NUOL Programs

ສາຂາວິຊາ ພາສາເຢຍລະມັນ

thumb
ສາຂາວິຊາ ພາສາເຢຍລະມັນ
ຫຼັກສູດ:
ສາຂາວິຊາ ພາສາເຢຍລະມັນ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ຂຽນເອກະສານ, ຈົດໝາຍທາງການ ແລະສ່ວນຕົວເປັນພາສາເຢຍລະມັນໄດ້;
  • ສ້າງປະໂຫຍກ ແລະນຳໃຊ້ພາສາເຢຍລະມັນໄດ້ດີ;
  • ຈຳແນກວັດທະນະທຳ, ອະລິຍະທຳ ແລະຮີດຄອງປະເພນີລາວ-ເຢຍລະມັນ;
  • ພັດທະນາ 4 ທັກສະພາສາເຢຍລະມັນໃນລະດັບ A2-B2 ເຊິ່ງເປັນພື້ນຖານໃຫ້ແກ່ການຄົ້ນຄວ້າ ແລະ ສຶກສາຕໍ່ໃນຂັ້ນຕໍ່ໄປໄດ້.

 

ດ້ານທັກສະ: 

  • ໝູນໃຊ້ພາສາເຢຍລະມັນໃຫ້ແທດເໝາະກັບເຫດການ, ສະຖານະການຢ່າງຄ່ອງແຄ່ວ ແລະຖືກຕ້ອງໃນການສື່ສານກັບຄົນເຢຍລະມັນ ຫຼື ຊົນຊາດອື່ນທີ່ໃຊ້ພາສາເຢຍລະມັນ;
  • ຈຳແນກ ລັກສະນະຂອງພາສາ, ວັດທະນະທຳ, ວັນນະຄະດີ, ອະລິຍະທຳ ຕາມແນວຄວາມຄິດທີ່ມີເຫດ ແລະຜົນທີ່ປະຕິບັດໄດ້;
  • ໝູນໃຊ້ ສື່ ແລະແຫຼ່ງຂໍ້ມູນຕ່າງໆທີ່ເປັນພາສາເຢຍລະມັນເພື່ອພັດທະນາຕົນເອງໃນການປະກອບອາຊີບ ແລະສຶກສາຕໍ່.

 

ດ້ານການນຳໃຊ້:  

  • ໝູນໃຊ້ພາສາເຢຍລະມັນເຂົ້າໃນການປະກອບອາຊີບເຊັ່ນ ເປັນນັກວິຊາການ, ນັກພາສາສາດ, ນັກວິໄຈ, ຜູ້ນຳທ່ຽວ, ນັກແປ;
  • ພົວພັນກັບຄົນຕ່າງປະເທດທີ່ໃຊ້ພາສາເຢຍລະມັນໄດ້ໃນລະດັບດີ;
  • ໝູນໃຊ້ແຫຼ່ງຂໍ້ມູນຕ່າງໆ ທີ່ເປັນພາສາເຢຍລະມັນເພື່ອພັດທະນາຕົນເອງໃນການປະກອບອາຊີບ ແລະສຶກສາຕໍ່.

 

ດ້ານທັກສະທາງສັງຄົມ: 

  • ປະຕິບັດວຽກງານໃນສັງຄົມ ເປັນໝູ່ຄະນະ, ຢ່າງຕັ້ງໜ້າ, ມີຈັນຍາບັນ, ມີຄວາມຮັບຜິດຊອບ, ຮັກ ແລະເຜີຍແຜ່ຮີດຄອງປະເພນີໄດ້ເປັນຢ່າງດີ;
  • ປັບຕົວໃຫ້ແທດເໝາະເຂົ້າກັບສັງຄົມ ແລະວັດທະນະທຳເຢຍລະມັນໃນແຕ່ລະດ້ານເຊັ່ນ: ການເປັນຢູ່, ວັດທະນະທໍາການຮຽນ, ເວລາ, ການເຮັດວຽກ, ການນັດໝາຍ ແລະຕິດຕໍ່ພົວພັນ ແລະອື່ນໆໄດ້;
  • ໜູນໃຊ້ 3 ລັກສະນະ ແລະ 5 ຫຼັກມູນຂອງທາງກະຊວງສຶກສາ ແລະກີລາວາງອອກ ໃນການເຮັດວຽກເປັນໝູ່ຄະນະໄດ້ດີ.
ຈຸດປະສົງຂອງຫຼັກສູດ:
  1. ມີຄວາມຮູ້ ແລະ ຄວາມສາມາດໃນການນໍາໃຊ້ພາສາເຢຍລະມັນ ໃນ 4 ທັກສະ (ຟັງ, ອ່ານ, ຂຽນ ແລະ ເວົ້າ) ໃຫ້ໄດ້ລະດັບ B2 ຕາມ GER;
  2. ສາມາດປະກອບອາຊີບຕ່າງໆເຊັ່ນ:  ເປັນນາຍພາສາແປ, ລ່າມ, ພະນັກງານຫ້ອງການ ແລະ ຜູ້ນໍາທ່ຽວທີ່ມີມາດຕະຖານ ໃນຂະແໜງການນຳໃຊ້ພາສາເຢຍລະມັນ;
  3. ສາມາດສືບຕໍ່ຄົ້ນຄວ້າວິທະຍາສາດ, ຮັບເອົາເຕັກໂນໂລຊີ ທີ່ທັນສະໄໝຈາກປະເທດເຢຍລະມັນເຂົ້າໃນການພັດທະນາປະເທດຊາດ;
  4. ໃຫ້ໄດ້ຕາມ 3 ລັກສະນະ 5 ຫຼັກມູນ ຂອງການສຶກສາແຫ່ງຊາດ.
ລາຍລະອຽດ: