NUOL Programs

ສາຂາວິຊາ ພາສາແອັດສະປາໂຍນ

thumb
ສາຂາວິຊາ ພາສາແອັດສະປາໂຍນ
ຫຼັກສູດ:
ສາຂາວິຊາ ພາສາແອັດສະປາໂຍນ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: 

ວິເຄາະທິດສະດີ ແລະ ຫຼັກການໃນການນຳໃຊ້ພາສາແອັດສະປາໂຍນໃນວຽກງານຕົວຈິງຢ່າງຖືກຕ້ອງ ແລະເໝາະສົມ.

ສົມທຽບຄວາມຄືກັນ ແລະ ຕ່າງກັນທາງດ້ານພາສາ-ວັດທະນະທໍາລາວ ກັບ ພາສາ-ວັດທະນະທຳ ກັບບັນດາປະເທດທີ່ນໍາໃຊ້ພາສາແອັດສະປາໂຍນ.

 

ດ້ານທັກສະ: 

ຈຳແນກຄວາມຖືກຕ້ອງໃນການນຳໃຊ້ພາສາແອັດສະປາໂຍນໃນເອກະສານທາງການ ແລະ ເອກະສານທົ່ວໄປ.

ແກ້ໄຂວຽກງານ ແລະ ບັນຫາສະເພາະໜ້າດ້ວຍຕົນເອງບົນພື້ນຖານເຫດ ແລະ ຜົນ.

 

ດ້ານການນໍາໃຊ້:  

ໃຫ້ກໍານົດກ່ຽວກັບການຜັນຂະຫຍາຍຄວາມຮູ້ ແລະ ທັກສະ ເຂົ້າໃນວຽກງານຕົວຈິງ.

ຮ່າງເອກະສານຕ່າງໆທີ່ເປັນພາສາແອັດສະປາໂຍນ.

ໜູນໃຊ້ຄວາມຮູ້ທາງດ້ານພາສາແອັດສະປາຍໂຍນເຂົ້າໃນການປະກອບອາຊີບຢ່າງມີຫົວຄິດປະດິດສ້າງ.

 

ດ້ານທັກສະທາງສັງຄົມ: 

ສື່ສານກັບຜູ້ທີ່ນຳໃຊ້ພາສາແອດສະປາໂຍນ.

ນຳໃຊ້ເທັກໂນໂລຊີໃນການຊອກຫາຂໍ້ມູນເພື່ອຊ່ວຍໃນການດຳເນີນວຽກງານຢ່າງມີປະສິດທິຜົນ.

ປະຕິບັດໜ້າທີ່ວຽກງານເປັນໝູ່ຄະນະຢ່າງມີຈັນຍາບັນ, ຈັນຍາທຳ ແລະ ຄວາມຮັບຜິດຊອບສູງ.

ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ມີຄວາມຮູ້ພື້ນຖານທາງດ້ານການຄົ້ນຄ້ວາວິທະຍາສາດ. 
  2. ສ້າງນັກສຶກສາໃຫ້ສາມາດນຳໃຊ້ພາສາແອັດສະປາໂຍນໃນ 4 ທັກສະ (ການຟັງ, ການເວົ້າ, ອ່ານ ແລະ ຂຽນ) ໃນລະດັບ B2. (MCER)
  3. ສ້າງບຸກຄະລາກອນທາງດ້ານພາສາແອັດສະປາໂຍນ ແລະ ເພື່ອປະກອບສ່ວນເຂົ້າໃນສາຂາອາຊີບຕ່າງໆ ເຊັ່ນ: ເປັນນາຍແປ, ລ່າມ, ປະກອບອາຊີບໃນຂະແໜງການບໍລິການ ແລະທ່ອງທຽ່ວ ແລະ ໃນອົງການຈັດຕັ້ງຕ່າງໆ.
  4. ສ້າງນັກສຶກສາໃຫ້ໄດ້ຕາມ 3 ລັກສະນະ 5 ຫຼັກມຸນ ຂອງການສືກສາແຫ່ງຊາດ
ລາຍລະອຽດ: