ຈຸດປະສົງ

          ຈຸດປະສົງໃນການຈັດກິດຈະກໍາແຂ່ງຂັນສິລະປະ ແມ່ນເພື່ອເປັນການຊຸກຍູ້ຂະບວນການທາງດ້ານສິລະປະ-ວັນນະຄະດີ ແລະ ສົ່ງເສີມນັກສຶກສາຜູ້ທີ່ມີພອນສະຫວັນ ແລະຫົວຄິດປະດິດສ້າງໃນແຕ່ລະດ້ານ ໃຫ້ມີໂອກາດກ້າສະແດງອອກ ແລະຮູ້ຈັກໝູນໃຊ້ເວລາວ່າງນອກໂມງຮຽນ ມາເຝິກແອບຕົນເອງເປັນການສ້າງຄວາມຄຸ້ນເຄີຍຕໍ່ການປະຕິບັດໜ້າທີ່ໃນວຽກງານ ທາງດ້ານສິລະປະ-ວັນນະຄະດີ ປະເພດຕ່າງໆໃນຕໍ່ໜ້າ ແລະຍັງເປັນການປົກປັກຮັກສາ ແລະເສີມສ້າງທາງດ້ານວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດອີກດ້ວຍ. 


 ປະເພດການແຂ່ງຂັນສິລະປະ

  1. ປະເພດ ບົດຟ້ອນລວມໝູ່
  2. ປະເພດ ບົດຟ້ອນລຳວົງມາດຕະຖານ
  3. ປະເພດ ຮ້ອງເພງ ຍິງ-ຊາຍ
  4. ປະເພດ ຂັບລຳຍິງ-ຊາຍ

 ການແຂ່ງຂັນສິລະປະ-ວັນນະຄະດີແມ່ນໄດ້ຈັດຂຶ້ນທຸກໆປີ ເຊິ່ງມີ 13 ຄະນະວິຊາເຂົ້າຮ່ວມແຂ່ງຂັນ.