NUOL Programs

ສາຂາ ການຈັດການສິ່ງແວດລ້ອມ

thumb
ສາຂາ ການຈັດການສິ່ງແວດລ້ອມ
ຫຼັກສູດ:
ສາຂາ ການຈັດການສິ່ງແວດລ້ອມ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດສິ່ງແວດລ້ອມ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້

PLO1: ​ເຂົ້າ​ໃຈ​ແນວຄິດທິດ​ສະ​ດີ ​ແລະ ຫຼັກການ​ດ້ານ​ການ​ຈັດການ​ສິ່ງ​ແວດ​ລ້ອມ​​ໄດ້​ທຽບ​ເທົ່າ​ກັບ​ພາກ​ພື້ນ ​ແລະ

 ສາກົນ;

PLO2: ສັງ​ລວມຄວາມ​ຮູ້​ດ້ານ​ການ​ປະ​ເມີນ​ຜົນ​ກະທົບຕໍ່​ສິ່ງ​ແວດ​ລ້ອມ ​ແລະ ການ​ຕິດຕາມກວດ​ສອບ​ຄຸນນະພາບ​

ສິ່ງ​ແວດ​ລ້ອມ ຢ່າງ​ເປັນ​ລະບົບ.  

ດ້ານການນຳໃຊ້

PLO3: ປະ​ເມີນ​ ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​, ຜົນການ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາ​

ສິ່ງ​ແວດ​ລ້ອມ ​ໄດ້​ຢ່າງ​ມີ​ປະສິດທິພາບ

PLO4: ສ້າງ ​ບົດ​ລາຍ​ງານ​ຜົນ​ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ, ແຜນ​ຄຸ້ມຄອງ ແລະ ຕິດຕາມ​ກວດກາ​ສິ່ງ​

ແວດ​ລ້ອມ ໄດ້​ຢ່າງມີປະສິດທິພາບ  

PLO5: ວິ​ເຄາະ​ ບົດ​ລາຍ​ງານ​ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ເບື່ອ​ງຕົ້ນ (IEE) ບົດລາຍງານຜົນກະທົບຕໍ່

ສິ່ງແວດລ້ອມ (EIA)ໄດ້.

ດ້ານທັກສະ:

PLO6: ນໍາໃຊ້ເຕັກໂນໂລຊີລະບົບຂໍ້ມູນຂ່າວສານສາລະສົນເທດເຂົ້າໃນການວາງແຜນ, ຄຸ້ມຄອງຈັດການ

ສິ່ງແວດລ້ອມຢ່າງເປັນລະບົບ ແລະ ມີປະສິດທິພາບ.  

PLO7: ສະແດງອອກການມີທັກສະໃນການຮຽນຮູ້ຕະຫຼອດຊີວິດ ແລະ ການແກ້ໄຂບັນຫາສະເພາະໜ້າໃນ

ການຈັດຕັ້ງປະຕິບັດວຽກງານດ້ານການຈັດການສິ່ງແວດລ້ອມ.

ດ້ານສັງຄົມ:

PLO8: ສະ​ແດງ​ອອກ​ການ​ມີ​ທັກ​ສະ​ໃນ​ການສື່ສານພາສາອັງກິດ ແລະ ເຮັດວຽກເປັນໝູ່ຄະນະໄດ້ເປັນຢ່າງມີ​

          ປະສິດທິພາບ

PLO9: ດຳເນີນວຽກງານບໍລິການວິຊາການໃຫ້ແກ່ສັງຄົມດ້ວຍຄວາມຮັບຜິດຊອບ ແລະ ມີຈັນຍາບັນຂອງ

ນັກວິຊາການ ສິ່ງແວດລ້ອມເພື່ອປະກອບສ່ວນການພັດທະນາຕາມທິດສີຂຽວ ແລະ ຍືນຍົງ.

ອາຊີບທີ່ສາມາດປະກອບໄດ້ໄພາຍຫຼັງສຳເລັດການສຶກສາ

  • ຄູ-ອາຈານ ທາງດ້ານສິ່ງແວດລ້ອມ ແລະ ການຈັດການຊັບພະຍາກອນທັງພາກລັດ ແລະ ເອກະຊົນ
  • ນັກວິໄຈດ້ານສິ່ງແວດລ້ອມ
  • ນັກການຈັດການສິ່ງແວດລ້ອມ
  • ນັກວິເຄາະຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການຕິດຕາມກວດກາໂຄງການທີ່ຕິດພັນກັບສິ່ງແວດລ້ອມ
  • ເປັນວິຊາການໃນໂຄງການຂອງລັດ, ບໍລິສັດ, ແລະ ໂຄງການຂອງເອກະຊົນທີ່ຕິດພັນກັບວຽກການຈັດການ, ຄຸ້ມຄອງ, ປະເມີນ ແລະ ຕິດຕາມກວດກາດ້ານສິ່ງແວດລ້ອມ.
ຈຸດປະສົງຂອງຫຼັກສູດ:
  • ມີຄວາມຮູ້ຄວາມສາມາດໃນການປະກອບອາຊີບດ້ານການປະເມີນຜົນກະທົບ ແລະ ການຄຸ້ມຄອງສິ່ງແວດລ້ອມຢ່າງຊຳນານ.
  • ມີທັກສະໃນການວິເຄາະ, ການປະເມີນຄວາມສ່ຽງ ພ້ອມທັງສາມາດວາງແຜນໃນການຄຸ້ມຄອງສິ່ງແວດລ້ອມຢ່າງເປັນລະບົບ.
  • ມີຄວາມສາມາດໃນການປະເມີນຜົນການຈັດຕັ້ງປະຕິບັດແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມໄດ້ຢ່າງມີປະສິດຕິພາບ.
  • ມີຈັນຍາບັນ, ມີຈະລິຍະທຳ ແລະ ມີຄວາມຮັບຜິດຊອບສູງຕໍ່ອາຊີບຂອງຕົນເອງ.
ລາຍລະອຽດ: