NUOL Programs

ສາຂາ ເຕັກໂນໂລຊີສິ່ງແວດລ້ອມ

thumb
ສາຂາ ເຕັກໂນໂລຊີສິ່ງແວດລ້ອມ
ຫຼັກສູດ:
ສາຂາ ເຕັກໂນໂລຊີສິ່ງແວດລ້ອມ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດສິ່ງແວດລ້ອມ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
  • ດ້ານຄວາມຮູ້:

PLO1:ສັງລວມທິດສະດີ ແລະ ຫຼັກການດ້ານເຕັກໂນໂລຊີສິ່ງແວດລ້ອມແລະທຽບເທົ່າກັບມາດຕະຖານພາກພື້ນ ແລະ ສາກົນ.

PLO2: ສັງລວມຄວາມຮູ້ດ້ານການປະເມີນ, ການວິເຄາະ, ການອອກແບບລະບົບການບຳບັດມົນລະພິດທາງດ້ານສິ່ງແວດລ້ອມດ້ວຍເຕັກໂນໂລຊີສິ່ງແວດລ້ອມໄດ້ຢ່າງດີເປັນລະບົບ

  • ດ້ານການນຳໃຊ້:

PLO3: ປະດິດເຄື່ອງມືແລະນະວັດຕະກໍາດ້ານພະລັງງານທົດແທນ, ພະລັງງານຊີວະພາບແລະພະລັງງານຊີວະມວນ

PLO4: ອອກແບບລະບົບບໍາບັດນໍ້າເປື້ອນ ແລະ ການຈັດການສິ່ງເສດເຫລືອໄດ້ຢ່າງເປັນລະບົບ

PLO5: ປະຍຸກໃຊ້ຄວາມຮູ້ ແລະ ພູມປັນຍາທ້ອງຖິ່ນ ເຂົ້າໃນຮັກສາສິ່ງແວດລ້ອມໄດ້ຢ່າງຢືນຍົງ.

  • ດ້ານທັກສະ:

PLO6: ໜູນໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການຈັດການສິ່ງແວດລ້ອມ, ຕາມຂັ້ນຕອນ ແລະ ເໝາະສົມກັບການປະຕິບັດຕົວຈິງ.

PLO7: ຈັດຕັ້ງປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ ເພື່ອປະກອບສ່ວນຕາມທິດສີຂຽວ ແລະ ຍືນຍົງ.

  • ດ້ານຄວາມສາມາດທາງສັງຄົມ:

PLO8: ສະແດງອອກການມີທັກສະໃນການສື່ສານພາສາອັງກິດ ແລະ ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີ

          ປະສິດທິພາບ.

PLO9: ດໍາເນີນການໃຫ້ຄຳແນະນຳທາງດ້ານເຕັກໂນໂລຊີເຂົ້າໃນການປົກປັກຮັກສາສິ່ງແວດລ້ອມຢ່າງມີຈັນຍາບັນ, ຈັນຍາທໍາ.

ອາຊີບທີ່ສາມາດປະກອບໄດ້ພາຍຫລັງສຳເລັດການສຶກສາ

  • ອາຊີບດ້ານວິຊາການ ແລະການສຶກສາວິໄຈ ເຊັ່ນ: ນັກວິຊາການ, ນັກວິໄຈ, ນັກປະດິດສິ່ງປະດິດ ນະວັດຕະກຳກ່ຽວກັບການບຳບັດນໍ້າເປື້ອນ, ພະລັງງານ ແລະການປ່ຽນແປງພູມິອາກາດ.
  • ອາຊີບດ້ານເຕັກໂນໂລຊີສິ່ງແວດລ້ອມ: ສາມາດສ້າງອ່າງບຳບັດນ້ຳເປື້ອນ, ສ້າງພະລັງງານທົດ ແທນແລະວິທີການຮັບມືກັບການປ່ຽນແປງພູມອາກາດ.
  • ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ ວຽກງານຂອງອົງການຂອງລັດ ທີ່ກ່ຽວຂ້ອງກັບການພັດທະນາຊູມຊົນ, ອົງການການປົກຄອງຂັ້ນຕ່າງໆ ເຊັ່ນ: ອົງການບໍລິຫານບ້ານ, ເມືອງ, ແຂວງ, ນະຄອນຫລວງ ແລະ ກະຊວງຕ່າງໆຂອງລາວ.
  • ອາຊີບໃນວົງການທຸລະກິດ ເຊັ່ນ: ອຸດສາຫະກຳ, ການກະສິກຳ, ການຄຸ້ມຄອງນ້ຳໃຊ້ ແລະ ນ້ຳເປື້ອນ.
ຈຸດປະສົງຂອງຫຼັກສູດ:
  • ມີທັກສະໃນການວິເຄາະ ແລະ ການອອກແບບລະບົບບໍາບັດມົນລະພິດສິ່ງແວດລ້ອມແກ້ໄຂບັນຫາ ແລະ ການປະຕິບັດຕົວຈິງຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ສາມາດຮຽນຮູ້ໄດ້ຕະຫຼອດຊີວິດ.
  • ມີຄວາມເປັນເລີດໃນການປະກອບອາຊີບໃນສາຂາວິຊາເຕັກໂນໂລຊີສິ່ງແວດລ້ອມ, ເຕັກນິກ-ເຕັກໂນໂລຊີ, ເຕັກໂນໂລຊີການບຳບັດ,ການປ່ຽນແປງພູມີອາກາດ,ເຕັກໂນໂລຊີພະລັງງານແລະ ຂະແໜງອື່ນຯທີ່ກ່ຽວຂ້ອງ, ນໍາໃຊ້ທິດສະດີເຂົ້າໃນການແກ້ໄຂບັນຫາ ແລະ ຜົນກະທົບດ້ານສິ່ງແວດລ້ອມເຮັດວຽກຮ່ວມກັບພາກລັດ, ເອກະຊົນ,ອົງການຈັດຕັ້ງສາກົນ.
  • ມີຈັນຍາບັນ, ຈັນຍາທໍາ, ມີພາວະຄວາມເປັນຜູ້ນໍາ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນລວມທັງສັງຄົມ.
ລາຍລະອຽດ: