NUOL Programs

ສາຂາວິຊາ ພາສາເກົາຫຼີ

thumb
ສາຂາວິຊາ ພາສາເກົາຫຼີ
ຫຼັກສູດ:
ສາຂາວິຊາ ພາສາເກົາຫຼີ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: 

ເລືອກເຟັ້ນທິດສະດີ, ຫຼັກການ ແລະ 4 ທັກສະຂອງພາສາເກົາຫຼີໄປໃຊ້ໃນພາກວຽກຕົວຈິງໄດ້ຢ່າງແນ່ນອນ. 

ຈໍາແນກຄວາມຄືກັນ ແລະຕ່າງກັນທາງດ້ານພາສາ-ວັດທະນະທໍາລາວ ກັບພາສາ-ວັດທະນະທໍາເກົາຫຼີ. 

ດ້ານທັກສະ

ວິນິດໄສການນໍາໃຊ້ທັກສະທາງພາສາເກົາຫຼີໃຫ້ແທດເໝາະກັບສະພາບການ, ເຫດການຂອງການສື່ສານ, ການປະຕິບັດໜ້າທີ່ວຽກງານໄດ້ຢ່າງຄ່ອງແຄ້ວ ແລະຖືກຕ້ອງດີ. 

ຄົ້ນຄິດເພື່ອແກ້ໄຂບັນຫາຕ່າງໆຢ່າງເປັນລະບົບມີເຫດມີຜົນ, 

ໝູນໃຊ້ IT ໂດຍຜ່ານພາສາເກົາຫຼີສື່ສານ ແລະສະແຫວງຫາຄວາມຮູ້ໃໝ່ໆເພື່ອການພັດທະນາຕົນເອງ, ອົງກອນຢ່າງຕໍ່ເນື່ອງ ແລະສ້າງສັນ. 

ດ້ານການນໍາໃຊ້

ເລືອກເຟັ້ນນຄໍາສັບ, ສໍານວນພາສາ ເພື່ອນໍາໃຊ້ໃຫ້ຖືກຕ້ອງ, ຊັດເຈນຕໍ່ກັບທຸກວຽກງານດໍາເນີນຢູ່  ແລະທຸກບັນຫາເພື່ອແກ້ໄຂ.                    

ດ້ານທັກສະທາງສັງຄົມ

ດໍາເນີນການບໍລິການແປເອກະສານ, ແປການສົນທະນາທີ່ຖືກຕ້ອງເປັນທໍາ. 

ມີຈັນຍາບັນ ແລະມີຈັນຍາທໍາ ພ້ອມທັງມີຄວາມຮັບຜິດຊອບສູງຕໍ່ວຽກງານ.

ຈຸດປະສົງຂອງຫຼັກສູດ:

ລາຍລະອຽດ: