Select your language

   

 

 

ຄຳຂວັນຄະນະ: "ຄູສາ້ງຄົນ ຄົນສ້າງຊາດ ສຶກສາສາດສ້າງຄູ"

 

 


ຄວາມເປັນມາຂອງຄະນະສຶກສາດ 

           ຄະນະສຶກສາສາດ (ຂຽນຫຍໍ້ ຄສສ) ເປັນຄະນະວິຊາໜຶ່ງຂອງມະຫາວິທະຍາໄລແຫ່ງຊາດ, ສ້າງຕັ້ງຂຶ້ນໂດຍມາດຕາ 7 ຂອງດໍາລັດນາຍົກລັດຖະມົນຕີວ່າດ້ວຍມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 50/ນຍ, ເດືອນ 11/1995. ຄະນະສຶກສາສາດໄດ້ກໍ່ຮ່າງສ້າງຕົວຂຶ້ນຈາກບຸກຄະລາກອນ ແລະ ວັດຖຸອຸປະກອນ ຈຳນວນໜຶ່ງຂອງພະແນກຈິດຕະສາດ - ສຶກສາສາດ ມະຫາວິທະຍາໄລສ້າງຄູວຽງຈັນ.


ພາລະບົດບາດ ແລະ ໜ້າທີ່

 1)ການຈັດການຮຽນ-ການສອນ ແລະ ສຶກສາອົບຮົມ

  • ຈັດຕັ້ງສຶກສາອົບຮົມ ດ້ານການເມືອງ-ແນວຄິດ, ດ້ານຄຸນສົມບັດ ແລະ ລະບຽບກົດໝາຍ ໃຫ້ພະນັກງານ, ຄູ ແລະ ນັກສຶກສາພາຍໃນຄະນະສຶກສາສາດໃຫ້ເປັນພົນລະເມືອງດີຂອງຊາດ ແລະ ມີຈັນຍາບັນໃນວິຊາຊີບຄູ.
  • ຈັດຕັ້ງການຮຽນ-ການສອນໃນລະດັບ ການສຶກສາກ່ອນໄວຮຽນ ເຖິງ ມັດທະຍົມສຶກສາ.
  • ຈັດຕັ້ງການຮຽນ-ການສອນຫຼັັກສູດຄູລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.  

2) ການຄົ້ນຄວ້າວິທະຍາສາດ

  • ຈັດຕັ້ງ ແລະ ດໍາເນີນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີທາງການສຶກສາ.
  • ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດທີ່ມີປະໂຫຍດເຂົ້າໃນການປັບປຸງຄຸນນະພາບການຮຽນ-ການສອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

3) ການບໍລິການວິຊາການໃຫ້ສັງຄົມ

  • ພັດທະນາຫຼັກສູດເຝິກອົບຮົມໃນສາຂາຕ່າງໆກ່ຽວກັບການສຶກສາ.
  • ຈັດຕັ້ງເຝິກອົບຮົມວິຊາຄູ.
  •  ເປັນນັກວິຊາການ ແລະ ທີ່ປຶກສາທາງວິຊາການໃນຂະແໜງການທີ່ກ່ຽວຂ້ອງ.

4) ປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ - ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ ແລະ ກ້າວໜ້າຂອງໂລກ

  • ຈັດກິດຈະກໍາຕ່າງໆເພື່ອເຜີຍແຜ່ສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
  • ຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນ-ນັກສຶກສາ ແລະ ພະນັກງານຄູຂອງຄະນະສຶກສາສາດໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການອະນຸຮັກ, ສົ່ງເສີມສິລະປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
  • ຮັບເອົາ ແລະ ສົ່ງເສີມວັດທະນະທໍາອັນດີງາມ ແລະ ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ.

ຄະນະນໍາ ຄະນະສຶກສາສາດ

    1. ຮສ.ປອ. ສີຖານ ສຸຂະວົງ ຄະນະບໍດີ

    2. ຮສ.ປອ. ຄຳແສງ ທະລັງສີ ຮອງຄະນະບໍດີ

    3. ອຈ.ປທ. ວິຊຽນ ທອງທະວີ ຮອງຄະນະບໍດີ

    4. ປອ. ນາງ ກົງສີ ຈຸນລະມານີ ຮອງຄະນະບໍດີ


ພະແນກ 

  1. ພະແນກຈັດຕັ້ງ-ສັງລວມ
  2. ພະແນກການເງິນ-ຊັບສິນ
  3. ພະແນກວິຊາການ
  4. ພະແນກການສຶກສາຫລັງປະລິນຍາຕີ
  5. ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ
  6. ພະແນກຄຸ້ມຄອງນັກສຶກສາ

 ພາກວິຊາ

ຄະນະສຶກສາສາດປະກອບມີ 6 ພາກວິຊາ ແລະ 3 ໂຮງຮຽນທີ່ຂຶ້ນກັບເຊັ່ນ:

  1. ພາກວິຊາຄູຈິດຕະວິທະຍາການສຶກສາ
  2. ພາກວິຊາການບໍລິຫານການສຶກສາ
  3. ພາກວິຊາຄູວິທະຍາສາດທຳມະຊາດ
  4. ພາກວິຊາຄູວິທະຍາສາດສັງຄົມ
  5. ພາກວິຊາຄູພາສາຕ່າງປະເທດ
  6. ພາກວິຊາຄູພາສາລາວ-ວັນນະຄະດີ

ໂຮງຮຽນທີ່ຂຶ້ນກັບ:

  1. ມັດທະຍົມສຶກສາສົມບູນສາທິດ
  2. ປະຖົມສຶກສາສົມບູນສາທິດ
  3. ເຮືອນລ້ຽງດັກ ແລະ ໂຮງຮຽນອະນຸບານສາທິດ

ການຮ່ວມມືພາຍໃນ ແລະສາກົນ

  • ການຮ່ວມມືພາຍໃນ
  1. Association of Lao Women Development and Law Education.
  2. Academic Cooperation between KhangKai College and Faculty of Education.
  3. Educational Development for Job Employment Project.
  • ການຮ່ວມມືສາກົນ
  1. English Language Institute/China (ELIC) Project.
  2. E-cohealth Education Project.
  3. International Association of Adult Education of Germany (DVVI) Project.
  4. Measuring and Comparing Achievements of Learning Outcomes in Higher Education in Asia (CALOHEA) Project.
  5. Association of Southeast Asian Teacher Education Network (AsTEN) Project.

ຂໍ້ມູນຕິດຕໍ່

ເບີໂທ: +856 21 770473 

Facebook page: ຄະນະສຶກສາສາດ, ມຊ Faculty of Education, NUOL

Website: https://fed.nuol.edu.la