NUOL Programs

ສາຂາວິຊາ ວິທະຍາການອາຄານ

thumb
ສາຂາວິຊາ ວິທະຍາການອາຄານ
ຫຼັກສູດ:
ສາຂາວິຊາ ວິທະຍາການອາຄານ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສະຖາປັດຕະຍະກຳສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານ​ຄວາມ​ຮູ້: ສາ​ມາດ​ຮັບ​ໃຊ້​ໄດ້​ໃນຫຼາຍ​ດ້ານ​ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ທາງ​ດ້ານ​ເຕັກ​ນິກ​ການກໍ່​ສ້າງ, ການ​ວາງ​ແຜນ​ຄຸ້ມ​ຄອງ​ການກໍ່​ສ້າງ, ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການ, ເຂົ້າ​ໃຈ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ເສດ​ຖະ​ກິດ​ສັງ​ຄົມ.

ດ້ານ​ທັກ​ສະ​: ການ​ເຮັດ​ວຽກ​ງານ​ທີ່​ດີ, ມີ​ທັກ​ສະ​ໃນ​ການ​ນຳ​ພາ​ວຽກ​ງານກໍ່​ສ້າງ, ມີ​ໄຫວ​ພິບໃນ​ການ​ບໍ​ລິ​ຫານ​ວຽກ​ງານ.

ດ້ານ​ການ​ນຳ​ໃຊ້: ນຳ​ໃຊ້​ຄວາ​ມ​ຮູ້​ທີ່​ຮຽນ​ມາ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງວຽກ​ງານ​ທີ່​ຕົນ​ເອງ​ຮັບ​ຜິ​ດ​ຊອບ.

ດ້ານ​ທັກ​ສະ​ນະ​ທາງ​ສັງ​ຄົມ: ສາ​ມາດ​ຮັບ​ໃຊ້​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທ​ດ​ຊາດ, ສ້າງ​ໂຄງ​ລ່າ​ງ​ພື້ນ​ຖານ​ໃຫ້​ເຂັ້ມ​ແຂງ ແລະ ຮັບ​ໃຊ້​ສັງ​ຄົມ​ໃຫ້​ຈະ​ເລີນ​ຮູ່ງ​ເຮືອງ.

ຈຸດປະສົງຂອງຫຼັກສູດ:
  1. ເພື່ອສ້າງນັກວິຊາການ​ໃຫ້ມີຄວາມສາມາດ ອອກຮັບໃຊ້ສັງຄົມໃນທົ່ວປະເທດທີ່ຍັງຂາດນັກວິຊາການ ດັ່ງກ່າວ.
  2. ເພື່ອສ້າງນັກວິຊາການ ໃນລະດັບປະລິນຍາຕີ ສາຂາວິທະຍາການອາຄານ ໃຫ້ມີຄວາມຮູ້-ຄວາມສາມາດ ທາງດ້ານການບໍລິຫານງານ ໃນການກໍ່ສ້າງອາຄານ. ​ 
  3. ສ້າງວິ​ຊາ​ການ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສະຫຼາດ, ມີ​ແນວ​ຄິດ​ສ້າງ​ສັນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ແກ້​ໄຂ​ບັນ​ຫາ​ຢ່າງ​ມີ​ໂລ​ຊິກ.
  4. ສ້າງວິ​ຊາ​ການ​ໃຫ້​ຮູ້​ຄູນ​ຄ່າ​ຂອງ​ແຮງ​ງານ, ຮູ້​ຮັບ​ຜິດ​ຊອບ​ວຽກ​ງານ, ມີ​ວິ​ໄນ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ປະ​ສິດ​ທິ​ພາບ.
ລາຍລະອຽດ: