NUOL Programs

ສາຂາວິຊາ ພາສາຣັດເຊຍ

thumb
ສາຂາວິຊາ ພາສາຣັດເຊຍ
ຫຼັກສູດ:
ສາຂາວິຊາ ພາສາຣັດເຊຍ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: 

ວິເຄາະ ທິດສະດີ ແລະ ຫລັກການໃນການນໍາໃຊ້ພາສາຣັດເຊຍເຂົ້າໃນວຽກງານຕົວຈິງຢ່າງຖືກຕ້ອງ ແລະ ເໝາະສົມ.

 ສົມທຽບ ຄວາມແຕກຕ່າງກັນທາງດ້ານພາສາ-ວັດທະນະທໍາລາວ ກັບ ພາສາ-ວັດທະນະທໍາຣັດເຊຍ.

ດ້ານທັກສະ: 

 ສ້າງ ຄວາມຮູ້ກ່ຽວກັບພາສາ, ວັດທະນະທໍາ, ວິຖີຊີວິດ, ການຄົ້ນຄິດທີ່ມີເຫດຜົນ.

 ໝູນໃຊ້ ຄວາມຮູ້ດ້ານເຕັກໂນໂລຢີເຂົ້າໃນວຽກງານຕົວຈິງ ແລະ ການດໍາເນີນຊີວິດປະຈໍາວັນ, ສົມທຽບອະລິຍະທໍາລາວ ແລະ ຣັດເຊຍ ແລະ ສ້າງການຮຽນຮູ້ເຮັດວຽກງານເປັນກຸ່ມ.

ດ້ານການນຳໃຊ້

ເລຶອກເຟັ້ນ ການໃຊ້ພາສາຣັດເຊຍໃຫ້ຖຶກຕ້ອງເຂົ້າໃນການເປັນຜູ້ນໍາທ່ຽວ, ແປເອກະສານ, ແປປາກເປົ່າໃຫ້ມີປະສິດຕິພາບເທົ່າທີ່ຄວນ.

ກໍ່ກໍາເນີດ ຄວາມຮູ້ໃນການໃຊ້ພາສາຣັດເຊຍ 4 ທັກສະ: ຟັງ, ເວົ້າ, ອ່ານ, ຂຽນ ເຂົ້າໃນວຽກງານຕົວຈິງ ແລະ ເຂົ້າໃນການແກ້ໄຂວຽກງານຕົວຈີິງຂອງຕົວໃຫ້ໄດ້ດີ.

ວາງແຜນ ການເຮັດຄົ້ນຄວ້າທີ່ໃຊ້ພາສາຣັດເຊຍໃຫ້ໄດ້ໃນລະດັບດີ. 

ດ້ານທັກສະສັງຄົມ:

ພັດທະນາ ຄວາມຮູ້ 3 ລັກສະນະ ແລະ 5 ຫຼັກມູນໃຫ້ເປັນຄົນດີໃນສັງຄົມ.

ປະຕິບັດ ໜ້າທີ່ວຽກງານຂອງຕົນຢ່າງມີຈັນຍາບັນ, ຈັນຍາທໍາ ແລະ ຄວາມຮັບຜິດຊອບສູງ.

ດໍາເນີນ ການປົກປັກສັກສາຮິດຄອງປະເພນີອັນດີງາມຂອງຊາດໃວ້ໃຫ້ໝັ້ນຄົງ ແລະ ມີຄວາມຮັກຊາດຢ່າງແຮງກ້າ.

ຈຸດປະສົງຂອງຫຼັກສູດ:
  1. ມີຄວາມ​ຮູ້​ຄວາມ​ສາມາດ ​ແລະ ທັກສະພາສາຣັດເຊ​ຍໂດຍ​ເນັ້ນ​ໃສ່ 4 ທັກ​ສະເຂົ້າໃນການສື່ສານ, ການຕິດຕໍ່ພົວພັນ-ປະສານວຽກງານກັບບັນດາອົງການທັງພາກລັດ ແລະ ເອກະຊົນທີ່ມີການນຳໃຊ້ພາສາຣັດເຊຍ. 
  2. ມີຄວາມຮູ້ທາງດ້ານການ​ສື່ສານ, ພາສາຣັດ​ເຊຍ​ທົ່ວ​ໄປ, ພາສາຣັດ​ເຊຍສະ​ເພາະ​ດ້ານ, ການແປ, ການບໍລິການ-ທ່ອງທ່ຽວ ແລະ ການປະຊາສຳພັນ.
  3. ສາມາດຂຽນ​ບົດ​ໂຄງການ​ຈົບ​ຊັ້ນ, ສືບຕໍ່ສຶກສາໃນລະດັບສູງຂື້ນ ​ແລະ ສາມາດເຮັດວຽກງານທີ່​ໃຊ້ພາສາສາດຣັດເຊຍໄດ້ຢ່າງມີປະສິດພາບ.
  4. ເປັນຊັບພະຍາກອນມະນຸດທີ່ມີ 5 ຫລັກ​ມູນຂອງ​ການ​ສຶກສາ​ແຫ່ງ​ຊາດ: ມີຈັນຍາບັນ, ມີຄຸນສົມບັດ, ມີຈະລິຍະທຳ, ມີຄວາມສີວິໄລທາງດ້ານຈິດໃຈ, ມີນໍ້າໃຈຮັກຊາດ, ມີຫົວຄິດປະດິດສ້າງ ແລະ ມີຄວາມພ້ອມໃນການປະກອບສ່ວນສ້າງສາປະເທດຊາດຂອງຕົນໃຫ້ຈະເລີນຮຸ່ງເຮືອງທຽບເທົ່ານາໆປະເທດ.
ລາຍລະອຽດ: