NUOL Programs

ສາຂາວິຊາ ການບໍລິຫານການສຶກສາ

thumb
ສາຂາວິຊາ ການບໍລິຫານການສຶກສາ
ຫຼັກສູດ:
ສາຂາວິຊາ ການບໍລິຫານການສຶກສາ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  1. ເຊື່ອມໂຍງເນື້ອໃນແນວຄິດ, ທິດສະດີ ແລະ ຫຼັກການໃນການບໍລິຫານຕ່າງໆເຂົ້້າໃນພາກປະຕິບັດວຽກງານຕົວຈິງ
  2. ຂຽນໂຄງການ ການຄົ້ນຄວ້າວິທະຍາສາດໃນການບໍລິຫານການສຶກສາໂດຍນຳໃຊ້ເຕັັກໂນໂລຊີ ແລະ ແຫຼ່ງຂໍ້ມູນຂ່າວສານຕ່າງໆ.  
  3. ບອກໄດ້ແນວຄວາມຄິດ, ທິດສະດີ ແລະ ຫຼັກການໃນການລິຫານຕ່າງໆ ເຂົ້້າໃນຂະບວນການຄົ້ນຄວ້າວິທະຍາສາດ, ການຮຽນຮູ້ຕະຫຼອດຊີວິດ ແລະ ບໍລິການໃຫ້ແກ່ສັງຄົມ. 

ດ້ານທັກສະ:  

  1.  ໝູນໃຊ້ ແນວຄິດ, ທິດສະດີ ແລະ ຫຼັກການໃນການບໍລິຫານຕ່າງໆ ເຂົ້້າໃນພາກປະຕິບັດວຽກງານຕົວຈິງ.
  2.  ດຳເນີນການຄົ້ນຄວ້າວິທະຍາສາດໃນບໍລິບົດການບໍລິຫານ ແລະ ການບໍລິຫານການສຶກສາ
  3.  ຈໍາແນກ ແລະ ອະທິບາຍຮູບແບບ, ວິທີການວາງແຜນ ແລະ ການຄຸ້ມຄອງ
  4. ໃຫ້ຄໍາແນະນໍາ ແລະ ຄໍາປຶກສາກ່ຽວກັບຫຼັກການການບໍລິຫານການສຶກສາໃຫ້ແກ່ສັງຄົມ.

ດ້ານການນໍາໃຊ້:

  1. ນຳໃຊ້ຄວາມຮູ້ກ່ຽວກັບທິດສະດີ, ຫຼັກການໃນການບໍລິຫານຕ່າງໆ ເຂົ້າໃນ ການບໍລິຫານຄຸ້ມຄອງໂຮງຮຽນ, ການປະກັນຄຸນນະພາບການສຶກສາ, ຄວາມເປັນຜູ້ນຳ, ການພັດທະນາການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ.
  2. ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດ ເຂົ້າໃນວຽກງານຕົວຈິງ ແລະ ຊີວິດປະຈໍາວັນ.
  3. ໃຫ້ການບໍລິການວິຊາການແກ່ຂະແໜງການອື່ນໆ ທີ່ກ່ຽວຂ້ອງ.  

ດ້ານທັກສະທາງສັງຄົມ:  

  1. ພົວພັນ-ສື່ສານ, ແລກປ່ຽນຂໍ້ມູນຂ່າວສານ, ຮຽນຮູ້ວັດທະນະທໍາພາຍໃນ ແລະ ຕ່າງປະເທດ.
  2. ເຜີຍແຜ່ ແລະ ຜັນຂະຫຍາຍຄວາມຮູ້ທາງດ້ານແນວຄິດທິດສະດີ, ຫຼັກການໃນການບໍລິຫານຕ່າງໆ , ການພັດທະນາ, ການປະກັນຄຸນນະພາບການສຶກສາ,  ການວາງແຜນ ແລະ ການບໍລິຫານຄຸ້ມຄອງ.  
ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນພົນລະເມືອງດີ, ມີນໍ້າໃນຮັກຊາດ,  ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນໃນວິຊາຊີບ, ອານຸຮັກ ແລະ ເສີມຂະຫຍາຍວັດທະນະທໍາຂອງຊາດ ແລະ ສາກົນ.
  2. ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານການບໍລິຫານການສຶກສາ,  ການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ໃຫ້ແກ່ສັງຄົມ ຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ.
  3. ສ້າງນັກສຶກສາໃຫ້ມີທັກສະທາງສັງຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ  ແລະ ບໍລິຫານການສຶກສາ ສາມາດເຊື່ອມໂຍງ ພາຍໃນ ແລະ ຕ່າງປະເທດ.  
ລາຍລະອຽດ: