ພາລະບົດບາດ

       ການ​ຮ່ວມ​ມືມີເປົ້າໝາຍເພື່ອ

      - ​ສົ່ງ​ເສີມການ​ເຂົ້າ​ເຖິງ​ຂໍ້​ມູນ ແລະ ​ຊັບພະ​ຍາ​ກອນຕ່າງໆ ເຊັ່ນ ປຶ້ມ​ອ່ານ, ​ຂໍ້​ມູນ​ທາງອິນ​ເຕີ​ເນັດທີ່ເຊື່ອມ​ຕໍ່​ກັບ​ຖານ​ຂໍ້​ມູນ​ຫ້ອງ​ສະ​ໝຸດຂອງສະ​ຖາ​ບັນ​ວັດ​ທະ​ນະ​ທຳຝ​ຣັ່ງ « Culturethèque » ແລະ « IFprofs » ;

       - ພັດ​ທະ​ນາ​ຄວາມ​ສາ​ມາດດ້ານ​ພາ​ສາ​ຝ​ຣັ່ງ​ຂອງ​ນັກ​ສຶກ​ສາ ແລະ ຄູ​ອາ​ຈານ  ແລະ​ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່ໆເຂົ້າໃນວຽກງານວິ​ຊາ​ການ ແລະ ວິຊາ​​​ຊີບ ໂດຍ​ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ການ​ຝຶກ​ອົບ​ຮົມ​ທາງ​ດ້ານວິ​ຊາ​ຄູ, ກິດ​ຈະ​ກຳ​ພາ​ສາ​ຝ​ຣັ່ງ, ກິດ​ຈ​ະ​ກຳ​ທາງ​ຄອມ​ພິວ​ເຕີ, ການ​ຝຶກ​​ໃຊ້​ພາ​ສາ​ຝ​ຣັ່ງ​ໂດຍ​ຜ່ານ​ອິນ​ເຕີ​ເນັດ ;

        - ເ​ພີ່ມທະວີກິດຈະກຳ​ສົ່ງ​ເສີມວຽກງານຝ​ຣັ່ງ​ໂກ​ໂຟ​ນີ ໂດຍ​ການ​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ຂຽນ​ໂຄງ​ການລະ​ດັບ​​ສາ​ກົນ ເພື່ອ​ສ້າງ​ກິດ​ຈະ​ກຳ ໃນງານສັບ​ປະ​ດາ​ຝ​ຣັ່ງ​ໂກ​ໂຟ​ນີ ;

        - ປະຕິບັດພາລະບົດບາດ ເປັນຜູ້ປະ​ຕິ​ບັດ​​ງານຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ໃນ​ການປະ​ສານ​ງານ​​ເພື່ອການ​ສະ​ໜັບ​ສະ​ໜູນ ແລະ ​ໃຫ້​ມີ​​ການ​ຮຽນ-ການ​ສອນພາ​ສາ​ຝ​ຣັ່ງ​ໃນ​ຫຼາຍ​ສາ​ຂາ​ວິ​ຊາ, ເພື່ອການ​ປະ​ສານ​ງານຕອບ​ສະ​ໜອງໃຫ້​ກັບໂຄງ​ການ​ພາ​ສາຝ​ຣັ່ງ ແລະ ເພື່ອດຳ​ເນີນການ​ສະ​ໜັບ​ສະ​ໜູນ​ການ​ຝຶກ​ອົບ​ຮົມ, ​ການ​ຈັດກິດຈະກຳ ແລະ ການ​ປະ​ກອບ​ອາ​ຊີບ.

  • ສູນ​ຝຣັ່ງໂກໂຟນຕັ້ງ​ຢູ່​ວິ​ທະ​ຍາ​ເຂດດົງໂດກ ມະ​ຫາ​ວິ​ທະ​ຍ​າ​ໄລ​ແຫ່ງ​ຊາດລາວ, ​ຈະເປັນ​ໂຄງສ້າງຕົວແບບນຶ່ງສຳລັບນັກ​ສຶກ​ສາແລະອາຈານ​ທີ່​ໃຊ້ພາ​ສາ​ຝ​ຣັ່ງຂອງມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ. ຕໍ່ກັບທິດທາງດັ່ງກ່າວ, ສູນຝຣັ່ງໂກໂຟນຈະສະໜອງການຝຶກອົບຮົມທາງດ້ານວິຊາຄູ, ​ດ້ານ​ພາ​ສາສາດ ແລະດ້ານໄອທີ, ເຊິ່ງ​ຈະ​ຊ່ວຍ​ປະກອບສ່ວນເຂົ້າໃນ​ການ​ພັດ​ທະ​ນາ​ດ້ານ​ການ​ສຶກ​ສາ ແລະເສດ​ຖະ​ກິດຂອງ​ປະ​ເທດ​ຊາດ​.
  • ສູນ​ຝຣັ່ງໂກ​ໂຟນໄດ້ຈັດ​ຕັ້ງ​ປະ​ຕິ​ບັດບັນ​ດາ​ກິດ​ຈະ​ກຳດ້ານ​ ສັງຄົມ-ສຶກ​ສາໃນ​ຂອບ​ຂອງວຽກງານ​ຝ​ຣັ່ງ​ໂກ​ໂຟ​ນີ ເພື່ອເຊື່ອມໂຍງກັບ​ບັນ​ດາ​ພາກ​ສ່ວນ​ທີ່​ໃຊ້ພາສາຝຣັ່ງຂອງ ມ​ະຫາວິທະຍາໄລແຫ່ງຊາດ.

ຄະນະຜູ້ອຳນວຍການສູນ

  1. ທ່ານ ນ. ປທ. ສຸວັນນະພາ ວົງໄຊ    (ຜູ້ອຳນວຍການສູນ)
  2. ທ່ານ ນ. ປອ. ມາເລັກ ຊາກເລ         (ຮອງຜູ້ອຳນວຍການສູນ)

ຂໍ້ມູນຕິດຕໍ່:

       ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ, ຕຶກ L

       ເຟສບຸກ: Polefrancophone