NUOL Programs

ສາຂາວິຊາ ອອກແບບຜະລິດຕະພັນ

thumb
ສາຂາວິຊາ ອອກແບບຜະລິດຕະພັນ
ຫຼັກສູດ:
ສາຂາວິຊາ ອອກແບບຜະລິດຕະພັນ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສະຖາປັດຕະຍະກຳສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: ນັກສຶກສາທີ່ສໍາເລັດການສຶກສາໃນສາຂາວິຊາອອກແບບຜະລິດຕະພັນແມ່ນມີຄວາມສາມາດນໍາເອົາຫຼັກ

ການ ແລະ ທິດສະດີ ໃນສາຂາວິຊາໄປໃຊ້ໃນພາກປະຕິບັດຕົວຈິງໄດ້;

ດ້ານທັກສະ: ມີທັກສະທາງວິຊາການສະເພາະເຊິ່ງສະແດງອອກໃນຄວາມເຂົ້າໃຈວິຊາສະເພາະຢ່າງເປັນລະບົບ, ມີຄວາມຄິດສ້າງສັນໃນການຄົ້ນຄິດ, ວິໄຈ, ປະເມີນເພື່ອໄຈ້ແຍກ ແລະແກ້ໄຂບັນຫາດ້ວຍຕົວເອງ ແລະ ມີຄວາມສາມາດເຮັດວຽກການຄົ້ນຄວ້າວິທະຍາສາດໃນລະດັບຕົ້ນ;

ດ້ານການນໍາໃຊ້:ນັກສຶກສາທີ່ສໍາເລັດການສຶກສາສາມາດນໍາເອົາຄວາມຮູ້ທາງ

ດ້ານການພັດທະນາຜະລິດຕະພັນໄປຕໍ່ຍອດນໍາໃຊ້ໃນການສ້າງສັນຜະລິດຕະພັນລາວໃຫ້ສາມາດນໍາໃຊ້ໃນສັງຄົມໄດ້.

ດ້ານທັກສະດ້ານສັງຄົມ: ນັກສຶກສາທີ່ຈົບຫຼັກສູດສາມາດເປັນນັກວິຊາການທີ່ສາມາດໃຫ້ຄໍາປຶກສາ ໃນການນໍາໃຊ້ເຕັກໂນໂລຊີ, ການສະແດງຄວາມຄິດເຫັນດ້ານວິຊາການ, ໃຫ້ຄໍາປຶກສາດ້ານວິຊາການ ແລະ ຖ່າຍທອດຄວາມຮູ້ໃຫ້ເພື່ອຮ່ວມງານ, ຊຸມຊົນ ແລະ ບຸກຄົນທົ່ວໄປໄດ້ຢ່າງມືອາຊີບ.

ຈຸດປະສົງຂອງຫຼັກສູດ:
  1. ເພື່ອຈັດຕັ້ງສາຂາອອກແບບຜະລິດຕະພັນ ເປັນສາຂາທີ່ພັດທະນານັກອອກແບບໃຫ້ມີຄວາມຮູ້-ຄວາມຊໍານານທາງດ້ານອອກແບບຜະລິດຕະພັນຫັດຖະກໍາ ແລະ ອຸດສາຫະກໍາ ທີ່ມີຄວາມເໝາະສົມສອດຄ່ອງກັບສະພາບແວດລ້ອມ ແລະ ເສດຖະກິດຂອງສັງຄົມ.
  2. ເພື່ອມຸ່ງໝັ້ນພັດທະນາຄວາມດີເລີດ ທາງດ້ານການພັດທະນາບຸກຄະລາກອນຂອງຊາດ ໂດຍຈະເນັ້ນການຄົ້ນຄວ້າວິໄຈ, ການເຝິກອົບຮົມສໍາມະນາຂອງອາຈານ, ນັກສຶກສາ ແລະ ຜູ້ທີ່ສົນໃຈນໍາເອົາຄວາມຮູ້ທີ່ໄດ້ຮັບໄປໃຊ້ໃຫ້ເກີດປະໂຫຍດກັບສັງຄົມຕໍ່ໄປ.
  3. ເພື່ອຜະລິດນັກວິຊາການໃນລະດັບປະລິນຍາຕີໃນສາຂາອອກແບບຜະລິດຕະພັນ ໃຫ້ມີຄວາມຮູ້ -ຄວາມສາມາດທາງດ້ານສິລະປະການອອກແບບ ແລະ ຊ່ວຍພັດທະນາຮູບແບບຜະລິດຕະພັນທາງດ້ານຫັດຖະກໍາດັ້ງເດີມຂອງລາວໃຫ້ມີລັກສະນະຮ່ວມສະໄໝ ແລະ ຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ.
  4. ເພື່ອສ້າງນັກວິຊາການທີ່ມີຄວາມສາມາດ, ຄຸນນະທໍາ ແລະ ຮູ້ຈັກຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ ໂດຍສະເພາະໃນການອະນຸລັກຮັກສາເອກະລັັກທາງດ້ານພູມປັນຍາຂອງປະຊາຊົນໃນແຕ່ລະທ້ອງຖິ່ນບັນດາເຜົ່າ ແລະ ປັບປຸງເຜີຍແຜ່ສູ່ສັງຄົມ.
  5. ເພື່ອເປັນແຫຼ່ງຂໍ້ມູນທາງດ້ານຄວາມຮູ້ໃນການໃຫ້ບໍລິການສັງຄົມ ແລະ ປະເທດຊາດໄດ້ຢ່າງປະສິດທິພາບ.
ລາຍລະອຽດ: