອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ມີຊື່ຫຍໍ້ວ່າ “ຮພຊ“ ຕັ້ງຢູ່ວິທະຍາເຂດດົງໂດກ. ໂຮງຮຽນແຫ່ງນີ້ ໄດ້ຮັບການສ້າງຕັ້ງຂື້ນໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ ເປັນມູນຄ່າ 47 ຕື້ດົງ ໄດ້ເປີດນໍາໃຊ້ຢ່າງເປັນທາງການນັບແຕ່ວັນທີ 26 ກຸມພາ 2007 ເປັນຕົ້ນມາ ໂຮງຮຽນຫຼັງນີ້ມີເນື້ອທີ່ປະມານ 40.000 ຕາແມັດ ໂດຍປະກອບມີ 7 ອາຄານດ້ວຍກັນຄື: ອາຄານອໍານວຍການ, ອາຄານຫ້ອງຮຽນ, ອາຄານຫ້ອງທົດລອງ, ຫ້ອງສະໝຸດ, ສະໂມສອນ, ໂຮງອາຫານ ແລະ ອາຄານຫໍພັກສອງຫຼັງ. ຕັ້ງຢູ່ວິທະຍາເຂດດົງໂດກມີ 4 ບ້ານອ້ອມຂ້າງ (ບ້ານສະພັງເມິກ, ບ້ານດົງໂດກ, ບ້ານຊ້າງຄູ້ ແລະ ບ້ານຄໍາຮຸ່ງ) ແລະ ສະຖາບັນຕ່າງໆ. ທິດເໜືອຕິດກັບພາກພາສາຫວຽດນາມ, ທິດໃຕ້ຕິດກັບບ້ານຄຳຮຸ່ງ ແລະ ບ້ານຊ້າງຄູ້, ທິດຕາເວັນອອກຕິດກັບໂຮງຮຽນປະຖົມ-ມັດທະຍົມສາທິດ, ທິດຕາເວັນຕົກຕິດກັບມະຫາວິທະຍາ ໄລແຫ່ງຊາດ.

          ໂຮງຮຽນແຫ່ງນີ້ເລີ່່ມປະຕິບັດການຮຽນ-ການສອນມາແຕ່ທ້າຍສົກຮຽນ 2006-2007. ໂດຍໄດ້ເສັງຄັດເລືອກເອົານັກຮຽນຂັ້ນ ມ1 ແລະ ມ 4 ມີຈຳນວນທັງໝົດ 40 ຄົນໃນນັ້ນມີນັກຮຽນ ຂັ້ນ ມ1 ຈຳນວນ 20 ຄົນ ແລະ ຂັ້ນ ມ4 ຈຳນວນ 20 ຄົນ; ໃນສົກຮຽນ 2007-2008 ໄດ້ຄັດເລືອກເອົານັກຮຽນຂັ້ນ ມ1 ຈຳນວນ 24 ຄົນ; ຂັ້ນ ມ4 ຈຳນວນ 24 ຄົນ ແລະ ໃນສົກຮຽນນີ້ ທາງກະຊວງສຶກສາ ທິການ ແລະ ກິລາ ໂດຍໄດ້ສົ່ງນັກຮຽນຊົນເຜົ່າ , ເຂດຊົນນະບົດ-ຫ່າງໄກສອກຫຼີກ, ຈາກແຕ່ລະແຂວງທົ່ວປະເທດ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄັດເລືອກນັກຮຽນຊົນເຜົ່າສະບັບເລກທີ 2313/ສສ.ສມຊພ/ 08 ລົງວັນທີ 03 ກັນຍາ 2008 ມີນັກຮຽນຊົນເຜົ່າກຽມມະຫາວິທະຍາໄລ 45 ຄົນ ຍິງ 32 ຄົນ; ສົກຮຽນ 2008-2009 ມີນັກຮຽນຈໍານວນ 436 ຄົນ ຍິງ 219 ຄົນ ໃນນັ້ນມີນັກຮຽນຊົນເຜົ່າ 170 ຄົນ ຍິງ 73 ຄົນ ຈໍານວນນັກຮຽນດັ່ງກ່າວ ໄດ້ຮັບການອຸດໜູນຮອບດ້ານຈາກລັດຖະບານຕະຫຼອດໄລຍະການຮຽນ ລວມທັງອັດຕາເບ້ຍລ້ຽງ, ອຸປະກອນການຮຽນ, ເຄື່ອງແບບນັກຮຽນ ຕະຫຼອດຮອດການເບິ່ງແຍງດ້ານສຸຂະພາບ.


ພາລະບົດບາດ ແລະ ໜ້າທີ

         ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ມີພາລະບົດບາດ ໃນການສິດສອນ, ເສີມສ້າງ ແລະ ພັດທະນານັກຮຽນລະດັບມັດທະຍົມສຶກສາທີ່ມີຄວາມສາມາດພິເສດ ແລະ ກຽມຄວາມພ້ອມໃຫ້ແກ່ນັກຮຽນຊົນເຜົ່າເພື່ອເຂົ້າຮຽນ ສະຖາບັນການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.

       - ສ້າງນັກຮຽນໃຫ້ມີຄວາມເຂັ້ມງວດດ້ານລະບຽບ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມດຸໝັ່ນ, ຫ້າວ ຫັນໃນການຄົ້ນຄວ້າຮໍ່າຮຽນ, ມີຄວາມສີວິໄລດ້ານຈິດໃຈ ສາມາດສອບເສັງເຂົ້າຮຽນມະຫາວິທະຍາໄລ ທັງພາຍໃນ ແລະ ຕ່າງປະເທດໄດ້.

      - ພັດທະນາໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ໃຫ້ເປັນພື້ນທີ່ສະອາດ, ສີຂຽວ, ສະຫງົບ, ມີພື້ນຖານໂຄງຮ່າງ, ມີອຸປະກອນສື່ການຮຽນ-ການສອນ ທີ່ທັນສະໄໝ ເພື່ອຮັບໃຊ້ໃຫ້ແກ່ການຮຽນ-ການສອນ.


ຄະນະຜູ້ອໍານວຍການ

  1. ທ່ານ ຮສ. ປອ. ຄຳພຸດ ພົມມະສອນ     (ຜູ້ອຳນວຍການໂຮງຮຽນ)
  2. ທ່ານ ປທ ສີສະໝຸດ ຄໍາພັນທອງ          (ຮອງຜູ້ອໍານວຍການ)
  3. ທ່ານ ປທ ບົວພະຈັນ ວົງຜາສຸກ           (ຮອງຜູ້ອໍານວຍການ)
  4. ທ່ານ ປທ ແກ້ວສິດທິພອນ ຈັນທະລາ    (ຮອງຜູ້ອໍານວຍການ)

ໜ່ວຍງານ:

  1. ໜ່ວຍງານບໍລິຫານ-ສັງລວມ
  2. ໜ່ວຍງານວິຊາການ-ການແຂ່ງຂັນ
  3. ໜ່ວຍງານຈັດຕັ້ງ-ນະໂຍບາຍ
  4. ໜ່ວຍງານກິດຈະກຳ-ນັກຮຽນຫໍພັກ
  5. ໜ່ວຍງານສະຖິຕິຂໍ້ມູນ-ຂ່າວສານ

ຫຼັກສູດ

        ຮພຊ ໄດ້ດຳເນີນການຮຽນ - ການສອນຕາມຫຼັກ ສູດຂອງກະຊວງສຶກສາ ແລະ ກິລາ

-   ນັກຮຽນທີ່ຈະເຂົ້າໂຮງຮຽນແຫ່ງນີ້ຕ້ອງໄດ້ຮັບການສອບ ເສັງຄັດເລືອກຈາກ ຮພຊ ໂດຍໃຕ້ການຊີ້ນຳຈາກ ມະຫາວິທະ ຍາໄລແຫ່ງຊາດ.

-   ການຮັບເອົານັກຮຽນຜ່ານມາແມ່ນ: ຂັ້ນ ມ1 ເສັງ ຮູບແບບ ອັດຕະໄນ ຫຼັກສູດປະຖົມ 70 % ໃນລະດັບ ປານກາງ ແລະ 30 % ໃນລະດັບຍາກ

-   ຂັ້ນ ມ5 ເສັງຮູບແບບອັດຕະໄນ ຫຼັກສູດມັດທະຍົມຕົ້ນ 70 % ໃນລະດັບປານກາງ ແລະ 30 % ໃນລະດັບຍາກ.

ຊັ້ນມັດທະຍົມຕົ້ນ:

  1. ຊັ້ນ ມ1 ມີ 2 ຫ້ອງຮຽນ
  2. ຊັ້ນ ມ2 ມີ 2 ຫ້ອງຮຽນ
  3. ຊັ້ນ ມ3 ມີ 2 ຫ້ອງຮຽນ
  4. ຊັ້ນ ມ4 ມີ 2 ຫ້ອງຮຽນ

ຊັ້ນມັດທະຍົມປາຍ:

  1. ຊັ້ນ ມ5 ມີ 4 ຫ້ອງຮຽນ
  2. ຊັ້ນ ມ6 ມີ 4 ຫ້ອງຮຽນ
  3. ຊັ້ນ ມ7 ມີ 4 ຫ້ອງຮຽນ

ການຮ່ວມື

ການຮ່ວມມືພາຍໃນ

     ໂຮງຮຽນໄດ້ມີການພົວພັນກັບພະແນກສຶກສານະຄອນຫຼວງ ແລະເມືອງໄຊທານີໃນການເຂົ້າຮ່ວມກອງປະຊຸມສ່ອງແສງປະຈຳເດືອນ, ການເຂົ້າຮ່ວມອອກຫົວບົດ-ກວດບົດຈົບຊັ້ນ ແລະ ນັກຮຽນເກັ່ງ, ໃບປະກາດນັກຮຽນຈົບມ7 ໃນແຕ່ລະສົກຮຽນ.

     ໄດ້ມີການຮ່ວມມືກັບ 4 ໂຮງຮຽນອ້ອມຂ້າງເຊັ່ນ: ມສ. ດອນໜູນ, ມສ.ຕານມີໄຊ, ມຕ.ວຽງແກ້ວ, ມຕ.ສີວິໄລ, ການຝຶກອົບຮົມວິຊາຕ່າງໆ ຕະຫຼອດເຖິງການນຳພາຄູອາຈານ ແລະ ນັກຮຽນ ໄປທັດສະນະສຶກສາແລກປ່ຽນກິດຈະກຳກັບບັນດາໂຮງຮຽນອ້ອມຂ້າງ. 

ການຮ່ວມມືຕ່າງປະເທດ

     ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລໄດ້ມີການຮ່ວມມືກັບ ສສ. ຫວຽດນາມ ໂດຍມີຊ່ຽວຊານເຂົ້າມາສິດສອນພາຍໃນໂຮງຮຽນນັບແຕ່ປີ 2007-2021 ແລະ ໄດ້ນຳສົ່ງນັກຮຽນໄປສຶກສາຕໍ່ ໃນສາຂາວິຊາຕ່າງໆ ໃນປີ 2014 ເຖິງປັດຈຸບັນ.

     ຮພຊ ໄດ້ຮັບຕ້ອນ ແລະແລກປ່ຽນການພົວພັນຮ່ວມມື ກັບບັນດາປະເທດອ້ອມຂ້າງຄື ການເຂົ້າຮ່ວມໂຄງການວິທະຍາສາດນານາຊາດທີ່ປະເທດໄທ, ການໄປທັດສະນະສຶກສາແລກປ່ຽນວຽກງານການສິດສອນ ແລະ ໄດ້ຮັບການອຸປະຖຳຄອມພິວເຕີ ຈຳນວນ 24  ຊຸດ ຈາກປະເທດໄທ, ຈຳນວນ 48 ຊຸດ ຈາກ ສສ ຫວຽດນາມ.


ຜົນງານທີ່ພົ້ນເດັ່ນຂອງ ຮພຊ:

(ແນບລິ້ງຂໍ້ມູນລາຍຊື່ນັກຮຽນເກັ່ງລະດັບຊາດ)


ຂໍ້ມູນຕິດຕໍ່:

          ເບີໂທຕິດຕໍ່ຫ້ອງການ  0305792277

          ເບີໂທຕິດຕໍ່ຜູ້ອຳນວຍການ  020 22222125

          Facebook: ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ

          Email: This email address is being protected from spambots. You need JavaScript enabled to view it.